ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ແຜ່ນດິນໄຫວ 6.4 ຣິກເຕີ ທີ່ຍີ່ປຸ່ນ


ແຜ່ນດິນໄຫວ 6.4 ຣິກເຕີ ທີ່ຍີ່ປຸ່ນ
ແຜ່ນດິນໄຫວ 6.4 ຣິກເຕີ ທີ່ຍີ່ປຸ່ນ

ແຜ່ນດິນໄຫວໃນຄວາມແຮງ 6.4 ຣິກເຕີ ໄດ້ສັ່ນ​ສະ​ເທືອ​ນຂົງເຂດຕາເວັນອອກສຽງເໜືອ ຂອງຍີ່ປຸ່ນເມື່ອຕອນເຊົ້າຂອງວັນອາທິດມື້ນີ້ ຄືຢູ່ໃນເຂດດຽວກັນກັບທີ່ ເກີດແຜ່ນດິນໄຫວ ຄັ້ງຮ້າຍແຮງ 9 ຈຸດຣິກເຕີ ທີ່​ສົ່ງ​ຜົນ​ໃຫ້ເກີດຄື້ນຟອງຍັງສຸນາມີເມື່ອ ຕົ້ນປີນີ້.

ກົມສໍາຫລວດທໍລະນີຂອງສະຫະລັດກ່າວ ຈຸດໃຈກາງຂອງແຜ່ນດິນໄຫວຄັ້ງນີ້ ແມ່ນຢູ່ພື້ນ ມະຫາສະມຸດປາຊິຟິກ ເລິກລົງ​ໄປ 43 ກິໂລແມດ ​ໃກ້ໆຝັ່ງທະ​ເລ​ກໍ້າຕາເວັນ ອອກຂອງ ເກາະ Honshu ​ແລະ​ໄກຈາກ​ກຸງໂຕກຽວ ​ໄປທາງກໍ້າຕາເວັນອອກສຽງເໜືອ ປະມານ 185 ກິໂລແມດ.

ມີພວກຊາວເມືອງທີ່ຢູ່​ໃກ້ໆກັບເຂດແຜ່ນດິນໄຫວໄດ້ຮັບບາດເຈັບ​ເລັກ​ນ້ອຍ 7 ຄົນ ແລະ ບໍ່ໄດ້ມີ​ການ​ສົ່ງສັນຍານເຕືອນໄພຄື້ນຟອງສຸນາມິ ​ແຕ່​ຢ່າງ​ໃດ.

ບໍລິສັດໄຟຟ້າໂຕກຽວ ຜູ້ບໍລິຫານໂຮງໄຟຟ້ານີວເຄລຍ Fukushima ທີ່ໃຊ້ການບໍ່ໄດ້ຍ້ອນ ແຜ່ນດິນໄຫວແລະຄື້ນຟອງສຸນາມິ ຄັ້ງວັນທີ່ 11 ເດືອນມີນາຜ່ານມາ ກ່າວວ່າແຜ່ນດິນໄຫວ ຄັ້ງລ່າສຸດນີ້ບໍ່ໄດ້ສ້າງຄວາມເສຍຫາຍໃດໆຕໍ່ໂຮງໄຟຟ້າ Fukushima ນັ້ນເລີຍ.

ມີຜູ້ເສຍຊີວິດຫລືຫາຍສາບສູນຫລາຍກວ່າ 20,000 ຄົນ ຫລັງຈາກໄພ ພິບັດແຝດໃນ ເດືອນມີນາຜ່ານມານັ້ນ ພ້ອມດ້ວຍອີກ 80,000 ຄົນຕ້ອງໄດ້ຍົກຍ້າຍໜີຈາກບ້ານ​ເຮືອນ​ໄປ ຍ້ອນ​ໄພ​ຂົ່ມຂູ່​ຈາກກໍາມັນຕະພາບລັງສີ ຈາກໂຮງໄຟຟ້ານີວເຄລຍດັ່ງກ່າວນັ້ນ.

XS
SM
MD
LG