ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກ ຍີ່ປຸ່ນ ຮຽກຮ້ອງ ໃຫ້ເກົາຫຼີ​ເໜືອ ຍຶດໝັ້ນ ໃນການປົດ ​ອາວຸດນິວ​ເຄລຍ


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຊິນໂຊ ອາເບະ (Shinzo Abe) ປະ​ນາ​ທິບໍດີທຣຳ ທ່ານ ມູນ ​ແຈ​-ອິນ ແລະຮອງປະທານາທິບໍດີ ສະຫະລັດ ທ່ານໄມຄ ເພັນ (Mike Pence) ພົບກັນ ໃນ ພຽງຈາງ (Pyeongchange), ເກົາຫຼີ​​ໃຕ້, ທີ່ເຫັນຖ່າຍຮູບ
ຮ່ວມກັນໃນພິທີກິລາໂອລິມປິກລະດູໜາວ ປີ 2018.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຊິນໂຊ ອາເບະ (Shinzo Abe) ປະ​ນາ​ທິບໍດີທຣຳ ທ່ານ ມູນ ​ແຈ​-ອິນ ແລະຮອງປະທານາທິບໍດີ ສະຫະລັດ ທ່ານໄມຄ ເພັນ (Mike Pence) ພົບກັນ ໃນ ພຽງຈາງ (Pyeongchange), ເກົາຫຼີ​​ໃຕ້, ທີ່ເຫັນຖ່າຍຮູບ ຮ່ວມກັນໃນພິທີກິລາໂອລິມປິກລະດູໜາວ ປີ 2018.

ນາຍົກ​ລັດ​ຖະ​ມົນຕີຍີ່ປຸ່ນ ທ່ານ​ຊິນ​ໂຊ ອາ​ເບະ ຮ​ຽກ​ຮ້ອງ​ໃຫ້​ເກົາ​ຫຼີ​ເໜືອ ​ປະຕິບັດຕາມ
ຄຳເວົ້າຂອງຕົນ ​ຫວ່າງ​ມໍ່ໆ​ມາ​ນີ້ ກັບ​ການ​ຍົກ​ເລີກ​ໂຄງການ​ອາວຸດນິວ​ເຄລຍ ດ້ວຍ​ການ
​ເອົາ​ບາດກ້າວ“​ທີ່ໜັກແໜ້ນ.”

ທ່ານ​ອາ​ເບະ ​ໄດ້​ຮຽກຮ້ອງດັ່ງກ່າວ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ຂະນະທີ່​ພົບປະຢູ່ໂຕ​ກຽວ
ກັບ​ທ່ານ ​ຊູ ຮຸນ ຫົວໜ້າ​ສືບ​ລັບແຫ່ງ​ຊາດຂອງ​ເກົາຫຼີ​ໃຕ້. ທ່ານ ຊູ ຮຸ​ນ ​ແລະ​ທ່ານ ຈັງ
ອຸຍ ຢົງ (Chung Eui-yong) ຫົວໜ້າ​ອົງການຄວາມໝັ້ນຄົງ​ແຫ່ງ​ຊາດຂອງເກົາຫລີໃຕ້
​ໄດ້​ນຳພາ​ຄະນະ​ຈາກ​ເກົາຫຼີ​ໃຕ້ ​ໄປ​ຍັງ​ເກົາ​ຫຼິີເໜືອ​ໃນ​ສັບ​ປະດາ​ແລ້ວ​ນີ້ ​ເພື່ອ​ປຶກສາ​ຫາລື
ກັບ ​ຜູ້ນຳ​ເກົາຫຼີ​ເໜືອ​ ກິມ ຈົງ ອຶນ.

ທະຫານເກົາຫຼີໃຕ້ ຜູ້ນຶ່ງຍ່າງຜ່ານໜ້າຈໍໂທລະພາບ ທີ່ເຫັນປະນາທິບໍດີສະຫະລັດ ທ່ານດໍໂນລ ທຣຳ (Donald Trump) (ຊ້າຍ) ແລະຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ (Kim Jong Un) ທີ່ີສະຖານີລົດໄຟ ທີ່ໂຊໃນ 9 ມີນາ 2018.
ທະຫານເກົາຫຼີໃຕ້ ຜູ້ນຶ່ງຍ່າງຜ່ານໜ້າຈໍໂທລະພາບ ທີ່ເຫັນປະນາທິບໍດີສະຫະລັດ ທ່ານດໍໂນລ ທຣຳ (Donald Trump) (ຊ້າຍ) ແລະຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ (Kim Jong Un) ທີ່ີສະຖານີລົດໄຟ ທີ່ໂຊໃນ 9 ມີນາ 2018.

ນາຍົກ​ລັດ​ຖະ​ມົນຕີຍີ່ປຸ່ນ ຍັງ​ໄດ້​ສະແດງໃຫ້ເຫັນຢ່າງຈະ​ແຈ້ງວ່າ ທ່ານ​ຕ້ອງການ​ທີ່​ຈະ​
ແກ້​ໄຂບັນຫາ​ທີ່ເກົາຫຼີ​ເໜືອ ​ລັກ​ພາ​ຕົວ​ຄົນ​ສັນຊາດ​ຍີ່ປຸ່ນຫຼາຍ​ຄົນ ​ໃນ​ຊຸມ​ປີ 1970 ​
ແລະ 80 ເພື່ອໄປ​ຝຶກສອນພວກນັກສືບ​ສອດ​ແນມ​ຂອງເກົາຫຼີ​ເໜືອ.

ປະ​ນາ​ທິບໍດີເກົາຫຼີໃຕ້ ທ່ານ ມູນ ​ແຈ​-ອິນ (Moon Jae-in)​ ​ແລະ​ປະ​ນາ​ທິບໍດີສະຫະລັດ
ທ່ານ ດໍ​ໂນ​ລ ທຣຳ ​ໄດ້​ຕົກລົງ ​ທີ່​ຈະ​ຈັດ​ໃຫ້​ມີ​ການ​ປະ​ຊຸມ​ສອງ​ຝ່າຍ ແບບແຍກກັນ
ກັບ​ກິມ ຈົງ ອຶນ ​ເພື່ອ​ປຶກສາ​ຫາລື ໃຫ້​ຍຸຕິ​ໂຄງການ​ອາວຸດ​ນິວ​ເຄລຍ ຫຼັງ​ຈາກ​ທີ່​ທ່ານ​ໄດ້
​ໃຫ້​ຄຳໝັ້ນ​ສັນຍາ ​ທີ່​ຈະ​ໂຈະ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະມາ​ນາ​ວຸດ ຂອງເກົາຫຼີເໜືອ.
ປະ​ນາ​ທິບໍດີມູນ ຈະ​ພົບ​ປະ​ກັບ ທ່ານກິມ ​ໃນ​ເດືອນ​ເມສາ, ​ໃນ​ຂະນະ​ທີ່ ປະ​ນາ​ທິບໍດີທຣຳ
ຈະ​ພົບກັບ​ຜູ້ນຳເກົາຫຼີ​ເໜືອ ​ໃນ​ທ້າຍ​ເດືອນ​ພຶດສະພາ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG