ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຍີ່ປຸ່ນເລີກລົ້ມແຜນການ ທີ່ຈະປ່ອຍອາຍ ກໍາມັນຕະພາບລັງສີ ອອກສູ່ບັນຍາກາດ


ສອງຜົວເມຍຍີ່ປຸ່ນ ທີ່ຖືກກະທົບຈາກໄພສຸນາມິ ຢູ່ສູນພັກຊົ່ວຄາວ
ສອງຜົວເມຍຍີ່ປຸ່ນ ທີ່ຖືກກະທົບຈາກໄພສຸນາມິ ຢູ່ສູນພັກຊົ່ວຄາວ

ເຈົ້າ​ໜ້າ​ທີ່​ຍີ່​ປຸ່ນ​ໄດ້ລົບລ້າງແຜນການ ທີ່ຈະລະບາຍອາຍ
ກໍາມັນຕະພາບລັງສືເຂົ້າສູ່ບັນຍາກາດ ຈາກໂຮງງານໄຟຟ້າ
ນີວເຄລຍແຫ່ງນຶ່ງທີ່ຖືກກະທົບ ຈາກຄື້ນຟອງສຸນາມິໃນ
ພາກເໜືອຂອງຍີ່ປຸ່ນນັ້ນ ຫລັງຈາກຄວາມດັນຂອງເຕົາ
ແຍກປະລະມະນູໜ່ວຍນຶ່ງ ​ໄດ້​ກັບຄືນສູ່ສະພາບປົກກະຕິ.

ກ່ອນ​ໜ້າ​ນັ້ນ ​ໃນຕອນເຊົ້າຂອງວັນອາທິດມື້ນີ້ ທ່ານ
Hidehiko Nishiyama ເຈົ້າໜ້າທີ່ອົງການຄວາມປອດ
ໄພນີວເຄລຍ ກ່າວວ່າ ຄວາມດັນຢູ່​ໃນ​ເຕົາ​ແຍກໜ່ວຍທີ່
ສາມ ທີ່ໂຮງໄຟຟ້ານີວເຄລຍ Fukushima Dai-Ichi
ໄດ້ຖີບຕົວສູງຂຶ້ນ ແລະຈໍາເປັນຕ້ອງປ່ອຍແກສກໍາມັນຕະ
ພາບລັງສີອອກ ເພື່ອເຮັດໃຫ້ຄວາມດັນຂອງເຕົາແຍກ ຜ່ອນລົງ.

ມີລາຍງານວ່າ ​ໄດ້ເກີດບັນຫາທີ່ເຕົາແຍກປະລະມະນູໝົດ
ທັງຫົກໜ່ວຍຂອງໂຮງໄຟຟ້ານີວເຄລຍ Fukushima
Dai-Ichi ນັ້ນ. ໃນຕອນຖະແຫລງຂ່າວຕໍ່ສື່ມວນຊົນໃນວັນ
ອາທິດມື້ນີ້ ທ່ານ Yukio Edano ຫົວໜ້າຫ້ອງການ​ຂອງ​ຄະນະລັດຖະບານກ່າວວ່າ ໂຮງ
ໄຟຟ້າ​ນີວເຄລຍແຫ່ງ​ນີ້​ຈະຕ້ອງ​ໄດ້ຖືກມ້າງເພຖິ້ມ ເນຶ່ອງຈາກໄດ້ຮັບຄວາມເສຍຫາຍຫລາຍ
ເກີນກວ່າທີ່ຈະສ້ອມແປງ ຄືນໃໝ່ໄດ້.

ໃນຂ່າວດີຂ່າວນຶ່ງນັ້ນ ພວກກູ້ໄພໄດ້ຊ່ວຍຊີວິດແມ່ຕູ້ອາຍຸ 80 ປີຄົນ​ນຶ່ງ ແລະຫລານຊາຍ
ອາຍຸ 16 ປີ ອອກ​ມາຈາກບ້ານທີ່ຖືກນໍ້າຖ້ວມຢູ່ໃນເຂດ ເມືອງ Ishinomaki ທີ່ຖືກກະທົບ
ຈາກຄື້ນສຸນາມິໜັກໜ່ວງທີ່ສຸດນັ້ນ ສິບມື້ ຫລັງຈາກ​ເກີດແຜ່ນດິນໄຫວແລະຄື້ນສຸນາມິ ເມື່ອ
ວັນທີ່ 11 ຜ່ານມາຂອງເດືອນນີ້. ທັງແມ່ຕູ້ແລະຫລາຍຊາຍ​ໄດ້ຖືກອົພະຍົບ ໂດຍ​ເຮືອບິນເຮ
ຣິຄອບເຕີ ແລະ​ເວລາ​ນີ້ ກໍາລັງໄດ້ຮັບການປິ່ນປົວທີ່ໂຮງໝໍແຫ່ງນຶ່ງ.

XS
SM
MD
LG