ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນລົ້ມແຫລວອີກ ໃນການອັດການຮົ່ວຂອງນໍ້າ ທີ່ມີກໍາມັນຕະພາບລັງສີ


ໂຮງໄຟຟ້ານີວເຄລຍ Fukushima ວັນທີ 2 ເມສາ 2011
ໂຮງໄຟຟ້ານີວເຄລຍ Fukushima ວັນທີ 2 ເມສາ 2011

















ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ດ້ານ​ນີວ​ເຄລຍຍີ່ປຸ່ນ​ກ່າວ​ວ່າ ຄວາມ​ພະຍາຍາມ​ຕ່າງໆ
ເພື່ອ​ອັດ​ຕັນ​ຮອຍ​ແຕກ​ແຫງ​ໃນ​ໂຮງ​ໄຟຟ້ານີວ​ເຄລຍທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຂອງ​ຍີ່ປຸ່ນ​ນັ້ນ
ປະສົບ​ກັບ​ຄວາມ​ລົ້ມ​ແຫລວ​ແລະ​ເວລາ​ນີ້​ພວກ​ເຂົາ​ເຈົ້າ​ກໍາລັງ​ພະຍາຍາມ​ອັດ​ບໍ່​ໃຫ້​ນໍ້າ​ທີ່​ປົນ
ເປື້ອນກັບ​ກໍາ​ມັນ​ຕະພາບ​ລັງສີ​ຮົ່ວ​ໄຫລ​ອອກ​ມາ​ດ້ວຍ​ວີ​ທີ​ການແບບ​ໃໝ່.

ທ່ານ Hidehiko Nishiyama ​ໂຄສົກ​ປະ​ຈໍາ​ອົງກາ​ນຮັກສາ​ຄວາມ​ປອດ​ໄພ​ນີວ​ເຄລຍກ່າວ​
ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ນໍ້າ​ດັ່ງກ່າວ​ສາມາດ​ຮົ່ວ​ໄຫລ​ອອກ​ມາ​ໃສ່​ມະຫາ​ສະ
ມຸດ​ປາຊີ​ຟິກ​ໄດ້​ຈາກ​ຮອຍ​ແຕກແຫງທີ່​ກວ້າງ 20 ຊັງ​ຕີ​ແມັດ​ໃນ​ບ່ອນ​ເກັບ​ນໍ້າ​ໄວ້​ຢູ່​ທາງ​ຂ້າງ
ຂອງ​ໂຮງ​ໄຟຟ້າ​ນີວ​ເຄລຍ Fukushima ນັ້ນ.

ບໍລິສັດ​ໄຟຟ້າ​ໂຕ​ກຽວ ຫລື TEPCO ​ໄດ້​ເທ​ຄອນ​ກຣີດລົງ​ໃສ່​ຫ້ອງ​ຫລືບ່ອບ​ເກັບນໍ້າ​ດັ່ງກ່າວ​ໃນ​ຄວາມ​ພະຍາຍາມ​ເພື່ອ​ອັດ​ຮອຍ​ແຕກ​ແຫງ​ນັ້ນ ​ແຕ່​ວິທີ​ການ​ດັ່ງກ່າວບໍ່​ໄດ້​ຮັບ​ຜົນ​ສໍາ​ເລັດ.

ບໍລິສັດ TEPCO ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ພວກ​ນັກ​ວິສະວະກອນ​ຈະ​ສີດ​ສານ​ປະສົມ polymer ​ເຂົ້າ​ໃສ່ທໍ່​ນໍ້າ​ເພື່ອ​ພະຍາຍາມ​ເຮັດ​ໃຫ້​ກໍາ​ມັນ​ຕະພາບ​ລັງສີ​ປົນ​ເປື້ອນຄ່ອຍໆ​ຮົ່ວ​ໄຫລ​ອອກ​ມາ ຫລື​ອັດ​ຕັນ​ການ​ຮົ່ວ​ໄຫລ​ດັ່ງກ່າວນັ້ນ.

XS
SM
MD
LG