ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາມັນຕະພາບລັງສີເພີ່ມຂຶ້ນ ໃກ້ໆກັບໂຮງໄຟຟ້າ ນິວເຄລຍຍີ່ປຸ່ນ


ຮູບພາບພວກພະນັກງານບໍລິສັດໄຟຟ້າໂຕກຽວ ເກັບຂໍ້ມູນໃນຫ້ອງ
ຄວບຄຸມ ເຕົາແຍກນີວເຄລຍໜ່ວຍທີ 1 ແລະໜ່ວຍທີ 2 ທີ່ໂຮງໄຟຟ້າ Fukushima ວັນທີ 23 ມີນາ 2011.
ຮູບພາບພວກພະນັກງານບໍລິສັດໄຟຟ້າໂຕກຽວ ເກັບຂໍ້ມູນໃນຫ້ອງ ຄວບຄຸມ ເຕົາແຍກນີວເຄລຍໜ່ວຍທີ 1 ແລະໜ່ວຍທີ 2 ທີ່ໂຮງໄຟຟ້າ Fukushima ວັນທີ 23 ມີນາ 2011.


















ອົງການ​ຮັກສາ​ຄວາມປອດ​ໄພ​ດ້ານ​ນີວ​ເຄລຍຂອງຍີ່ປຸ່ນກ່າວ​ວ່າ ​ໄດ້ກວດ​ເຫັນ​ກໍາ
ມັນ​ຕະພາບ​ລັງສີ​ທາດ iodine ​ຫຼາຍກວ່າ 3 ພັນ​ເທົ່າ ສູງ​ກວ່າ​ລະດັບ​ທີ່​ອະນຸມັດ​
ໃຫ້ ຢູ່​ໃນ​ມະຫາ​ສະໝຸດໃກ້ໆ​ກັບ​ໂຮງ​ໄຟຟ້ານີວ​ເຄລຍ Fukushima ທີ່​ໄດ້​ຮັບ​
ຄວາມ​ເສຍ​ຫາຍ​ໄປ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ປະ​ຈໍາ​ອົງກາ​ນດັ່ງກ່າວ​ເວົ້າ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ນໍ້າ​ໂຕ​ຢ່າງ ຊຶ່ງ​ມີລະ​
ດັບ​ກໍາ​ມັນ​ຕະພາບ​ລັງສີ​ສູງ​ສຸດ​ທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ ​ແມ່ນໄດ້​ມາ​ຈາກນໍ້າ​ໃນມະຫາ
ສະໝຸດ​ທີ່ຢູ່​ຫ່າງ​ຈາກ​ໂຮງ​ໄຟຟ້າ Fukushima ​ປະມານ 300 ​ແມັດ ທີ່​ມີກໍາ​ມັນ​ຕະ
ພາບ​ລັງສີ​ຮົ່ວ​ໄຫລ​ອອກ​ມາ​ນັບ​ແຕ່​ລະບົບ​ທໍາ​ຄວາມ​ເຢັນ​ໃນ​ໂຮງ​ໄຟຟ້າຖືກ​ທໍາລາຍ
ຈາກ​ໄພ​ແຜ່ນດິນໄຫວ​ແລະ​ຄື້ນຟອງ​ສຸ​ນາ​ມິ​ທີ່​ຮ້າຍ​ແຮງ​ໃນ​ວັນ​ທີ 11 ເດືອນ​ນີ້.

ນາຍົກລັດຖະມົນຕີຍີ່ປຸ່ນ​ທ່ານ Naoto Kan ​ໄດ້​ຮັບ​ໂທລະສັບ​ໃນ​ວັນພຸດ​ມື້​ນີ້​ຈາກ​ປະທານາ
ທິບໍດີ​ໂອ​ບາ​ມາ​ແຫ່ງ​ສະຫະລັດທີ່​ສະ​ເໜີ​ໃຫ້ການຊ່ອຍ​ເຫລືອ​ໃດ​ໆທີ່​ຕ້ອງການ​ເພື່ອ​ຮັບ​ມື​ກັບ
ວິ​ກິດ​ການ​ນີວ​ເຄລຍ​ແລະ​ໄພພິບັດ​ທໍາ​ມະ​ຊາດ​ເຫລົ່າ​ນີ້ ຊຶ່ງ​ມາ​ຮອດ​ປັດຈຸບັນ​ນີ້ ​ໄດ້​ເອົາ​ຊີວິດ​
ຜູ້​ຄົນຫລື​ຫາຍ​ສາບ​ສູນເປັນ​ຈໍານວນ​ຫລາຍ​ກວ່າ 27 ພັນ 500 ຄົນ​ແລ້ວນັ້ນ. ໜ່ວຍ​ປະ
ກອບ​ພາລະກິດ​ກອງທັບ​ເຮືອ​ສະຫະລັດ​ຊຶ່ງ​ມີ​ລູກ​ເຮືອ​ຈໍານວນ​ຫລາຍ​ກວ່າ 18 ພັນ​ຄົນ​ກໍາ
ລັງ​ໃຫ້ການ​ຊ່ອຍ​ເຫລືອໃນ​ຄວາມ​ພະຍາຍາມຊ່ອຍ​ບັນ​ເທົາ​ທຸກ​ຢູ່​ແລ້ວ​ໃນ​ປັດຈຸບັນ.

