ບັນດາເຈົ້າໜ້າທີ່ຍີ່ປຸ່ນອອກຄໍາເຕືອນກ່ຽວກັບຄື້ນຟອງຍັກຊຸ
ນາມິ ແລະໃຫ້ຜູ້ຄົນອົບພະຍົບອອກຈາກໂຮງໄຟຟ້ານີວ
ເຄລຍທີ່ໄດ້ຮັບຄວາມເສຍຫາຍນັ້ນ ຫລັງຈາກໄດ້ເກີດແຜ່ນ
ດິນໄຫວຮ້າຍແຮງໃນເຂດແຄມຝັ່ງທະເລໃນພາກຕາເວັນ
ອອກສຽງເໜືອຂອງປະເທດໃນວັນຈັນມື້ນີ້.
ອົງການສໍາຫລວດດ້ານທໍລະນີວິທະຍາສະຫະລັດໄດ້ແຈ້ງໃຫ້
ຊາບໃນ ຂັ້ນທໍາອິດວ່າ ຄວາມແຮງຂອງແຜ່ນດິນໄຫວແມ່ນ
7.1 ຣິກເຕີ ຊຶ່ງເປັນຄວາມແຮງເທົ່າໆກັນກັບແຮງການສັ່ນ
ສະເທືອນຄັ້ງໃຫຍ່ທີ່ປະທະເຂດດັ່ງກ່າວໃນວັນພະຫັດຜ່ານ
ມາ ແຕ່ຕໍ່ມາໄດ້ຫຼຸດຄວາມແຮງລົງມາເປັນ 6.6 ຣິກເຕີ. ການ
ເຕືອນໄພຄື້ນຟອງຊຸນາມິໄດ້ມີຂຶ້ນໃນເຂດຕ່າງໆ ເລາະຕາມ
ແຄມຝັ່ງທະເລໃນພາກຕາເວັນອອກສຽງເໜືອຂອງປະເທດ
ບ່ອນດຽວກັນກັບທີ່ໄດ້ເກີດໄພແຜ່ນດິນໄຫວແລະຄື້ນຟອງ
ຍັກຊຸນະມິຢ່າງຮ້າຍແຮງໃນວັນທີ 11 ມີນາຜ່ານມານັ້ນ
ແຕ່ໄດ້ຍົກເລີກຄໍາເຕືອນດັ່ງກ່າວໃນເວລາບໍ່ຮອດ 1 ຊົ່ວໂມງຕໍ່ມາ.
ບັນດາເຈົ້າໜ້າທີ່ປະຈໍາອົງການຮັກສາຄວາມປອດໄພນີວເຄລຍຍີ່ປຸ່ນກ່າວວ່າ ພວກພະນັກ
ງານໄດ້ຖືກອົບພະຍົບອອກໜີເປັນການຊົ່ວຄາວຈາກໂຮງໄຟຟ້າ Fukushima ທີ່ໄດ້ມີ
ກໍາມັນຕະພາບລັງສີຮົ່ວໄຫລອອກມາຕັ້ງແຕ່ເກີດໄພແຜ່ນດິນໄຫວໃນວັນທີ 11 ເດືອນມີ
ນາເປັນຕົ້ນມາ. ພວກເຈົ້າໜ້າທີ່ເຫລົ່ານີ້ກ່າວຕື່ມວ່າ ໄຟຟ້າທີ່ເນັ່ງມາແຕ່ຂ້າງນອກເຕົາ
ແຍກນີວເຄລຍ 3 ໜ່ວຍຂອງໂຮງໄຟຟ້າດັ່ງກ່າວໄດ້ຖືກຕັດ ຊຶ່ງເຮັດໃຫ້ການສີດນໍ້າທໍາ
ຄວາມເຢັນເຂົ້າໃສ່ແກນຂອງເຕົາແຍກນີວເຄລຍ ໄດ້ຮັບການລົບກວນ ແຕ່ວ່າໄດ້ມີການ
ຕໍ່ໄຟຟ້າຄືນໃສ່ຫລັງຈາກໄຟຟ້າຂາດໃນເວລາບໍ່ຮອດ 1 ຊົ່ວໂມງຕໍ່ມາ.ບັນດາເຈົ້າໜ້າທີ່
ເຫລົ່ານີ້ກ່າວວ່າ ເຂົາເຈົ້າບໍ່ໄດ້ກວດເຫັນສິ່ງປ່ຽນແປງໃດໆໃນລະດັບຂອງກໍາມັນຕະພາບ
ລັງສີນັ້ນ.
ການສັ່ນສະເທືອນຂອງແຜ່ນດິນໄຫວຄັ້ງຫລ້າສຸດມີຂຶ້ນໃນເວລາເກືອບ 1 ເດືອນເຕັມຫລັງຈາກແຜ່ນດິນໄຫວທີມີຄວາມແຮງ 9. ຣິກເຕີທີ່ໄດ້ພາໃຫ້ເກີດຄື້ນຟອງຍັກຊຸນາມິ ທີ່ໄດ້ເຮັດໃຫ້ພວກບ້ານເຮືອນໃນຫົວເມືອງແລະໝູ່ບ້ານຕ່າງໆທັງໝົດເລາະຕາມແຄມຝັ່ງທະເລໃນພາກຕາເວັນອອກສຽງເໜືອຂອງປະເທດໄຫລໜີໄປຕາມນໍ້ານັ້ນ. ໃນທົ່ວຍີ່ປຸ່ນໃນວັນຈັນມື້ນີ້ ພວກປະຊາຊົນພົນລະເມືອງພາກັນຢືນສະຫງົບສະຕິ ອາລົມແລະໄຫວ້ວອນໃນເວລາ 2 ໂມງ 46 ນາທີ ຕາມເວລາໃນທ້ອງຖິນ ອັນເປັນເວລາທີ່ແຜ່ນດິນໄຫວເກີດຂຶ້ນພໍດີນັ້ນ.
ມາຮອດປັດຈຸບັນນີ້ໄດ້ພົບເຫັນຊາກສົບຂອງພວກປະສົບໄພຈໍານວນຫລາຍກວ່າ 13 ພັນສົບແລ້ວ ແຕ່ຍັງຫລາຍກວ່າ 14 ພັນສົບຍັງຫາຍສາບສູນ ຊຶ່ງຫລາຍສົບຍົງຄ້າງຄາຢູ່ກ້ອງສິ່ງຫັກພັງລົງທັບ ຫລືຖືກນໍ້າພັດອອກໄປກາງທະເລແລ້ວ.
ໃນວັນຈັນມື້ນີ້ ທາງການຍີ່ປຸ່ນປະກາດທໍາການກະກຽມຂະຫຍາຍວົງລັດສະໝີ 20 ຫລັກກິໂລແມັດໃນເຂດອ້ອມແອ້ມໂຮງໄຟຟ້ານີວເຄລຍ Fukushima ນັ້ນອອກໄປອີກ.