ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ບໍລິສັດໄຟຟ້າ TEPCO ຍີ່ປຸ່ນ ຈະຈ່າຍເງິນຊົດເຊີຍ ໃຫ້ພວກເດືອດຮ້ອນ


ໂຮງໄຟຟ້ານີວເຄລຍ Fukushima ໃນຍີ່ປຸ່ນ ທີ່ໃຊ້ການບໍ່ໄດ້
ໂຮງໄຟຟ້ານີວເຄລຍ Fukushima ໃນຍີ່ປຸ່ນ ທີ່ໃຊ້ການບໍ່ໄດ້

ຜູ້ບໍລິຫານງານ ໂຮງໄຟຟ້ານີວເຄລຍ Fukushima ທີ່ໃຊ້ການບໍ່ໄດ້ນັ້ນ ໄດ້ຂໍຂະມາໂທດ ຕໍ່ພວກປະຊາຊົນ ທີ່ໄດ້ຮັບຄວາມບໍ່ສະດວກຈາກວິກິດການນີວເຄລຍຂອງ ຊາດນັ້ນ ແລະໃຫ້ຄໍາໝັ້ນສັນຍາ ທີ່ຈະຈ່າຍຄ່າຊົດເຊີຍ ທາງເສດຖະກິດແກ່ພວກທີ່ໄດ້ຮັບຄວາມເດືອດຮ້ອນສູນ ເສຍຕ່າງໆຈາກການຮົ່ວໄຫລຂອງກໍາມັນຕະພາບລັງສີນັ້ນ.

ທ່ານ Masataka Shimizu ປະທານບໍລິສັດໂຮງໄຟຟ້າ
ໂຕກຽວ ຫລື TEPCO ກ່າວໃນວັນພຸດມື້ນີ້ວ່າ ທ່ານ
ກໍາລັງສຶກສາເບິ່ງວິທີການຈ່າຍເງິນກ້ອນໃນໄລຍະສັ້ນ ໃນ
ຂະນະທີ່ບໍລິສັດຂອງທ່ານກໍາລັງດຳເນີນງານຮ່ວມກັບລັດ
ຖະບານຍີ່ປຸ່ນເພື່ອຈັດຕັ້ງລະບົບ ທີ່ຄົບຖ້ວນກວ້າງຂວາງ
ກວ່າເກົ່າ ໃນລະຫວ່າງໃຫ້ສໍາພາດຂ່າວສື່ມວນຊົນນັ້ນ
ທ່ານ Masataka ໄດ້ຮຽກ ຮ້ອງໃຫ້ປະຊາຊົນຈົ່ງພາກັນ
ປະຢັດໄຟຟ້າໃນລະຫວ່າງລະດູຮ້ອນ ຊຶ່ງເປັນຍາມທີ່ມີຄົນ ໃຊ້ໄຟຟ້າຫລາຍທີ່ສຸດນັ້ນເພື່ອຫລີກລ້ຽງບໍ່ໃຫ້ເກີດສະພາບຂາດແຄນກະແສໄຟຟ້າ ຫລືເຫດ
ການໄຟຟ້າດັບທີ່ໄດ້ລົບກວນວົງການອຸດສາຫະ ກໍາທັງຫລາຍນັບຕັ້ງແຕ່ ໄພແຜ່ນດິນໄຫວ
ແລະຄື້ນຟອງຍັກສຸນາມິ ເມື່ອຄັ້ງ ວັນທີ່ 11 ເດືອນມີນາທີ່ຜ່ານມານັ້ນ.

ທີ່ໂຮງໄຟຟ້າ Fukushima ພວກນາຍຊ່າງກໍາລັງປໍ້າເອົານໍ້າທີ່ມີທາດກໍາມັນຕະພາບລັງສີ ສູງຫລາຍນັ້ນ ອອກຈາກອຸໂມງ ທີ່ຢູ່ຕິດກັບນຶ່ງໃນຫົກເຕົາແຍກປະລະມະນູ ອັນເປັນບາດ ກ້າວເທື່ອທໍາອິດທີ່ຈໍາເປັນ ກ່ອນທີ່ພວກ ນາຍຊ່າງຈະກັບຄືນໄປປະຕິບັດການສ້ອມແປງ ລະບົບທໍາຄວາມເຢັຍທີ່ສໍາ ຄັນຂອງໂຮງໄຟຟ້ານີວເຄລຍດັ່ງກ່າວນັ້ນ.

