ແຜ່ນດິນໄຫວທີ່ມີຄວາມແຮງສູງ
ໄດ້ສັ່ນສະເທຶອນຕຶກອາຄານ
ຫລາຍຫລັງໃນຍີ່ປຸ່ນ ໃນມື້ນີ້.
ກົມສໍາຫລວດທໍລະນີວິທະຍາ
ຂອງສະຫະລັດກ່າວວ່າ ແຜ່ນ
ດິນໄຫວທີ່ມີຄວາມ ແຮງ 6.6
ຕາມເຄື່ອງວັດແທກແຜ່ນດິນໄຫວ Richter ແມ່ນເກີດຂຶ້ນຫລັງເວລາທ່ຽງວັນເລັກນ້ອຍ
ຕາມເວລາໃນທ້ອງຖິ່ນໃນເຂດໝູ່ເກາະແຫ່ງນຶ່ງຢູ່ນອກຝັ່ງທະເລທາງກໍ້າຕາເວັນອອກຂອງ
ຍີ່ປຸ່ນ. ແຕ່ແຮງສັ່ນສະເທືອນຂອງແຜ່ນດິນໄຫວ
ແມ່ນຮູ້ສຶກໄປຮອດກຸງໂຕກຽວ ທີ່ຢູ່ໄກກັນ 800 ຫລັກກິໂລແມັດ ບ່ອນທີ່ມີການເຫັນ
ພວກຕຶກອາຄານຫລາຍຫລັງສັ່ນສະເທືອນນັ້ນ.
ຍັງບໍ່ມີລາຍງານແຈ້ງໃຫ້ຊາບກ່ຽວກັບຄວາມເສຍຫາຍຫລືຜູ້ຄົນບາດເຈັບໃນທັນທີນີ້ເທື່ອ
ແລະກົມອຸຕຸນິຍົມວິທະຍາຂອງຍີ່ປຸ່ນກ່າວວ່າ ບໍ່ມີອັນຕະລາຍເຖິງຂະໜາດຈະເກີດຄື້ນຟອງ ຍັກສຸນະມິ.