ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ ສຫລ ແລະຍີ່ປຸ່ນ ຊອກຄົ້ນຫາ ພວກຫາຍສາບສູນ


ກຳລັງປ້ອງກັນໂຕຂອງຍີ່ປຸ່ນ ພວມຊອກຄົ້ນຫາ ພວກເຄາະຮ້າຍ ຈາກໄພແຜ່ນດິນໄຫວ ແລະຟອງຍັກສຸນາມິ ທີ່ເມືອງ Miyako ໃນແຂວງ Miyagi (26 ມີນາ 2011)
ກຳລັງປ້ອງກັນໂຕຂອງຍີ່ປຸ່ນ ພວມຊອກຄົ້ນຫາ ພວກເຄາະຮ້າຍ ຈາກໄພແຜ່ນດິນໄຫວ ແລະຟອງຍັກສຸນາມິ ທີ່ເມືອງ Miyako ໃນແຂວງ Miyagi (26 ມີນາ 2011)

ທະຫານຂອງຍີ່ປຸ່ນແລະສະຫະລັດ ຈຳນວນຫຼາຍພັນຄົນ
ໄດ້ສົມທົບກຳລັງກັນໃນວັນສຸກມື້ນີ້ ໃນການປະຕິບັດງານ
ຂັ້ນສຸດທ້າຍເປັນເວລາ 3 ມື້ເພື່ອຊອກຄົ້ນຫາພວກທີ່ຍັງ
ຫາຍສາບສູນ ຫຼັງຈາກໄດ້ເກີດແຜ່ນດິນໄຫວ ທີ່ມີຄວາມ
ແຮງ 9.0 ແລະຟອງຍັກສຸນາມິທີ່ຕິດຕາມມາໃນພາກຕາ
ເວັນອອກສຽງເໜືອຂອງຍີ່ປຸ່ນເມື່ອ 3 ອາ ທິດກ່ອນ.

ການປະຕິບັດງານທີ່ວ່ານີ້ ຈະມີເຮືອບິນ 120 ລຳແລະກຳ
ປັ່ນ 65 ລຳເຂົ້າຮ່ວມແລະຈະກວມເອົາ 3 ແຂວງທີ່ໄດ້ຮັບ
ຜົນກະທົບຮ້າຍແຮງສຸດ ຈາກໄພທຳມະຊາດທັງສອງທີ່
ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 11,400 ຄົນ ແລະຍັງຫາຍ
ສາບສູນຫຼາຍ ກວ່າ 16,500 ຄົນ.

ໄພແຜ່ນດິນໄຫວແລະຟອງຍັກສຸນາມິທີ່ວ່ານີ້ຍັງໄດ້ສ້າງ
ຄວາມເສຍຫາຍໃຫ້ແກ່ລະບົບເຮັດຄວາມເຢັນຂອງໂຮງ
ໄຟຟ້ານິວເຄລຍ Fukushima ທີ່ພາໃຫ້ມີກຳມັນຕະ
ພາບລັງສີຮົ່ວໄຫຼ ອອກມາໃນຫຼາຍໆຮູບແບບນັ້ນ.

ໃນການຖະແຫຼງຕໍ່ສະພາແຫ່ງຊາດໃນວັນສຸກມື້ນີ້ ນາຍົກລັດຖະມົນຕີຍີ່ປຸ່ນທ່ານ Naoto
Kan ໄດ້ຕຳໜິຕິຕຽນພວກບໍລິຫານງານຂອງໂຮງໄຟຟ້າດັ່ງກ່າວ ຄືບໍລິສັດພະລັງານໄຟ
ຟ້າໂຕກຽວ ຫຼື TEPCO ທີ່ໄດ້ທຳການກະກຽມບໍ່ພຽງພໍ ເພື່ອປ້ອງກັນຟອງຍັກສຸນາມິ ແຕ່ແນວໃດກໍຕາມຜູ້ນຳຍີ່ປຸ່ນໄດ້ໃຫ້ການຄໍ້າປະກັນຕໍ່ປະຊາຊົນວ່າຍັງບໍ່ມີກຳມັນຕະພາບ
ລັງສີທີ່ເປັນອັນຕະລາຍ ຢູ່ນອກບໍລິເວນລັດສະໝີ 20 ຫຼັກກິໂລແມັດຫ່າງຈາກໂຮງໄຟຟ້າ
ທີ່ໄດ້ປະກາດໄປແລ້ວນັ້ນ.

ພວກນັກຊ່ຽວຊານດ້ານອຸດສາະຫະກຳນິວເຄລຍຈາກສະຫະລັດ ຝຣັ່ງ ແລະບ່ອນອື່ນໆ
ໄດ້ໄປ ເຖິງຍີ່ປຸ່ນແລ້ວຫຼືບໍ່ກໍພວມຢູ່ໃນລະຫວ່າງການເດີນທາງເພື່ອໃຫ້ການຊ່ອຍເຫຼືອແກ່
ບໍລິສັດໄຟຟ້າ TEPCO ແລະຫຸ່ນຍົນພິເສດກໍໄດ້ມີການຈັດສົ່ງໄປແລ້ວເພື່ອຊ່ອຍໃນການ ປະຕິບັດງານຢູ່ໃນບ່ອນທີ່ບໍ່ປອດໄພສຳລັບມະນຸດ.

XS
SM
MD
LG