ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກດໍາເນີນງານ ໂຮງໄຟຟ້າຍີ່ປຸ່ນ ເລີ້ມປະຕິບັດງານອີກ


ຮູບໂຮງໄຟຟ້ານີວເຄລຍ Fukushima Daiichi ໃນແຂວງ Fukushima ທີ່ໄດ້ຮັບຄວາມເສຍຫາຍ ວັນທີ 14 ເມສາ 2011
ຮູບໂຮງໄຟຟ້ານີວເຄລຍ Fukushima Daiichi ໃນແຂວງ Fukushima ທີ່ໄດ້ຮັບຄວາມເສຍຫາຍ ວັນທີ 14 ເມສາ 2011

ພວກ​ດໍາ​ເນີນ​ງານ​ໂຮງ​ໄຟຟ້າ​ນີວ​ເຄລຍ Fukushima ຂອງ
ຍີ່ປຸ່ນ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ກໍາລັງ​ຍ້າຍ​ອຸບປະກອນ​ໄປ​ໄວ້​
ບ່ອນ​ດິນ​ສູງຫລັງ​ຈາກ​ເກີດ​ແຜ່ນດິນ​ໄຫວຕິດຕໍ່ກັນມາຂະ
ໜາດແຮງຫລາຍໆ​ຄັ້ງ ທີ່ໄດ້​ເປັນ​ອຸບ​ປະສັກ​ກີດ​ກັນ​ຕໍ່​ຄວາມ
ພະຍາຍາມ​ເພື່ອ​ສ້ອມ​ແປງ​ໂຮງ​ໄຟຟ້າ​ທີ່​ໄດ້​ຮັບ​ຄວາມ​ເສຍ
ຫາຍ​ໄປ​ນັ້ນ.

ພວກ​ພະນັກງານ​ກູ້​ໄພ​ໃນ​ຂະນະ​ນີ້​ໄດ້​ຍ້າຍ​ເຂົ້າ​ໄປ​ໃນ​ວົງ​ລັດ
ສະໝີພາຍໃນ 10 ຫລັກ​ກິ​ໂລ​ແມັດ​ຂອງ​ໂຮງ​ໄຟຟ້າ​ທີ່​ໄດ້
ຮັບ​ຄວາມ​ເສຍ​ຫາຍ​ນັ້ນເປັນ​ເທື່ອ​ທໍາ​ອິດ​ໃນ​ການ​ຊອກ​ຄົ້ນ
ຫາ​ຊາກ​ສົບ​ພວກ​ປະສົບ​ໄພ​ຈາກ​ໄພແຜ່ນດິນ​ໄຫວ​ແລະ​ຄື້ນ
ຟອງ​ຍັກ​ຊຸ​ນາ​ມິ​ທີ່​ຮ້າຍ​ແຮງ​ໃນ​ວັນ​ທີ 11 ມີນາ​ຜ່ານ​ມາ​ທີ່​ໄດ້
ສ້າງຄວາມເສຍຫາຍໃຫ້ແກ່ລະບົບ​ທໍາ​ຄວາມ​ເຢັນ​ໃນ​ໂຮງ​
ໄຟຟ້າ​ນັ້ນ. ​ໃນວັນ​ພະຫັດ​ມື້​ນີ້​ ພະເ​ຈົ້າ​ຈັກກະພັດ Akihito
ແລະ​ພຣະຊາຍາ Michiko ​ໄດ້​ຊົງສະເດັດ​ຢ້ຽມຢາມພວກ​ລອດ​ຊີວິດ​ມາ​ໄດ້​ໃນເຂດ​ຕ່າງໆ​ທີ່​ໄດ້​ຮັບຄວາມເສຍຫາຍຮ້າຍແຮງເປັນ​ເທື່ອ​ທໍາ​ອິດ.

ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ຄັ້ງ​ຫລ້າ​ສຸດ​ເກີດ​ຂຶ້ນ​ເວລາ 6:00 ​ໂມງ​ເຊົ້າ​ຕາມ​ເວລາ​ໃນ​ທ້ອງ​ຖິ່ນ​ໃນ​ວັນ​ພະຫັດ​ມື້​ນີ້ ຊຶ່ງ​ມີ​ຄວາມ​ແຮງ 6.1 ຣິກ​ເຕີ ຊຶ່ງ​ນັບ​ວ່າ​ເປັນ​ແຜ່ນດິນ​ໄຫວ​ຄັ້ງ​ທີ 4 ນັບ​ແຕ່​ວັນ​ຈັນ​ສັບປະດາ​ນີ້​ເປັນ​ຕົ້ນ​ມາ ຊຶ່ງມີ​ຄວາມ​ຄວາມ​ແຮງ​ເຖິງ 6 ຣິກເຕີ້ ຫລື​ຫລາຍ​ກວ່າ​ນັ້ນ ​ແລະ​ເປັນ​ຄັ້ງ​ທີ 14 ທີ​ມີ​ຄວາມ​ແຮງ​ຫລາຍ​ກວ່າ 5 ຣິກ​ເຕີ. ແຜ່ນດິນ​ໄຫວ​ຄັ້ງ​ເລັກ​ນ້ອຍ​ເປັນ​ຫລາຍ​ຮ້ອຍ​ຄັ້ງ​ໄດ້​ເກີດ​ຂຶ້ນ​ໃນ​ເຂດແຄມ​ຝັ່ງ​ທະ​ເລ​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຍີ່ປຸ່ນ​ນັບແຕ່​ໄດ້​ເກີດ​ແຜ່ນດິນ​ໄຫວ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​ເຖິງ 9. ຣິກ​ເຕີ​ໃນ​ເດືອນ​ມີນາ​ຜ່ານ​ມາ​ນີ້.

ຢູ່ນອກ​ໂຮງ​ໄຟຟ້າ ພວກ​ຕໍາຫລວດ​ປະມານ 300 ຄົນ​ທີ່ໃສ່​ຊຸດ​ປ້ອງ​ກັນສີຂາວ ​ໄດ້​ເລີ່​ມທໍາ​ການ​ຊອກ​ຄົ້ນ​ໄປ​ຕາມ​ຊາກຫັກ​ພັງ​ໃນ​ວົງ​ລັດ​ສະ​ໜີ 10 ຫລັກ​ກິ​ໂລ​ແມັດ​ໃນ​ເຂດ​ອ້ອມ​ແອ້ມ​ໂຮງ​ໄຟຟ້າ Fukushima ​ເປັນ​ເທື່ອ​ທໍາ​ອິດ. ຄວາມ​ພະຍາຍາມ​ຊອກ​ຄົ້ນ​ໃນ​ຂົງ​ເຂດ​ໄດ້​ຖືກ​ງົດ​ໄວ້​ຍ້ອນ​ລະດັບ​ກໍາ​ມັນ​ຕະພາຍ​ລັງສີ​ສູງ ​ແຕ່​ທາງ​ການ​ຍີ່ປຸ່ນ​ຢາກ​ເກັບ​ກູ້​ເອົາພວກ​ຊາກ​ສົບ
ອອກ​ກ່ອນໆ​ມັນ​ຈະ​ເປື່ອຍ​ໄປ​ເຖິງ​ຂັ້ນ​ຈະ​ກາຍ​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ​ແລະບໍ່​ສາມາດພິສູດ​ພວກ​ສົບ​ເຫລົ່າ​ນີ້ໄດ້​ນັ້ນ.

XS
SM
MD
LG