ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີຍີ່ປຸ່ນຢ້ຽມຢາມ ເຂດແຜ່ນດິນໄຫວ ເປັນຄັ້ງທີ 3


ທ່ານ Naoto Kan, ນາຍົກລັດຖະມົນຕີຍີ່ປຸນ (ເບື້ອງຊາຍ) ຈັມມືກັບເດັກນ້ອຍຜູ້ຊາຍຄົນນຶ່ງ ເວລາທ່ານ ທໍາການຢ້ຽມຢາມເຂດແຜ່ນດິນໄຫວແຫ່ງນຶ່ງທີ່ໄດ້ຮັບຄວາມເສຍຫາຍຈາກໄພແຜ່ນດິນໄຫວໃນ
ວັນທີ 11 ມີນາ ແລ້ວນີ້.
ວັນທີ 10 ເມສາ 2011.
ທ່ານ Naoto Kan, ນາຍົກລັດຖະມົນຕີຍີ່ປຸນ (ເບື້ອງຊາຍ) ຈັມມືກັບເດັກນ້ອຍຜູ້ຊາຍຄົນນຶ່ງ ເວລາທ່ານ ທໍາການຢ້ຽມຢາມເຂດແຜ່ນດິນໄຫວແຫ່ງນຶ່ງທີ່ໄດ້ຮັບຄວາມເສຍຫາຍຈາກໄພແຜ່ນດິນໄຫວໃນ ວັນທີ 11 ມີນາ ແລ້ວນີ້. ວັນທີ 10 ເມສາ 2011.

ນາຍົກລັດຖະມົນຕີຍີ່ປຸ່ນທ່ານ Naoto Kan ​ໄດ້​ທໍານການ​ຢ້ຽມຢາມ​ບ່ອນທີ່​ເກີດ​ໄພ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນຟອງ​ຍັກ​ຊຸ​ນາ​
ມິ​ປະ​ທະ​ຢ່າງ​ຮ້າຍແຮງ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ເປັນ​ຄັ້ງ​ທີ 3 ​ໃນ​ວັນ​ອາທິດ​ມື້​ນີ້ ​ແລະ​ທ່ານ​ກ່າວ​ຕໍ່​ປະ​ຊາ​ຊົນ​ໃນເຂດ​ທ້ອງ​ຖິ່ນ​ວ່າ ລັດຖະບານ​ຈະ​ກະທໍາ​ທຸກ​ສິ່ງທຸກ​ຢ່າງ​ເທົ່າ​ທີ່​ຕົນ​ສາມາດ​ເພື່ອ​ຊ່ອຍ​ພວກ​ເຂົາ​ເຈົ້າ.

ນອກ​ນັ້ນ​ທ່ານ​ກັນ ຍັງໄດ້ໂອ້​ລົມ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ທະຫານ​ຍີ່ປຸ່ນ​ແລະ​ສະຫະລັດ​ແລະ​ກ່າວ​ຍ້ອງຍໍ​ສັນລະ​ເສີນ​ໃນ​ການ​ໃຫ້​ຄວາມ​ຮ່ວມມື​ຂອງ​ເຂົາ​ເຈົ້າ. ການ​ຢ້ຽມຢາມ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ກໍາລັງ​ທະຫານ​ຂອງ​ສອງ​ປະ​ເທດ​ໄດ້​ເພີ່ມ​ທະວີ​ຄວາມ​ພະຍາຍາມ​ຄັ້ງ​ທີ​ສອງ​ເພື່ອ​ຊອກ​ຫາຜູ້​ຄົນ​ບາງ​ຄົນ​ໃນ​ຈໍານວນ 15 ພັນ​ຄົນ​ທີ່​ຍັງ​ຫາຍ​ສາບ​ສູນ​ຢູ່​ຕໍ່​ມາ​ນັບ​ແຕ່​ເກີດ​ໄພພິບັດ​ທໍາ​ມະ​ຊາດ​ຢ່າງ​ຮ້າຍ​ແຮງ​ໃນ​ວັນ​ທີ 11 ມີນາ​ເດືອນ​ແລ້ວ​ນີ້.

ໃນ​ວັນ​ເສົາ​ວານ​ນີ້ ທ່ານ Banri Kaieda ລັດຖະມົນຕີ​ເສດຖະກິດ ການ​ຄ້າ​ແລະ​ອຸດສາຫະ
ກໍາ​ໄດ້​ໄປ​ສໍາ​ຫລວດ​ເບິ່ງ​ຂົງ​ເຂດ​ດັ່ງກ່າວ​ແລະກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ເວລາ​ຕໍ່​ມາໃນ​ກຸງ​ໂຕ​
ກຽວ​ວ່າ ສະພາບ​ການ​ເຮັດ​ວຽກ​ເຮັດ​ການ​ທີ່​ໂຮງ​ໄຟຟ້າ​ນີວ​ເຄລຍ Fukushima ​ໄດ້​ດີ​ຂຶ້ນ
ແຕ່​ກ່າວ​ເຕືອນ​ວ່າ ວິ​ກິດ​ການ​ດັ່ງກ່າວ​ຍັງ​ອີກ​ດົນ​ຈຶ່ງ​ຈະ​ໝົດ​ໄປ.

XS
SM
MD
LG