ບໍລິສັດຄວບຄຸມການຮົ່ວໄຫລຂອງກໍາມັນຕະພາບລັງສີອອກ
ຈາກໂຮງໄຟຟ້ານີວເຄລຍທີ່ໄດ້ຮັບຄວາມເສຍຫາຍໃນພາກ
ຕາເວັນອອກສຽງເໜືອຂອງຍີ່ປຸ່ນກ່າວໃນວັນອາທິດມື້ນີ້ວ່າ
ທາງບໍລິສັດຫວັງວ່າຈະຄວບຄຸມວິກິດການໃຫ້ເສັດສິ້ນລົງໄດ້
ພາຍໃນ 6 ຫາ 9 ເດືອນໜ້າ.
ທ່ານ Tsunehisa Katsumata ປະທານບໍລິສັດໄຟຟ້າຍີ່
ປຸ່ນຫລື TEPCO ກ່າວຕໍ່ກອງປະຊຸມຖະແຫລງຂ່າວວ່າ ບໍ
ລິສັດ TEPCO ວາງແຜນຈະເຮັດໃຫ້ພວກເຕົາແຍກນີວ
ເຄລຍທັງໝົດທີ່ໄດ້ຮັບຄວາມເສຍຫາຍທີ່ໂຮງໄຟຟ້ານີວ
ເຄລຍFukushima Daiichi ກັບຄືນມາສູ່ສະພາບທຸ່ນທ່ຽງ
ອັນທີເອີ້ນກັນວ່າ Cold Shutdown ນັ້ນ.
ການເອົາບາດກ້າວບັ້ນຫລ້າສຸດໃນແຜນການດັ່ງກ່າວກໍຈະ
ແມ່ນຄຸ້ມກັນພວກເຕົາແຍກນີວເຄລຍທັງໝົດກີດກັນບໍ່ໃຫ້
ກໍາມັນຕະພາບລັງສີຮົ່ວໄຫລອອກອີກ ແລະອະນຸມັດໃຫ້
ພວກຊາວບ້ານຊາວເມືອງຕ່າງໆທັງໝົດກັບຄືນສູ່ບ້ານເກີດ
ເມືອງນອນຂອງເຂົາເຈົ້າໄດ້.
ນອກນັ້ນທ່ານ Katsumata ຍັງໄດ້ຂໍຂະມາໂທດຕື່ມອີກຄັ້ງນຶ່ງກ່ຽວກັບໄພພິບັດນີວເຄລຍທີ່ກໍາລັງດໍາເນີນໄປຢູ່ນີ້.
ໂຮງໄຟຟ້ານີວເຄລຍດັ່ງກ່າວໄດ້ຮັບຄວາມເສຍຫາຍຈາກໄພແຜ່ນດິນໄຫວແລະຄື້ນຟອງຍັກຊຸນາມິທີ່ຮ້າຍແຮງໃນວັນທີ 11 ມີນາເດືອນແລ້ວນີ້ ຊຶ່ງໄດ້ສ້າງຄວາມເສຍຫາຍເຮັດໃຫ້ກໍາມັນຕະພາບລັງສີຮົ່ວໄຫລສູ່ສິ່ງແວດລ້ອມແລະບັງຄັບໃຫ້ພວກຊາວບ້ານຊາວເມືອງທັງຫລາຍຕ້ອງປະບ້ານປະເຮືອນຂອງເຂົາເຈົ້າໄປ.