ພວກເຈົ້າໜ້າທີ່ຍີ່ປຸ່ນກ່າວວ່າ ນໍ້າໃນປະລິມານ 250 ໂຕນ ໄດ້ຖືກປໍ້າເຂົ້າໃສ່ເຄຶ່ອງທໍາ ຄວາມເຢັນເຄຶ່ອງນຶ່ງໃນຕອນເຊົ້າຂອງວັນພຸດມື້ນີ້ ເຖິງແມ່ນຈະ ມີເຫດການແຜ່ນດິນໄຫວ ຂະໜາດນ້ອຍຫລາຍໆບັ້ນ ທີ່ບັງຄັບໃຫ້ມີການຍົກ ຍ້າຍໜີອອກຈາກໂຮງໄຟຟ້າຊໍ້າ ແລ້ວຊໍ້າອີກ ຕັ້ງແຕ່ວັນຈັນຜ່ານມາ. ພວກເຈົ້າໜ້າທີ່ກ່າວວ່າ ລະດັບນໍ້າໃນອຸໂມງໄດ້ລົດລົງ ຊຶ່ງໄດ້ພາໃຫ້ຫຼຸດຄວາມ ສ່ຽງທີ່ວ່າລະດັບນໍ້າໃນອຸໂມງຈະລົ້ນອອກໄປໃສ່ນໍ້າທະເລທີ່ຢູ່ ໄກ້ຄຽງນັ້ນໄດ້.

ນໍ້າທີ່ມີລະດັບທາດກໍາມັນຕະພາບລັງສີຕໍ່າກວ່າໃນປະລິມານຫລາຍພັນໂຕນ ໄດ້ຖືກປໍ້າລົງສູ່ ນໍ້າທະເລ ເມື່ອອາທິດຜ່ານມານີ້ ເພື່ອໃຫ້ມີພື້ນທີ່ໃນ ຖັງເກັບນໍ້າສໍາລັບນໍ້າທີ່ອັນຕະລາຍກວ່າ ພ້ອມທັງອັດຮູຖັງທີ່ຮົ່ວທີ່ປ່ອຍໃຫ້ ນໍ້າທີ່ປົນດ້ວຍກໍາມັນຕະພາບລັງສີໄຫຼລົງສູ່ທະເລ ພວກ ເຈົ້າໜ້າທີ່ຍີ່ປຸ່ນ ກ່າວໃນວັນພຸດມື້ນີ້ວ່າ ພວກເຂົາເຈົ້າພົບວ່າ ມີກໍາມັນຕະພາບລັງສີ ສູງເຖິງ 23 ເທົ່າກວ່າລະດັບທີ່ກົດໝາຍກໍານົດໃຫ້ຢູ່ໃນນໍ້າທະເລທີ່ຢູ່ຫ່າງຈາກໂຮງ ໄຟຟ້ານີວເຄລຍ 15 ຫລັກກິໂລເມດ ຊຶ່ງເປັນລະດັບກໍາມັນຕະພາບລັງສີ ທີ່ສູງທີ່ສຸດຢູ່ໃນບໍລິເວນດັ່ງກ່າວ ມາຈົນຮອດປັດຈຸບັນ.

ນອກນີ້ແລ້ວ ພວກເຈົ້າໜ້າທີ່ຍີ່ປຸ່ນກ່າວວ່າ ຍັງມີທາດ Strontium-90 ໃນລະດັບບໍ່ຫລາຍ ທີ່ໄດ້ພົບເຫັນໃນດິນທີ່ເອົາມາກວດຢູ່ພື້ນທີ່ 30 ກິໂລເມດຫ່າງຈາກໂຮງໄຟຟ້ານີວເຄລຍ. ນີ້ເປັນການຄົ້ນພົບເທື່ອທໍາອິດ ຂອງລະດັບທາດກໍາມັນຕະພາບລັງສີ ຢູ່ພື້ນທີ່ນອກໂຮງ ໄຟຟ້າ ຊຶ່ງ ເປັນທາດທີ່ອາດສາມາດສະສົມຢູ່ໃນກະດູກມະນຸດແລະກໍ່ໃຫ້ເກີດໂຣກມະເຮັງ ໄດ້ ແຕ່ພວກເຈົ້າໜ້າທີ່ກໍກ່າວວ່າ ລະດັບດັ່ງກ່າວຂອງທາດກໍາມັນຕະພາບລັງສີນັ້ນ ຍັງຕໍ່າຫລາຍ ພໍທີ່ຈະເປັນໄພຕໍ່ສຸຂະພາບໄດ້.

XS
SM
MD
LG