ທ່ານ Shintaro Ishihara ຜູ້ປົກຄອງນະຄອນຫລວງໂຕ
ກຽວ ຮຽກຮ້ອງໃຫ້ພວກຊາວເມືອງໃນນະຄອນຫລວງ
ຂອງຍີ່ປຸ່ນຢູ່ໃນຄວາມງຽບສະຫງົບຫລັງຈາກໄດ້ກວດເຫັນ
ລະດັບກໍາມັນຕະລັງສີ ທາດ iodine ສູງຂຶ້ນໃນວັນພຸດມື້
ນີ້ໃນລະບົບນໍ້າປະປາທີ່ຜູ້ຄົນໃຊ້ນັ້ນ.
ທາງການຍີ່ປຸ່ນກ່າວວ່າ ລະດັບກໍາມັນຕະລັງສີທີ່ວ່ານີ້ບໍ່ໄດ້
ເຖິງຂັ້ນເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນ ແຕ່ວ່າພວກພໍ່
ແມ່ບໍ່ຄວນຈະເອົານໍ້າປະປາຫລືນົມຜົງປະສົມກັບນໍ້າປະປາ
ນີ້ໃຫ້ລູກທີ່ມີອາຍຸບໍ່ຮອດ 1 ປີດື່ມ.
ໃນການປາກົດໂຕທາງໂທລະພາບນັ້ນ ທ່ານ Ishihara ຮຽກຮ້ອງໃຫ້ປະຊາຊົນໃນນະຄອນ
ຫລວງຍີ່ປຸ່ນ ໃຫ້ຢູ່ໃນຄວາມສະຫງົບແລະພະຍາຍາມໃຊ້ນໍ້າຢ່າງລະມັດລະວັງ.
ໃນບໍ່ເທົ່າໃດຊົ່ວໂມງກ່ອນໜ້ານັ້ນ ລັດຖະບານໄດ້ຂະຫຍາຍການຈໍາກັດຮັດແຄບໃນການຂາຍ
ນໍ້ານົມແລະພວກຜັກທີ່ເປັນໃບຈາກຂົງເຂດຕ່າງໆອ້ອມແອ້ມໂຮງໄຟຟ້ານີວເຄລຍ Fukushi
ma ທີ່ໄດ້ຮັບຄວາມເສຍຫາຍ ທີ່ໄດ້ເຮັດໃຫ້ກໍາມັນຕະລັງສີຮົ່ວໄຫລອອກມາສູ່ສະພາບແວດ
ລ້ອມນັບແຕ່ເກີດໄພແຜ່ນດິນໄຫວແລະຄື້ນຟອງຍັກສຸນາມິຢ່າງຮ້າຍແຮງໃນວັນທີ 11ເດືອນ
ນີ້ມານັ້ນ. ສະຫະລັດກໍໄດ້ປະກາດເຊ່ນກັນ ຫ້າມນໍາເຂົ້າສິນຄ້າປະເທດນໍ້ານົມແລະຜະລິດຕະ
ພັນທີ່ເຮັດຈາກນໍ້ານົມ ພ້ອມທັງໝາກໄມ້ແລະຜັກສົດຈາກ 4 ແຂວງຂອງຍີ່ປຸ່ນທີ່ຕັ້ງຢູ່ໃນ
ເຂດອ້ອມແອ້ມໂຮງໄຟຟ້ານີວເຄລຍແຫ່ງນັ້ນ.
ໄດ້ມີການຍົກຍ້າຍພວກພະນັກງານກູ້ໄພອອກຈາກໂຮງໄຟຟ້າດັ່ງກ່າວຫລັງຈາກບ່າຍ 4 ໂມງ ຂອງວັນພຸດມື້ນີ້ຕາມເວລາໃນທ້ອງຖິ່ນ ຫລັງຈາກສັງເກດເຫັນຄວັນໄຟສີດໍາຫລືອາຍນໍ້າພຸ່ງຂຶ້ນຈາກເຕົາແຍກນີວເຄລຍໜ່ວຍທີ 3 ນັ້ນ. ບັນດາເຈົ້າໜ້າທີ່ປະຈໍາໂຮງໄຟຟ້າ
ກ່າວວ່າ ພວກເຂົາເຈົ້າຍັງບໍ່ຮູ້ຈັກເທື່ອວ່າ ແມ່ນຫຍັງພາໃຫ້ເກີດຄວັນນີ້ຂຶ້ນ ແຕ່ພວກພະນັກ
ງານໄດ້ຖືກອົບພະຍົບອອກຈາກສະຖານທີ່ດັ່ງກ່າວເພື່ອເປັນການເອົາມາດຕະການປ້ອງກັນ
ລ່ວງໜ້າ.