ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິກິດການນີວເຄລຍ ຢູ່ຍີ່ປຸ່ນ ຮ້າຍແຮງຂຶ້ນ (ເບິ່ງສະລາຍດ໌)


ຮູບພາບຂອງເຄື່ອງປັ່ນໄຟຟ້າໜ່ວຍທີ 3 ແລະທີ 4 ທີ່ໄດ້ຮັບຄວາມ
ເສຍຫາຍໃນໂຮງໄຟຟ້າ Fukushima ວັນທີ 16 ມີນາ 2011
ຮູບພາບຂອງເຄື່ອງປັ່ນໄຟຟ້າໜ່ວຍທີ 3 ແລະທີ 4 ທີ່ໄດ້ຮັບຄວາມ ເສຍຫາຍໃນໂຮງໄຟຟ້າ Fukushima ວັນທີ 16 ມີນາ 2011

ວິ​ກິດ​ການ​ທີ່​ໂຮງ​ໄຟຟ້າ​ນີວ​ເຄລຍທີ່​ປະສົບ​ກັບ​ໄພ​ແຜ່ນດິນ
ໄຫວໃນ​ຍີ່ປຸ່ນຍິ່ງ​ທະວີຄວາມຮ້າຍແຮງຂຶ້ນ ດ້ວຍ​ການ​ສົ່ງ​ກໍາ
ມັນ​ຕະພາບ​ລັງສີ​ເພີ່ມ​ຂຶ້ນ​ໃນ​ວັນ​ພຸດ​ມື້​ນີ້​ ເຖິງ​ລະດັບ​ທີ່​ຈໍາ​
ເປັນ​ຕ້ອງ​ເຮັດໃຫ້ທາງ​ການ​ຍີ່ປຸ່ນ​ອົບ​ພະຍົບພວກ​ນາຍ​ຊ່າງ
ຈຸ​ສຸດ​ທ້າຍ ໃນ​ໂຮງ​ໄຟຟ້າ​ແຫ່ງ​ນີ້​ອອກ​ໄປ​ເປັນ​ການຊົ່ວຄາວ.

ໂທລະພາບ​ແຫ່ງ​ຊາດ​ຍີ່ປຸ່ນ​ອອກຂ່າວກ່ຽວກັບພວກ​ເຮືອບິນ
ເຮ​ລີ​ຄອບເຕີ​ທີ່ຢູ່​ໃນ​ທ່າ​ຕຽມ​ພ້ອມ​ເພື່ອ​ນຳເອົານໍ້າ​ໄປສາດ
ລົງ​ໃສ່ເຕົາປັ່ນ​ໄຟຟ້າ​ໜ່ວຍ​ທີ 3 ທີ່​ໄດ້​ຖືກ​ເສຍ​ຫາຍ​ໃນ​ໂຮງ
ໄຟຟ້າ Fukushima ໃນ​ຄວາມ​ພະຍາຍາມ​ອັນ​ຮີບ​ດ່ວນ​ທີ່
ສຸດ​ເພື່ອ​ເຮັດ​ໃຫ້​ອຸນຫະພູມ​ລົດ​ລົງແລະ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້
ທ່ອນ​ເຊື້ອ​ເພິງນີວ​ເຄລຍຢູ່​ໃນ​ເຄື່ອງ​ປັ່ນ​ໄຟຟ້າລະລາຍນັ້ນ.

ແຕ່​ຕາໜ່າງ​ໂທລະພາບ NHK ກ່າວ​ວ່າ ພວກ​ທະຫານ​ໄດ້
ລົບ​ລ້າງ​ແຜນການ​ນັ້ນ ຫລັງ​ຈາກ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ອີກ​
ລໍາ​ນຶ່ງ​ບິນ​ເວີ່ນ​ຢູ່​ເທິງ​ໂຮງໄຟຟ້າ​ແຫ່ງ​ນີ້ ​ເພື່ອ​ຕິດຕາມ​ເບິ່ງ
ລະດັບ​ກໍາ​ມັນ​ຕະພາບ​ລັງສີ​ນັ້ນ. ທ່ານYukio Edano ຫົວໜ້າ​ກອງເລຂາປະ​ຈໍາ​ຄະນະ
ລັດຖະບານກ່າວ​ວ່າ ກໍາລັງ​ມີ​ການ​ກະກຽມ​ອີກ​ຄັ້ງ​ໃໝ່​ໃນ​ແລງ​ວັນ​ພຸດ​ມື້​ນີ້ ​ເພື່ອ​ຈະເລີ້ມ​
ສີດ​ນໍ້າ​ເຂົ້າ​ໃສ່​ເຕົາ​ແຍກ​ນີວ​ເລຍ​ທີ່​ເສຍ​ຫາຍ​ນັ້ນຈາກພາກພື້ນດິນ.


