ພວກນັກວິທະຍາສາດແຜ່ນດ້ານດິນໄຫວກ່າວວ່າ ແຜ່ນດິນໄຫວທີ່ມີຄວາມແຮງສຸດ 7.0
ຣິກເຕີ ໄດ້ປະທະຍີ່ປຸ່ນເມື່ອວັນອາທິດມື້ນີ້ ແຕ່ຍັງບໍ່ມີ ລາຍງານຜົນການເສຍຫາຍ ຫລືຜູ້
ບາດເຈັບລົ້ມຕາຍ ແລະບໍ່ໄດ້ປະກາດ ຕຸກເຕືອນຄື້ນຟອງສຸນາມິເທື່ອ.
ກົມສໍາຫລວດທໍລະນີວິທະຍາສະຫະລັດ ໄດ້ຕັ້ງເອົາຈຸດກາງແຜ່ນດິນໄຫວ ຢູ່ທີ່ໝູ່ເກາະ
Izu ຫ່າງຈາກນະຄອນຫລວງໂຕກຽວໄປທາງທິດໃຕ້ປະມານ 486 ກິໂລເມດ. ເຫດ
ແຜ່ນດິນໄຫວຄັ້ງນີ້ ໄດ້ເກີດຂຶ້ນໃນຄວາມເລິກລົງໄປ ເຖິງ 371 ກິໂລແມດ.
ອົງການພະຍາກອນອາກາດຍີ່ປຸ່ນກ່າວວ່າ ເຫດແຜ່ນດິນໄຫວເກີດຂຶ້ນຕາມ ເວລາທ້ອງ
ຖິ່ນ 2:28 ໂມງຕອນບ່າຍຫລື 0528 ຕາມເວລາສາກົນ ແລະຍັງຜົນໃຫ້ຕຶກອາຄານ
ຫລາຍແຫ່ງສັ່ນສະເທືອນໃນນະຄອນຫລວງໂຕກຽວ.
ເມື່ອວັນທີ່ 11 ເດືອນມີນາ ປີ 2011 ຜ່ານມານີ້ ຂົງເຂດຕາເວັນອອກ ສຽງເໜືອຂອງຍີ່
ປຸ່ນໄດ້ປະສົບກັບໄພພິບັດແຜ່ນດິນໄຫວ ແລະຄື້ນຟອງສຸນາມິຄັ້ງຮ້າຍແຮງ ທີ່ຍັງຜົນໃຫ້
ປະຊາຊົນເກືອບ 20,000 ເສຍຊີວິດ ຫລື ຫາຍສາບສູນ.