ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີປຸ່ນ ຕ້ານຢັນການເພີ້ມອິດທິພົນຂອງຈີນ ຢູ່ໃນຂົງເຂດທະເລຂອງເອເຊຍ


ໃນພາບທີ່ໄດ້ຮັບຈາກການບໍລິການໃຫ້ຂໍ້ມູນພາບ, ກໍາປັ່ນ ຈາກກອງກໍາລັງປ້ອງກັນຕົນເອງຂອງຍີປຸ່ນ ແລ່ນເຮືອໃນລະຫວ່າງ MALABAR 2021 ເມື່ອວັນທີ 27 ສິງຫາ 2021. ສະຫະລັດ, ອິນເດຍ ແລະອອສເຕຣເລຍ ກໍເຂົ້າຮ່ວມການຝຶກແອບນີ້ເຊັ່ນກັນ ເຊິ່ງຈັດຂຶ້ນຢູ່ໃນທະເລຟີລິບປິນ ແລະອ່າວເບັນກາລ (Bengal).
ໃນພາບທີ່ໄດ້ຮັບຈາກການບໍລິການໃຫ້ຂໍ້ມູນພາບ, ກໍາປັ່ນ ຈາກກອງກໍາລັງປ້ອງກັນຕົນເອງຂອງຍີປຸ່ນ ແລ່ນເຮືອໃນລະຫວ່າງ MALABAR 2021 ເມື່ອວັນທີ 27 ສິງຫາ 2021. ສະຫະລັດ, ອິນເດຍ ແລະອອສເຕຣເລຍ ກໍເຂົ້າຮ່ວມການຝຶກແອບນີ້ເຊັ່ນກັນ ເຊິ່ງຈັດຂຶ້ນຢູ່ໃນທະເລຟີລິບປິນ ແລະອ່າວເບັນກາລ (Bengal).

ນັກວິເຄາະກ່າວວ່າ ປະເທດຍີປຸ່ນ, ເຊິ່ງເປັນພັນທະມິດທີ່ສໍາຄັນ ຂອງປະເທດຕາເວັນຕົກຢູ່ໃນເອເຊຍ ກໍາລັງຕ້ານ​ຢັນຈີນ ທີ່ເພີ້ມ​ການ​ມີ​ໜ້າ​ທາງທະຫານ ຢູ່​ໃນ​ເຂດນ່ານນໍ້າຂົງເຂດເອເຊຍ ລວມເຖິງບໍລິເວນຊາຍຝັ່ງໃກ້ກັບຍີປຸ່ນ ແລະໝູ່ເກາະທີ່ມີຂໍ້ພິພາດ.

ໃນມື້ວັນອັງຄານແລ້ວນີ້, ໂຕກຽວ ໄດ້ທໍາການປະທ້ວງ ລຸນຫຼັງທີ່ເຮືອສຳ​ຫຼວດຂອງກອງທັບ​ເຮືອຈີນໄ​ດ້​ແລ່ນເຂົ້າ​ໄປໃນນ່ານນໍ້າຂອງຍີປຸ່ນເປັນເວລາປະມານ 3 ຊົ່ວໂມງ, ອີງຕາມລາຍງານຂອງອົງການຂ່າວກຽວໂດ.

ໃນຕົ້ນເດືອນນີ້, ກອງກໍາລັງປ້ອງກັນໂຕທາງອາກາດຂອງຍີປຸ່ນ ​ກໍໄດ້ມີການ​ຕິດ​ຕັ້ງລະບົບຣາດາເຄື່ອນທີ່ ຢູ່ບໍລິເວນຮອບນອກຂອງເກາະ​ຂອງ​ຕົນ ເນື່ອງຈາກ ຈີນ ມີການເຄື່ອນໄຫວເພີ້ມຂຶ້ນຢູ່ໃນຂົງເຂດດັ່ງກ່າວ, ອີງຕາມລາຍງານຂອງເວັບໄຊທ໌ທາງທະຫານສະຫະລັດ Stars & Stripes.