ທ່ານ Nicolas Sarkozy ປະທານາທິບໍດີ​ຝຣັ່ງ ກໍານົດ​ຈະ​ເດີນທາງໄປ​ຍັງ​ກຸງ​ໂຕ​ກຽວ​ໃນ​ວັນ
ພະຫັດ​ມື້​ອື່ນ​ເພື່ອ​ສະ​ເໜີ​ໃຫ້ການ​ຊ່ອຍ​ເຫລືອ. ບັນດາ​ນັກ​ຊ່ຽວຊານ​ດ້ານ​ນີວ​ເຄລຍຂອງຝຣັ່ງ
ພວມໃຫ້ການ​ຊ່ອຍ​ເຫລືອ​ເຊ່ນ​ກັນ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຢຸດຕິການ​ຮົ່ວ​ໄຫລ​ຂອງ​ກໍາ​ມັນ
ຕະພາບ​ລັງສີ ​ແລະ​ສ້ອມ​ແປງ​ລະບົບ​ທໍາ​ຄວາມ​ເຢັນ​ສໍາລັບ​ພວກ​ເຕົາ​ແຍກ​ນີວ​ເຄລຍ 6ໜ່ວຍ​
ໃນ​ໂຮງ​ໄຟຟ້າ​ແຫ່ງ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ດ້ານ​ນີວ​ເຄລຍຍີ່ປຸ່ນ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ກໍາລັງ​ດໍາ​ເນີນ​ການ​ຢ່າງ​ຮີບ​ດ່ວນ
ເພື່ອ​ກໍານົດ​ເບິ່ງ​ວ່າ​ແມ່ນ​ຫຍັງ​ເປັນສາ​ເຫດ​ອັນ​ແທ້ຈິງ​ຂອງ​ການ​ຮົ່ວ​ໄຫລ​ຂອງ​ທາດ iodine
ອອກ​ມາ​ຢ່າງ​ຫລວງ​ຫລາຍ​ໃນ​ນໍ້າທະ​ເລ​ໂຕ​ຢ່າງ​ທີ່​ເກັບ​ມາ​ໃນ​ວັນ​ອັງຄານ​ວານ​ນີ້ຊຶ່ງ​ໄດ້​ສະ​ແດງ​
ໃຫ້​ເຫັນ​ວ່າຢູ່​ໃນ​ລະດັບ​ສູງ​ກວ່າລະດັບ​ທີ່​ອະນຸຍາດ​ໃຫ້​ຕາມກົດໝາຍ ​3355 ​ເທົ່າ​ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້​ກ່າວ​ຕື່ມ​ວ່າ ການ​ພົບ​ເຫັນ​ລະດັບ​ກໍາ​ມັນ​ຕະພາບ​ລັງສີ​ສູງ​ທີ່​ວ່າ​ນີ້ ພາ
ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ກັງວົນ​ຂຶ້ນ​ມາ ​ແຕ່​ບໍ່​ເປັນ​ໄພ​ຂົ່ມຂູ່​ຕໍ່​ສຸຂະ​ພາບ​ຂອງ​ຄົນ​ໃນ​ເວລາ​ນີ້.

ເຈົ້າຂອງ​ໂຮງ​ໄຟຟ້າ​ແຫ່ງ​ນີ້ກໍ​ຄື ບໍລິສັດ​ໄຟຟ້າ​ຍີ່ປຸ່ນ ປະກາດ​ໃຫ້​ຮູ້​ໃນ​ວັນ​ພຸດ​ມື້​ນີ້ວ່າ ທ່ານ Masataka Shimizu ປະທານ​ບໍລິສັດ ​ໄດ້​ເຂົ້າ​ໂຮງໝໍ ຍ້ອນ​ຄວາມດັນ​ໂລຫິດສູງ ​ແລະ​ວ່າທ່ານ Tsunehiso Katsumata ປະທານ​ບໍລິຫານ​ບໍລິສັດ​ຈະ​ເປັນ​ຜູ້​ກໍາກັບ​ໃນ​ການ​ຮັບ​ມື​ກັບ​ວິ​ກິດ​ການ​ດັ່ງກ່າວ.

ນາຍົກລັດຖະມົນຕີ Naoto Kan ກ່າວ​ຕໍ່​ສະພາ​ໃນ​ວັນ​ອັງຄານ​ວານ​ນີ້ວ່າ ບໍລິສັດ​ໄຟຟ້າ​ຍີ
ປຸ່ນຫລື TEPCO ບໍ່​ໄດ້​ທໍາ​ການ​ຕຽມ​ການ​ພຽງພໍ​ສໍາລັບ​ຮັບ​ມື​ກັບ​ຄື້ນຟອງ​ສຸ​ນາ​ມິ​ທີ່​ໄດ້​ທໍາ
ລາຍ​ລະ​ບົບ​ທໍາ​ຄວາມ​ເຢັນ​ທີ່​ສໍາຄັນ​ທີ່​ສຸດ​ໃນ​ໂຮງ​ໄຟຟ້າ​ນັ້ນ. ຄື້ນຟອງ​ທະ​ເລ​ທີ່​ວ່າ​ນີ້ ກະ​ປະ
ມານ​ກັນ​ວ່າ​ມີ​ຄວາມ​ສູງ​ເຖິງ 12 ​ແມັດ ຊຶ່ງ​ເປັນ​ລະດັບ​ທີ​ສູ​ງກວ່າ​ຄວາມ​ສູງ​ຂອງຝາ​ປ້ອງ​ກັນ
ນໍ້າ​ທະ​ເລ​ຂອງໂຮງ​ໄຟຟ້າ​ນັ້ນ 2 ​ເທົ່າທີ່ອອກ​ແບບ​ໄວ້​ເພື່ອ​ຕ້າ​ນກັບ​ຄື້ນຟອງ​ນັ້ນ.

XS
SM
MD
LG