ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກພະນັກງານສ້ອມແປງ ກັບຄືນໄປ ເຮັດວຽກທີ່ ໂຮງໄຟຟ້ານິວເຄລຍ Fukushima ຄືນແລ້ວ


ຄວັນຍັງສືບຕໍ່ອອກມາຈາກໂຮງໄຟຟ້ານິວເຄລຍ Fukushima
ຄວັນຍັງສືບຕໍ່ອອກມາຈາກໂຮງໄຟຟ້ານິວເຄລຍ Fukushima

ພວກພະນັກງານສ້ອມແປງ ໄດ້ກັບຄືນໄປເຮັດວຽກອີກ
ໃນວັນອັງຄານມື້ນີ້ ເພື່ອເລັ່ງລັດສ້ອມແປງລະບົບຄວາມເຢັນ
ທີ່ໂຮງໄຟຟ້ານິວເຄລຍ Fukushima ​ໃນຍີ່ປຸ່ນ ຊຶ່ງໄດ້ຮັບ
ຄວາມເສຍຫາຍຈາກແຜ່ນດິນໄຫວນັ້ນ ນຶ່ງມື້​ຫຼັງ​ຈາກ​ໄດ້ຖືກ​
ຍົກຍ້າຍ​ອອກ​ຈາ​ກສະຖານ​ທີ່​ດັ່ງກ່າວ ເນື່ອງຈາກໄດ້ມີ​ຄວັນ
ອອກ​ມາ ​ຈາກເຕົາແຍກ​ 2 ໜ່ວຍ ຂອງ​ຈໍານວນທັງໝົດ 6
ໜ່ວຍຂອງໂຮງໄຟຟ້າດັ່ງກ່າວ.

ເຈົ້າ​ໜ້າ​ທີ່​ທາງ​ການ​ເວົ້າ​ວ່າ ໄດ້ມີການຕໍ່ສາຍ​ໄຟຟ້າ​ໃສ່ເຕົາ
ແຍກທັງ 6 ​ແລ້ວ​ແລະ​ພວກ​ເຂົາ​ເຈົ້າ​ຫວັງ​ວ່າ​ ເຕົາແຍກທັງ
ໝົດຈະ​ໄດ້​ເລີ່​ມ​ເຮັດໜ້າທີ່ບາງຢ່າງ​ພາຍໃນ​ອີກ​ບໍ່​ເທົ່າ​ໃດ​ມື້.​
ແຕ່​ແນວໃດກໍຕາມ ຍັງ​ບໍ່​ເປັນທີ່​ຈະ​ແຈ້ງ​ເທື່ອວ່າ ໄດ້ເກີດ
ຄວາມເສຍຫາຍ​ໜ້ອຍ​ຫຼາຍ​ປານ​ໃດຕໍ່ປໍ້ານໍ້າ ທີ່ປ້ອງກັນ
ບໍ່ໃຫ້ທ່ອນເຊື້ອໄຟນິວເຄລຍຂອງເຕົາແຍກເຫຼົ່ານີ້ຮ້ອນຈົນ
ເກີນໄປ ຫຼືອີກດົນປານໃດ ເຂົາເຈົ້າຈຶ່ງຈະສາມາດສ້ອມແປງ ຫຼືຕິດຕັ້ງປໍ້າໃໝ່ແທນໄດ້.

ພວກນັກລົງທຶນໄດ້ສະແດງປະຕິກິລິຍາໄປໃນທາງບວກ ກ່ຽວກັບການມີຄວາມຫວັງເພີ່ມຂຶ້ນ
ໃນການທີ່ຈະຫຼີກຈາກໄພຫາຍານະ ໂດຍໄດ້ຂັບດັນໃຫ້ດັດຊະນີ Nikkei ຖີບຕົວຂຶ້ນຫຼາຍ
ກວ່າ 4% ໃນລະຫວ່າງການຄ້າຂາຍມື້ນີ້.

XS
SM
MD
LG