ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາມັນຕະພາບລັງສີສູງຂຶ້ນອີກ ທີ່ໂຮງໄຟຟ້ານິວເຄລຍ ທີ່ຍີ່ປຸ່ນ


ພະນັກງານໄຟຟ້າຖືກຍົກຍ້າຍອອກຈາກອາຄານເຕົາແຍກນີວເຄລຍໜ່ວຍນຶ່ງ ທີ່ໂຮງໄຟຟ້າ Fukushima,
ວັນທີ 27 ມີນາ 2011
ພະນັກງານໄຟຟ້າຖືກຍົກຍ້າຍອອກຈາກອາຄານເຕົາແຍກນີວເຄລຍໜ່ວຍນຶ່ງ ທີ່ໂຮງໄຟຟ້າ Fukushima, ວັນທີ 27 ມີນາ 2011

ບໍລິສັດ​ໄຟຟ້າໂຕ​ກຽວກ່າວ​ວ່າ ໄດ້​ມີ​ການ​ຍົກຍ້າຍພວກ​
ພະນັກງານ​ອອກ​ຈາກ​ອາຄານ​ຂອງ​ເຕົາ​ແຍກ​ນີວ​ເຄລຍ
ໜ່ວຍ​ນຶ່ງ​ໃນ​ວັນ​ອາທິດ​ມື້​ນີ້ ຫລັງ​ຈາກ​ໄດ້​ກວດ​ພົບ​ເຫັນ
ກໍາ​ມັນ​ຕະພາບ​ລັງສີ​ໃນ​ລະດັບ​ທີ່ສູງ​ຫລາຍ.

ໂຄສົກ​ບໍລິສັດ​ໄຟຟ້າ TEPCO ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ
ກໍາ​ມັນ​ຕະພາບ​ລັງສີ​ໄດ້​ເພີ່ມ​ຂຶ້ນ​ສູງ​ກວ່າ​ລະດັບ​ທໍາ​ມະ​ດາ
10 ລ້ານ​ເທົ່າຢູ່ໃນ​ນໍ້າ​ທີ່ ​ໄດ້ສະ​ສົມ​ຂຶ້ນໃນ​ບ່ອນ​ຕິດ​ຕັ້ງກັງ​
ຫັນ​ສໍາລັບເຕົາ​ແຍກ​ນີວ​ເຄລຍໜ່ວຍ​ທີ​ 2 ນັ້ນ.

ກ່ອນ​ໜ້າ​ນັ້ນ​ໃນ​ມື້​ນີ້ ອົງການ​ຮັກສາ​ຄວາມ​ປອດ​ໄພ​ນີວ​ເຄລຍຂອງຍີ່ປຸ່ນ​ ກ່າວ​ວ່າ ລະດັບ​ກໍາ​ມັນ​ຕະພາບ​ລັງສີ​ໃນ​ນໍ້າ​ທະ​ເລ​ ຢູ່​ໃກ້ໆ​ໂຮງ​ໄຟຟ້າ Fukushima ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ ໄດ້​ເພີ່ມ​ຂຶ້ນ 1850 ເທົ່າ​ ສູງ​ກວ່າ​ກໍານົດ​ທີ່​ປອດ​ໄພ ຄື​ສູງ​ຈາກ​ລະດັບ 1200 ​ໃນ​ວັນ​ເສົາ​ວານ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ລະດັບ​ກໍາ​ມັນ​ຕະພາບ​ລັງ​ສີ Iodine ທີ່​ສູງ​ຂຶ້ນ​ນີ້​ ໃນ​ນໍ້າ​ໃນ​ມະຫາ​ສະໝຸດ​ປາຊີ​ຟິກ ພາຍ​ໃນ​ວົງ​ລັດ​ສະ​ໜີ 300 ​ແມັດ ຈາກໂຮງ​ໄຟຟ້າ​. ອົງການຮັກສາ​ຄວາມ​ປອດ​ໄພ​ນີວ​ເຄລຍ ກ່າວ​ວ່າ ນໍ້າທະເລ​ເຄິ່ງລີດບັນ​ຈຸ​ກໍາ​ມັນ​ຕະພາບ​ລັງສີ​ໃນ​ປະລິ​ມານເທົ່າໆ​ກັນ ທີ່ຜູ້​ຄົນ​ສາມາດ​ຖືກ​ເຜີຍ​ແບ​ໃສ່​ໄດ້​ຢ່າງ​ປອດ​ໄພ​ເຖິງ​ນຶ່ງ​ປີ​.

ເຖິງ​ຢ່າງ​ໃດ​ກໍ​ດີ ພວກເຈົ້າ​ໜ້າ​ທີ່​ກ່າວ​ວ່າ ນໍ້າ​ໃນ​ມະຫາ​ສະໝຸດ​ຈະ​ເຮັດ​ໃຫ້​ຄວາມແປດ​ເປື້ອ​ນ​ດ້ວຍ​ກໍາ​ມັນ​ຕະພາບ​ລັງສີທີ່​ຮ້າຍ​ແຮງ​ສຸດນີ້ ຈືດຈາງ​ໄປໂດຍໄວ ​ແລະ​ວ່າ​ ບໍ່​ມີ​ໄພ​ຂົ່ມຂູ່​ໃນ​ທັນທີ​ນີ້​ແຕ່​ຢ່າງ​ໃດຕໍ່​ຊີວິດ​ຂອງ​ພວກສັດ​ນໍ້າ ​ຫລືຄວາມ​ປອດ​ໄພ​ຂອງ​ອາຫານ​ທະ​ເລນັ້ນ.

ນໍ້າ​ທະ​ເລ​ທີ່ແປດ​ເປື້ອນນີ້​ເປັນ​ຮ່ອງຮອຍ​ຫລ້າ​ສຸດ​ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າກໍາ​ມັນ​ຕະພາບ​ລັງສີ​ຈາກ​ໂຮງ​ໄຟຟ້າຍັງ​ແຜ່​ລາມອອກ​ໄປ​ຢູ່.

XS
SM
MD
LG