ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການກວດພົບ​ນໍ້າ ທີ່​ມີ​ກໍາ​ມັນ​ຕະພາບ​ລັງສີ​​ສູງ ​ນອກໂຮງໄຟຟ້າຍີ່ປຸ່ນ


ພວກພະນັກງານກໍາກັບເບິ່ງລະດັບ​ກໍາ​ມັນ​ຕະພາບ​ລັງສີ​​
ພວກພະນັກງານກໍາກັບເບິ່ງລະດັບ​ກໍາ​ມັນ​ຕະພາບ​ລັງສີ​​

ພວກ​ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ໂຮງ​ໄຟຟ້າ​ນີວ​ເຄລຍທີ່​ໄດ້​ຮັບ​ຄວາມ​
ເສຍ​ຫາຍຈາກ​ໄພ​ແຜ່ນດິນ​ໄຫວ​ໃນ​ຍີ່ປຸ່ນ ກ່າວ​ວ່າ ​ໄດ້​ມີ​ການ
ກວດ​ເຫັນ​ນໍ້າທີ່​ມີ​ກໍາ​ມັນ​ຕະພາບ​ລັງສີໃນ​ລະດັບສູງ​ເປັນ
ຄັ້ງ​ທໍາ​ອິດ​ຢູ່​ນອກ​ອາຄານຫລັງ​ນຶ່ງ​ທີ່​ບັນຈຸ​ເຕົາ​ແຍກ​ນີວເຄລຍ
ຂອງ​ໂຮງ​ໄຟຟ້າ​ນັ້ນ.

ຄໍາ​ປະກາດ​ຂອງ​ບໍລິສັດ​ໄຟຟ້າ​ມີ​ຂຶ້ນ​ໃນ​ເວລາ​ບໍ່​ເທົ່າ​ໃດ​
ຊົ່ວ​ໂມງ ​ຫລັງ​ຈາກ​ທ່ານ Yukio Edano ຫົວໜ້າ​ຫ້ອງ
ການຄະນະ​ລັດຖະບານ​ຍີ່ປຸ່ນ​ກ່າວວ່າ ປາກົດ​ວ່າ​ນໍ້າ​ຈາກ
ເຕົາ​ແຍກ​ນີວ​ເຄລຍໜ່ວຍ​ທີ​ສອງ​ໄດ້ໄປ​ຖືກຫລອດເຊື້ອ​ໄຟ​
ທີ່​ລະລາຍ​ ຢູ່​ໃນ​ແກນ​ຂອງ​ເຕົາ​ແຍກ​ນີວ​ເຄລຍນັ້ນ. ທ່ານ
Edano ກ່າວ​ວ່າ ການ​ປ້ອງ​ກັນ​ບໍ່​ໃຫ້​ນໍ້າທີ່ແປດ​ເປື້ອນນີ້
ຊຶມ​ເຂົ້າ​ໄປ​ໃສ່​ລະບົບ​ນໍ້າ​ໃຕ້​ດິນ​ນັ້ນ​ແມ່ນວຽກ​ບູລິ​ມະ​ສິດ
ອັນດັບ​ສູງ​.

ການ​ພົບ​ເຫັນ​ນໍ້າ​ແປດ​ເປື້ອນທີ່ວ່າ​ນີ້​ ເປັນບາດກ້າວ​ຖອຍ
ຫລັງ​ຄັ້ງ​ຫລ້າ​ສຸດ​ສໍາລັບ​ພວກ​ເຈົ້າ​ໜ້າ​ທີ່​ ​ທີ່​ໄດ້​ພາກັນ​ຕໍ່ສູ້​ມາ​ເພື່ອ​ສ້ອມ​ແປງ​ລະບົບທໍາ​ຄວາມ
ເຢັນ​ໃນ​ໂຮງ​ໄຟຟ້າ ​ນັບ​ແຕ່​ໄດ້ຖືກ​ທໍາລາຍ​ຍ້ອນ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນຟອງ​ສຸ​ນາ​ມິ​ທີ່
ຮ້າຍ​ແຮງ​ ​ເມື່ອ​ 2 ສັບປະດາ​ປາຍຜ່ານ​ມານັ້ນ.

ມີການ​ຢືນຢັນ​ວ່າ ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 10 ພັນ 800 ຄົນ​ ໄດ້​ເສຍ​ຊີວິດ​ໄປ​ແລ້ວ
ນັບ​ແຕ່​ເກິີດ​ໄພ​ແຜ່ນດິນ​ໄຫວ​ມາ ​ແລະ​ອີກ 16 ພັນ ​200 ຄົນ ​ຍັງ​ຫາຍ​ສາບ​ສູນ​ຢູ່ ອິງ​ຕາມ​
ໂທລະພາບ​ແຫ່ງ​ຊາດ NHK ນັ້ນ.

ນອກ​ນັ້ນ ​ປະຊາຊົນ​ຈໍານວນ 193 ພັນ​ຄົນ ​ຍັງ​ພັກ​ພາ​ອາ​ໄສ​ຢູ່​ໃນ​ສູນ​ອົບ​ພະຍົບ​ແຫ່ງ​ຕ່າງໆ
ຫລຸດ​ຈາກ​ຈໍານວນ​ປະມານ 3 ​ແສນ​ຄົນ​ໃນ​ສັບ ປະດາ​ຜ່ານ​ມາ​ນີ້.

ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ໃນ​ວັນ​ຈັນ​ມື້​ນີ້ ທ່ານ Edano ກ່າວ​ວ່າ ພວກຊາວບ້ານ​ຊາວ
ເມືອງ​ບາງ​ຄົນ​ ​ໄດ້ເອົາ​ໂຕ​ໄປ​ສ່ຽງ​ໄພ ​ໂດຍ​ພາກັນ​ກັບ​ຄືນ​ໄປ​ຍັງ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​
ຢູ່​ໃນ​ເຂດ​ວົງ​ລັດ​ສະ​ໜີ 20 ຫລັກ​ກິ​ໂລແມັດ​ ​ອ້ອມ​ແອ້ມ​ໂຮງ​ໄຟຟ້ານີວ​ເຄລຍ Fukushima
ນັ້ນ. ທ່ານ Edano ກ່າວ​ຕື່ມ​ວ່າ ທາງ​ລັດຖະບານ​ຫວັງ​ວ່າຈະອະນຸຍາດ​ໃຫ້​ພວກຜູ້​ປະສົບ
ໄພເຫລົ່າ​ນີ້ ບາງ​ຈໍາ​ນວນ ​ກັບ​ຄືນ​ໄປຍັງບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ໄດ້​ໃນ​ຊ່ວງ​ເວລາ​ທີ່ຈໍາກັດ ​
ເພື່ອ​ໄປ​ເກັບ​ເອົາ​ສິ່ງ​ຂອງ​ ຂອງ​ເຂົາ​ເຈົ້າ ​ແຕ່​ໄດ້​ຮຽກຮ້ອງ​ໃຫ້​ເຂົາ​ເຈົ້າ ​ບໍ່​ໃຫ້​ເຂົ້າ​ໄປ​ໃນ​ເຂດ
ພາຍ​ໃນ​ວົງ​ລັດສະໝີ 20 ຫລັກນັ້ນ.

XS
SM
MD
LG