ຍີ່ປຸ່ນມອບຢາວັກຊີນກັນໂຄວິດ-19 ອາສຕຣາເຊເນກາ 6 ແສນໂດສ ໃຫ້ລາວ ໄພສານມີລາຍງານ:
ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ທ່ານໂມເຕງິ ໂທຊິມິດຊຶ ໄດ້ປະກາດໃນອາທິດແລ້ວນີ້ວ່າ ສປປ ລາວ ແມ່ນນຶ່ງໃນຫຼາຍໆປະເທດ ທີ່ຈະໄດ້ຮັບການຊ່ວຍເຫຼືອດ້ານຢາວັກຊີນ ຈາກປະເທດຍີ່ປຸ່ນ. ທ່ານໂທຊິມິດຊຶ ກ່າວຜ່ານນາຍພາສາວ່າ:
ເມື່ອການປະສານງານເສັດສິ້ນລົງແລ້ວ ກໍມີການວາງແຜນທີ່ຈະສະໜອງຢາວັກຊີນເຫຼົ່ານີ້ ໃຫ້ແກ່ກຳປູເຈຍ ລາວ ຕີມໍຕາເວັນອອກ ບັງກລາແດັສ ມາລດິຟ ສຣີລັງກາ ຟິຈິ ກີິຣີບາຕີ ປາປົວນິວກີນີ ຊາມົວ ໝູ່ເກາະໂຊໂລມອນ ຕົງກາ ວານູອາຕູ ແລະອີຣ່ານ.
ຖະແຫຼງການຂອງສະຖານທູດຍີ່ປຸ່ນເວົ້າວ່າ ປະເທດຍີ່ປຸ່ນມີຄວາມຍິນດີ ທີ່ຈະສະໜອງຢາວັກຊີນອາສຕຣາເຊເນກາ ທີ່ຜະລິດ ຢູ່ໃນປະເທດຍີ່ປຸ່ນ ປະມານ 6 ແສນໂດສ ໃຫ້ແກ່ປະຊາຊົນລາວ ໂດຍຜ່ານໂຄງການໂຄແວັກສ໌.
ຢາວັກຊິນອາສຕຣາເຊເນກາ ເປັນຢາວັກຊີນຊະນິດທີ່ສັກ 2 ເຂັມ ແລະມີຫຼາຍໆປະເທດໄດ້ຊັກຊາວັກຊີນຊະນິດດັ່ງກ່າວນີ້ ໃຫ້ແກ່ປະຊາຊົນຂອງຕົນ.
ຖະແຫຼງການຍັງເວົ້າວ່າ ໃນໄລຍະຜ່ານມາ ລັດຖະບານຍີ່ປຸ່ນກໍໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເປັນຈຳນວນຫຼວງຫຼາຍໃນການຕໍ່ສູ້ຕ້ານໂຄວິດ-19 ຊຶ່ງໃນນັ້ນມີຮວມທັງອຸບປະກອນການແພດ ຊຸດປ້ອງກັນ PPE ຕະຫຼອດທັງຢາວັກຊີນ. ຖະແຫຼງການຍັງເວົ້າວ່າ ຍັງໄດ້ເອົາໃຈໃສ່ ໃນການປັບປຸງລະບົບຂົນສົ່ງເຢັນ ໃນປະເທດລາວນຳອີກ ດ້ວຍການມອບຕູ້ເຢັນແລະຕູ້ແຊ່ພາຍໃຕ້ໂຄງການທີ່ມີຊື່ວ່າ “ການສົ່ງເສີມການສົ່ງຢາວັກຊີນໃຫ້ທົ່ວເຖິງ.”
ເມື່ອໄວໆມານີ້ ສປປ ລາວ ຍັງໄດ້ຮັບຢາວັກຊີນກັນໂຄວິດ-19 ອາສຕຣາເຊເນກາທີ່ຜະລິດຢູ່ອິນເດຍຈຳນວນນຶ່ງ ຢາວັກຊີນຊີໂນຟາມລ້ານກວ່າໂດສ ຈາກຈີນ ຢາວັກຊີນສະປຸດນິກ V ຈາກຣັດເຊຍ ສອງພັນໂດສ ຢາວັກຊີນຟາຍເຊີຈາກສະຫະລັດແສນກວ່າໂດສ ແລະຈອນສັນແລະຈອນສັນລ້ານກວ່າໂດສ.