ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນສັ່ງໃຫ້ TEPCO ຈ່າຍເງິນຊົດເຊີຍ


ເຈົ້າໜ້າທີ່ຄວບຄຸມການປະຕິບັດງານ ທີ່ໂຮງໄຟຟ້ານິວເຄລຍຍີ່ປຸ່ນ
ເຈົ້າໜ້າທີ່ຄວບຄຸມການປະຕິບັດງານ ທີ່ໂຮງໄຟຟ້ານິວເຄລຍຍີ່ປຸ່ນ

ລັດຖະບານຍີ່ປຸ່ນໃນວັນສຸກມື້ນີ້ໄດ້ສັ່ງໃຫ້ບໍລິສັດໄຟຟ້າໂຕກຽວຫຼື TEPCO ເລີ້ມຈ່າຍເງິນ
ຊົດເຊີຍຂັ້ນຕົ້ນໃຫ້ແກ່ເກືອບ 50,000 ຄອບຄົວທີ່ອາໄສຢູ່ໃນລັດສະໝີ 30 ຫຼັກກິໂລແມັດ
ອ້ອມແອ້ມໂຮງໄຟຟ້ານິວເຄລຍ Fukushima ທີ່ໄດ້ຮັບຄວາມເສຍຫາຍນັ້ນ.

ປະທານຂອງບໍລິສັດ TEPCO ທ່ານ Masataka Shimizu ກ່າວວ່າ ຄອບຄົວເຫຼົ່ານີ້ຈະ
ໄດ້ຮັບເງິນຈຳນວນ 12,000 ໂດລາ ໂດຍທີ່ຄອບຄົວມີແຕ່ສະມາຊິກຄົນດຽວຈະໄດ້ຮັບ
ເງິນ 75% ຂອງຈຳນວນດັ່ງກ່າວ.

ລັດຖະມົນຕີອຸດສາຫະກຳຂອງຍີ່ປຸ່ນທ່ານ Banri Kaieda ກ່າວວ່າ ທ່ານຢາກໃຫ້ບໍລິສັດ
ໄຟຟ້າໂຕກຽວເລີ້ມຈ່າຍເງິນໂດຍໄວເພື່ອໃຫ້ຄວາມຊ່ອຍເຫຼືອກ່ຽວກັບຄ່າໃຊ້ຈ່າຍຕ່າງໆໃນ
ໄລຍະສັ້ນສຳລັບພວກທີ່ຕ້ອງໄດ້ຍົກຍ້າຍອອກໜີຢ່າງໄວວາ ທີ່ມີແຕ່ສິ່ງຈຳເປັນທໍ່ນັ້ນຕິດ
ໂຕໄປນຳ.

ເຈົ້າແຂວງໆ Fukushima ທ່ານ Yuhei Sato ກ່າວວ່າ ການຈ່າຍເງິນຊົດເຊີຍໃນຂັ້ນຕົ້ນ
ນີ້ແມ່ນໜ້ອຍຫຼາຍ ສຳລັບເງິນທີ່ຈຳເປັນຕ້ອງໄດ້ໃຊ້ຈ່າຍ. ທ່ານເວົ້າວ່າ ທ່ານຈະທວງໃຫ້
ບໍລິສັດ TEPCO ແລະລັດຖະບານຍີ່ປຸ່ນ ຈ່າຍເງິນໃຫ້ໂດຍເຕັມ ຍ້ອນຊີວິດຂອງພວກທີ່
ຖືກຍົກຍ້າຍໄດ້ຖືກລົບກວນນັ້ນ.

ເຈົ້າໜ້າທີ່ເວົ້າວ່າ ມີເກືອບ 140,000 ຄົນທີ່ໄດ້ຫຼົບໜີອອກຈາກເຂດທີ່ມີກຳມັນຕະພາບລັງ
ສີນັ້ນຍັງອາໄສຢູ່ຕາມບ່ອນຫຼົບໄພແຫ່ງຕ່າງໆ.

XS
SM
MD
LG