ຍີ່ປຸ່ນ ໄດ້ຈັດສົ່ງລູກປືນ ໄປໃຫ້ກຳລັງຮັກສາສັນຕິພາບ ສະຫະ
ປະຊາ ຊາດ ທີ່ປະຕິບັດງານ ຢູ່ໃນປະເທດຊູດານໃຕ້ ຊຶ່ງກໍາ
ລັງມີບັນຫາຢູ່ໃນຂະນະນີ້ ອັນເປັນເທຶ່ອທໍາອິດ ນັບຕັ້ງແຕ່ສົງ
ຄາມໂລກຄັ້ງທີສອງທີ່ກຸງໂຕກຽວ ໄດ້ສົ່ງອາວຸດໃຫ້ແກ່ທະ
ຫານຕ່າງປະເທດ.
ເພື່ອສະໜອງຕອບຕໍ່ການຮ້ອງຂໍຈາກສະຫະປະຊາຊາດ
ຍີ່ປຸ່ນກ່າວວ່າ ຕົນໄດ້ຈັດສົ່ງລູກປືນ 10,000 ລູກ ໃນຕອນແລງ
ຂອງວັນຈັນວານນີ້ ໄປໃຫ້ທະຫານເກົາຫລີໃຕ້ ຊຶ່ງເປັນພາກ
ສ່ວນນຶ່ງຂອງກໍາລັງນາໆຊາດ ຮັບມືກັບຄວາມຮຸນແຮງ ທີ່ຂົ່ມ
ຂູ່ວ່າ ຈະນຳເອົາຊູດານໃຕ້ ກັບຄືນໄປສູ່ ສົງຄາມກາງເມືອງ
ອີກຄັ້ງນຶ່ງນັ້ນ.
ຍີ່ປຸ່ນ ມີລັດຖະທໍາມະນູນທີ່ຮັກຫອມສັນຕິພາບ ແລະບັງຄັບຕົນເອງບໍ່ໃຫ້ສົ່ງອາວຸດອອກນອກປະເທດ. ແຕ່ວ່າ ບັນດາເຈົ້າໜ້າທີ່ກຸງໂຕກຽວ ກ່າວວ່າ ລັດຖະທຳມະນູນອະນຸຍາດໃຫ້ຈັດສົ່ງອາວຸດໄດ້ ໃນຖານະທີ່ ເປັນພາກສ່ວນນຶ່ງ ຂອງການປະຕິບັດງານຮັກສາສັນ ຕິພາບສະຫະປະຊາຊາດ ໂດຍໄດ້ຮັບການອະນຸມັດຈາກຄະນະລັດຖະບານ.
ນາຍົກລັດຖະມຸນຕີ Shinzo Abe ຜູ້ທີ່ໄດ້ກັບຄືນມາກໍາອໍານາດເທື່ອ ທີ່ສອງ ເມື່ອນຶ່ງປີທີ່ຜ່ານມານັ້ນ ໄດ້ກ່າວວ່າ ທ່ານມີຄວາມຕ້ອງການຢາກປ່ຽນແປງລັດຖະທໍາມະນູນ ເພື່ອອະນຸຍາດໃຫ້ປະຕິບັດການໃນອັນທີ່ທ່ານຮ້ອງວ່າ “ນະໂຍບາຍສະໜັບສະໜຸນສັນຕິພາບຢ່າງແຂງຂັນ” ຢູ່ໃນທົ່ວໂລກ.
ນອກນັ້ນ ທ່ານຍັງໄດ້ສະເໜີ ໃຫ້ໂຍະຍານຜ່ອນຜັນ ໃນການສົ່ງອອກ ພັດທະນາ ແລະຜະລິດອາວຸດ ຂອງຍີ່ປຸ່ນ ທີ່ມີການຫ້າມມາເປັນເວລາຫລາຍໆທົດສະວັດນັ້ນ.