ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນພົບບ່ອນຮົ່ວໃໝ່ ທີ່ໂຮງໄຟຟ້ານິວເຄລຍ


ແມ່ຍິງສູງອາຍຸຄົນນຶ່ງ ເຊັດນໍ້າຕາ ຂະນະທີ່ນາງເຂົ້າແຖວຍາວຢຽດ ເພື່ອຮັບເອົາອາຫານ ທີ່ສູນພັກຊົ່ວຄາວ ໃນເມືອງ Koriyama ແຂວງ Fukushima (2 ເມສາ 2011)
ແມ່ຍິງສູງອາຍຸຄົນນຶ່ງ ເຊັດນໍ້າຕາ ຂະນະທີ່ນາງເຂົ້າແຖວຍາວຢຽດ ເພື່ອຮັບເອົາອາຫານ ທີ່ສູນພັກຊົ່ວຄາວ ໃນເມືອງ Koriyama ແຂວງ Fukushima (2 ເມສາ 2011)

ພວກເຈົ້າໜ້າທີ່ຄຸ້ມຄອງຄວາມປອດໄພທາງດ້ານນິວເຄລຍ
ກ່າວວ່າ ຮອຍແຕກທີ່ຫາກໍຄົ້ນພົບໃໝ່ ຢູ່ທີ່ໂຮງໄຟຟ້ານິວ
ເຄລຍທີ່ໄດ້ຮັບຄວາມເສຍຫາຍຂອງຍີ່ປຸ່ນອາດເປັນແຫຼ່ງທີ່
ມາຂອງນໍ້າ ທີ່ມີກຳມັນຕະພາບລັງສີ ທີ່ຮົ່ວໄຫຼອອກໄປໃສ່
ມະຫາສະມຸດປາຊີຟິກນັ້ນ.

ທ່ານ Hidehiko Nishiyama ໂຄສົກຂອງອົງການຄຸ້ມ
ຄອງຄວາມປອດໄພນິວເຄລຍຂອງຍີ່ປຸ່ນກ່າວຕໍ່ພວກນັກ
ຂ່າວໃນວັນເສົາມື້ນີ້ວ່າ ນໍ້າທີ່ມີກຳມັນຕະພາບລັງສີ ອາດ
ຮົ່ວໄຫຼອອກມາຈາກຮອຍແຕກຂອງບ່ອນເກັບນໍ້າທີ່ໃຊ້
ໃນການສະໜັບສະໜຸນການປະຕິບັດງານທີ່ຕັ້ງຢູ່ທາງສົ້ນ
ຂອງໂຮງໄຟຟ້ານິວເຄລຍ Fukushima.

ທ່ານ Nishiyama ກ່າວວ່າ ບໍລິສັດພະລັງງານໄຟຟ້າໂຕ
ກຽວຫຼື TEPCO ມີແຜນການທີ່ຈະເທຊີມັງລົງໄປໃສ່ບ່ອນ
ເກັບນໍ້າດັ່ງກ່າວເພື່ອອຸດຕັນຮອຍແຕກ.

ໃນຕອນເຊົ້າມື້ນີ້ນາຍົກລັດຖະມົນຕີຍີ່ປຸ່ນທ່ານ Naoto Kan ໄດ້ໄປຢ້ຽມເຂດປະສົບຄວາມ
ເສຍຫາຍຈາກຟອງຍັກສຸນາມິ ໂດຍໄດ້ພົບປະກັບພວກຄົນງານ ຢູ່ໃນເຂດເກືອດຫ້າມນິວ
ເຄລຍແລະໂອ້ລົມກັບປະຊາຊົນທີ່ບໍ່ມີບ່ອນພັກພາອາໄສຍ້ອນໄພພິບັດທຳມະຊາດໃນວັນທີ
11 ມີນາຜ່ານມາ.

ທີ່ໂຮງຮຽນແຫ່ງນຶ່ງຊຶ່ງຖືກໃຊ້ເປັນສູນກາງຫຼົບໄພຊົ່ວຄາວນັ້ນທ່ານ Kan ກ່າວຕໍ່ປະຊາຊົນ
ທີ່ຖືກຍົກຍ້າຍວ່າ ລັດຖະບານຈະໃຫ້ການຊ່ອຍເຫຼືອແກ່ພວກເຂົາເຈົ້າ ຈົນເທົ່າຂັ້ນຕອນໃນ
ການຟື້ນໂຕຄືນສິ້ນສຸດລົງ.

ນອກນັ້ນແລ້ວ ຜູ້ນຳຍີ່ປຸ່ນຍັງໄດ້ເຂົ້າໄປຢ້ຽມໃນເຂດເກືອດຫ້າມນິວເຄລຍທີ່ໃຊ້ເປັນສູນບັນ
ຊາການຂອງຄະນະປະຕິບັດງານສຸກເສີນ ທີ່ພະຍາຍາມຫາທາງເຮັດໃຫ້ຕົາແຍກນິວເຄລຍ
ທີ່ໂຮງໄຟຟ້ານິວເຄລຍ Fukushima ເຢັນລົງນັ້ນ.

XS
SM
MD
LG