ພວກ​ປະຊາຊົນ​ຍີ່ປຸ່ນ​ພາກັນ​ຕື່ນ​ນອນ​ຂຶ້ນ​ມາ​ໃນ​ວັນ​ພຸດ​ມື້​ນີ້ ​ເຫັນ​ຮູບ​ພາບ​ໄຟ​ໄໝ້​ອີກ​ໃນເຄື່ອງ
ປັ່ນ​ໄຟຟ້າ​ໜ່ວຍ​ທີ 4 ບ່ອນ​ທີ່​ເກີດ​ໄຟລຸກ​ຂຶ້ນເປັນ​ເວລາ 2 ຊົ່ວ​ໂມງ​ໃນວັນອັງຄານວານນີ້
ຊຶ່ງ​ໄດ້​ສົ່ງ​ກໍາ​ມັນ​ຕະພາບ​ລັງ​ສີ ໄກໄປເຖິງ​ກຸງ​ໂຕ​ກຽວ​ທີ່​ຕັ້ງ​ຢູ່​ຫ່າງ​ຈາກ​ໂຮງ​ໄຟຟ້າ​ແຫ່ງ​ນີ້​ໄປ
ທາງ​ທິດ​ໃຕ້​ປະມານ 240 ຫລັກ​ກິ​ໂລ​ແມັ​ດນັ້ນ. ​ໄຟໃໝ່​ນີ້​ໄດ້​ມອດ​ໄປ​ຫລັງ​ຈາກເຄິ່ງຊົ່ວ​ໂມງ​
ແລະຕໍ່​ມາ​ກໍ​ໄດ້​ເຫັນ​ເຝື້ອ​ຄວັນ​ກຸ້ມ​ສີຂາວ​ຂຶ້ນ​ມາ​ຈາກເຕົາ​ປັ່ນ​ໄຟຟ້າ​ໜ່ວຍ​ທີ 3.

ທີ່​ກອງ​ປະຊຸມນັກ​ຂ່າວ​ໃນ​ກຸງ​ໂຕ​ກຽວນັ້ນ ທ່ານ Edano ກ່າວ​ວ່າ ຄວັນຂາວ​ທີ່​ວ່າ​ນີ້​ອາດ​
ຈະແມ່ນ​ອາຍນໍ້າ​ທີ່​ຮົ່ວ​ໄຫລ​ອອກ​ມາ​ຈາກ​ຫ້ອງ​ບ່ອນທີ່ເກັບເຊື້ອ​ໄຟ​ນີວ​ເຄລຍທີ່​ຮົ່ວ​ໄຫລ​
ອອກ​ມາ​ຈາກໜ່ວຍ​ທີ 3 ນັ້ນ​ກໍ​ໄດ້. ບັນດາ​ເຈົ້າ​ໜ້າ​ທີ່​ປະກາດວ່າ ມີ​ການ​ຮົ່ວ​ໄຫລໃນ​ທໍາ
ນອງ​ດຽວ​ກັນ​ນີ້​ໃນຫ້ອງ​ເຕົາ​ແຍກ​ນີວ​ເຄລຍໜ່ວຍ​ທີ 2 ​ໃນ​ມື້ກ່ອນນັ້ນ.

ທ່ານ Edano ກ່າວ​ວ່າ ພວກ​ພະນັກງານ​ປະມານ 50 ຄົນ​ໃນ​ໂຮງ​ໄຟຟ້າ​ແຫ່ງ​ນີ້ ທີ່ຍັງ​ທໍາ​ການ​ຕໍ່ສູ້​ຢູ່​ຕໍ່​ມາ ​ເພື່ອປໍ້າ​ນໍ້າ​ທະ​ເລ​ເຂົ້າ​ໃສ່​ທ່ອນ​ເຊື້ອ​ໄຟ​ໃນ​ເຕົາ​ແຍກ​ໄຟຟ້າ​ທັງ​ໝົດ 6 ໜ່ວຍ
ໃນ​ໂຮງ​ໄຟຟ້ານັ້ນ​ ​ໄດ້​ຖືກ​ຖອນ​ອອກ​ໄປ​ຈາກ​ໂຮງ​ໄຟຟ້າ​ແຫ່ງ​ນີ້​ເພື່ອ​ຄວາມ​ປອດ​ໄພ ​ແຕ່​ລະດັບ​ຂອງ​ກໍາ​ມັນ​ຕະພາບ​ລັງ​ສີ​ປາກົດວ່າ​ໄດ້​ລົດ​ລົງ​ໃນ​ຕອນ​ທ່ຽງ. ທ່ານ​ກ່າວ​ຕໍ່​ໄປ​ວ່າ ການ​ຕິດຕາມ​ກວດກາ​ເບິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ລະດັບ​ກໍາ​ມັນ​ຕະພາບ​ລັງສີ​ໃນ​ວົງ​ລັດ​ສະ​ໜີ 30 ຫລັກ​ກິ​ໂລ​ແມັດ​ຂອງ​ໂຮງ​ໄຟຟ້າ​ບໍ່​ສູງ​ປາ​ນໃດເຖິງ​ລະດັບ​ທີ່​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ​ຂອງ​ປະຊາຊົນ​ນັ້ນ

XS
SM
MD
LG