ໃນເດືອນມັງກອນ, ລັດຖະບານຂອງເມືອງນຶ່ງ ໃນຍີປຸ່ນ ກໍາລັງວາງແຜນເພື່ອຂໍອະນຸຍາດ ຈາກທາງການໂຕກຽວ ເພື່ອ​ໄປ​ຢາມເກາະເຊັນກາກຸ (Senkaku) ທີ່​ມີ​ການ​ຂັດ​ແຍ້ງ ແລະຂຽນປ້າຍຕ່າງໆ​ໃສ່ ທີ່​ເກາະ​ດັ່ງ​ກ່າວນັ້ນ, ອີງຕາມເວັບໄຊທ໌ຂ່າວ Global Times ທີ່ຖືກຄວບຄຸມໂດຍລັດຖະບານຈີນ. ຈີນໄດ້ອ້າງເອົາ​ກຳ​ມະສິດໃນໝູ່ເກາະດັ່ງກ່າວນີ້, ເຊິ່ງເອີ້ນເກາະ ​ຕຽວຢູ (Diaoyu) ນີ້ວ່າ ເປັນເກາະຂອງຕົນ.

ຈີນ ໄດ້ມີການຮ້ອງຮຽນຢ່າງເປັນທາງການເຖິງ ຍີປຸ່ນ ເນື່ອງຈາກຂໍ້ພິພາດຂອງພວກເຂົາກ່ຽວກັບ 8 ໝູ່ເກາະ ທີ່ບໍ່ມີຄົນອາໄສຢູ່ໃນ​ເຂດນັ້ນ.

ຈີນ ໄດ້ເພີ້ມການເຄື່ອນໄຫວ​ຂອງກອງທັບເຮືອ ແລະທາງອາກາດຢູ່ໃນຂົງເຂດທະເລຈີນຕາເວັນອອກ, ອັນໄດ້ແຜ່ຍາວລະຫວ່າງສອງປະເທດ ແລະຂະຫຍາຍກວ້າງເຂົ້າໄປສູ່ມະຫາສະໝຸດປາຊີຟິກຕາເວັນຕົກ.

ລັດຖະມົນຕີກະຊວງປ້ອງກັນປະເທດຂອງຍີປຸ່ນ ກ່າວໃນວັນທີ 15 ເມສາ ນີ້ວ່າ ຈໍານວນໂຕເລກຂອງ​ການ​ບິນ​ຂຶ້ນ ເພື່ອ​ສະ​ກັດເຮືອບິນຕ່າງປະເທດ ໄດ້ເພີ້ມຂຶ້ນເຖິງ 279 ​ຄັ້ງ ໃນຊ່ວງນຶ່ງປີຜ່ານມາ ທີ່​ສິ້ນ​ສຸດ​ລົງ​ ໃນທ້າຍເດືອນມີນາແລ້ວນີ້. ທາງກະຊວງປ້ອງກັນປະເທດ ໄດ້ມີການບັນທຶກຫຼາຍກວ່າ 1,000 ເຫດການໃນຊ່ວງປີທີ່ຜ່ານມາ, ຫຼາຍໆເຫດການແມ່ນກ່ຽວຂ້ອງກັບ ຈີນ, ອີງຕາມລາຍງານຂອງສື່ມວນຊົນຍີປຸ່ນ.

ນັກຊ່ຽວຊານກ່າວວ່າ ຈີນ ກໍາລັງບອກຍີປຸ່ນ ເຊິ່ງເປັນອະດີດສັດຕູ ໃນຊ່ວງສົງຄາມໂລກຄັ້ງທີສອງວ່າ ບໍ່ຕ້ອງເຂົ້າມາຂັດຂວາງທາງຂອງພວກເຂົາ.

“ບໍ່ວ່າຍີປຸ່ນຈະເຮັດແນວໃດກໍຕາມ, ຍີປຸ່ນ ຈະບໍ່ມີວັນທີ່ຈະປ່ຽນຄວາມຈິງທີ່ວ່າ ໝູ່ເກາະຕຽວຢູດາວ (Diaoyudao) ຫຼື ໝູ່ເກາະຕຽວຢູ ກໍຄືສ່ວນນຶ່ງຂອງປະ ເທດຈີນ,” ທ່ານຫຼິວ ເພັງຢູ (Liu Pengyu), ໂຄສົກປະຈໍາສະຖານທູດຈີນຢູ່ໃນນະຄອນຫຼວງວໍຊິງຕັນກ່າວ. “ຄວາມມຸ້ງໝັ້ນຂອງຈີນ ໃນການປົກປັກຮັກສາອະທິປະໄຕຢູ່ໃນຂົງເຂດ ໝູ່ເກາະຕຽວຢູດາວ ນັ້ນໝັ້ນຄົງ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG