ພວກຜູ້ຄຸມໂຮງໄຟຟ້ານິວເຄລຍທີ່ໄດ້ຮັບຄວາມເສຍຫາຍ
ໃນຍີ່ປຸນກ່າວວ່າພວກເຂົ້າເຈົ້າຈະເທນໍ້າທີ່ເປີະເປື້ອນດ້ວຍ
ກໍາມັນຕະພາບລັງສີໃນລະດັບຕໍ່າ ຈໍານວນ 11 ພັນໂຕນ
ລົງໃສ່ມະຫາສະມຸດເພື່ອໃຫ້ມີບ່ອນສຳລັບນໍ້າທີ່ກໍາມັນຕະ
ພາບລັງສີໃນລະດັບສູງທີ່ຮ້າຍແຮງກວ່ານັ້ນ.
ຫົວໜ້າກອງເລຂາປະຈໍາຄະນະລັດຖະບານຍີ່ປຸ່ນ ທ່ານ
Yukio Edano ໄດ້ປະກາດກ່ຽວກັບແຜ່ນການດັ່ງກ່າວ
ໃນກອງປະຊຸມຖະແຫຼງຂ່າວໃນຕອນເຊົ້າຂອງວັນຈັນມື້ນີ້
ໂດຍກ່າວວ່າ ບາດກ້າວດັ່ງກ່າວນີ້ ແມ່ນຫຼີກລ້ຽງບໍ່ໄດ້
ເພື່ອຄໍ້າປະກັນຄວາມປອດໄພ ແລະວ່ານໍ້າເສຍທີ່ຈະປ່ອຍ
ອອກນີ້ ແມ່ນມີກໍາມັນຕະພາບລັງສີທີ່ຕໍ່າກວ່ານໍ້າທີ່ຈະ
ຖືກປໍ້າໄປໃສ່ໃນຖັງນໍ້າເພື່ອເກັບໄວ້ສ່ວນໃຫຍ່ແລ້ວແມ່ນ
ຈາກເຕົາແຍກໜ່ວຍທີ່ 2 ຂອງໂຮງໄຟຟ້າ Fukushima ນັ້ນ.
ພວກເຈົ້າໜ້າທີ່ໄດ້ຈົດບັນທຶກ ກ່ຽວກັບລະດັບຂອງກໍາມັນຕະພາບລັງສີໃນນໍ້າດັ່ງກ່າວທີ່ຢູ່
ໃກ້ໆກັບໂຮງໄຟຟ້າ Fukushima ແມ່ນສູງເປັນພັນໆເທົ່າ ກາຍກໍານົດມາດຕະຖານທີ່ທາງ
ກົດໝາຍອະນຸຍາດໃຫ້ ຊຶ່ງລະບົບລະບາຍຄວາມເຢັນຂອງເຕົາແຍກທັງ 6 ໄດ້ຮັບຄວາມ
ເສຍຫາຍຈາກແຜ່ນດິນໄຫວແລະຟອງຍັກສຸນາມິໃນວັນທີ 11 ເດືອນມີນານັ້ນ. ພວກຄະນະ
ສ້ອມແປງໄດ້ເວົ້າເຖິງສາເຫດໃນວັນເສົາຜ່ານມານີ້ວ່າອາດເປັນຍ້ອນຮອຍແຕກໃນຖັງເກັບນໍ້າ
ຂອງເຕົາແຍກໜ່ວຍທີ່ 2 ນັ້ນ.
ໄດ້ມີການດຳເນີນຄວາມພະຍາຍາມຢ່າງຕໍ່ເນື່ອງທີ່ເລີ້ມມາແຕ່ມື້ວັນເສົາທີ່ຜ່ານມານັ້ນ
ເພື່ອສະກັດກັ້ນການຮົ່ວໄຫຼ. ບໍລິສັດໄຟຟ້າ Tokyoໄດ້ພະຍາຍາມເພື່ອຈະປິດຮອຍແຕກ
ຈາກການປະສົມຂອງຂີ້ເລື່ອຍ, ເຈ້ຍໜັງສືພິມ, ແລະນໍ້າຢາ plastic ທີ່ສາມາດຂະຍາຍ
ຕົວຫຼາຍເທົ່າຕົວໃນຕອນທີ່ມັນແຂງຕົວນັ້ນ. ແຕ່ເຖິງຢ່າງນັ້ນກໍຕາມກໍຍັງສັງເກດເຫັນວ່າ ບໍ່ມີການຫຼຸດລະດັບຂອງກໍາມັນຕະພາບລັງສີໃນນໍ້າທະເລເລີຍ.
ໃນວັນຈັນມື້ນີ້ ບໍລິສັດໄຟຟ້າໄດ້ເລີ່ມເທສີນໍ້າສີລົງໃນນໍ້າເພື່ອຈະຊອກຫາຮ່ອງຮອຍຂອງ
ບ່ອນຮົ່ວນັ້ນ ແລະພວກທາງເຈົ້າໜ້າທີ່ກ່າວວ່າ ພວກເຂົາຈະພະຍາຍາມອີກທີ່ຈະອຸດຕັນ
ບ່ອນຮົ່ວດັ່ງກ່າວ ເມື່ອເຂົາເຈົ້າຮູ້ວ່າຢູ່ບ່ອນໃດແທ້.