ຍີ່ປຸ່ນໄດ້ຍື່ນປະທ້ວງຢ່າງເປັນທາງການຕໍ່ຈີນ ຫລັງຈາກມີການແນມເຫັນກຳປັ່ນຈີນ
ລຳນຶ່ງ ແລ່ນຢູ່ໃນທະເລຈີນຕາເວັນອອກ ໃກ້ໆກັບໝູ່ເກາະທີ່ອ້າງເອົາກຳມະສິດໂດຍ
ປະເທດທັງສອງ.
ມີການແນມເຫັນກຳປັ່ນລົບລຳນຶ່ງຂອງຈີນ ແລ່ນຢູ່ນອກເຂດນ່ານນ້ຳ 22 ກິໂລແມັດ ຊຶ່ງເປັນເຂດຈຳກັດຂອງດິນແດນຍີ່ປຸ່ນ ຢູ່ນອກໝູ່ເກາະດັ່ງກ່າວໃນວັນພະຫັດວານນີ້.
ໂຄສົກຂອງກະຊວງປ້ອງກັນປະເທດຍີ່ປຸ່ນກ່າວວ່າ ມີການພົບເຫັນເຮືອດຳນ້ຳລຳນຶ່ງ
ຊຶ່ງເຊື່ອວ່າ ເປັນຂອງຈີນຄືກັນເຄື່ອນໄຫວຢູ່ໃນບໍລິເວນດຽວກັນນີ້ ໃນວັນພຸດ ແລະ
ວັນພະຫັດວານນີ້.
ທີ່ນະຄອນຫຼວງໂຕກຽວ ຮອງລັດຖະມົນຕີກະຊວງຕ່າງປະເທດຍີ່ປຸ່ນ ທ່ານຊິນນຸເກະ
ສຸກີຢາມະ ໄດ້ຮຽກຕົວເອກອັກຄະລັດຖະທູດຈີນ ທ່ານເຈັງ ຢັງຫວາ ເຂົ້າພົບເພື່ອສະ
ແດງຄວາມເປັນຫ່ວງກ່ຽວກັບເຫດການດັ່ງກ່າວນີ້.
ທ່ານລູກັງ ໂຄສົກກະຊວງການຕ່າງປະເທດຈີນກ່າວຕໍ່ພວກນັກຂ່າວ ທີ່ນະຄອນຫຼວງ
ປັກກິ່ງວ່າ ກຳປັ່ນທັງສອງລຳຂອງຕົນເຂົ້າໄປໃນບໍລິເວນດັ່ງກ່າວ ເພື່ອຕິດຕາມເບິ່ງ
ການເຄື່ອນໄຫວຂອງກຳປັ່ນຍີ່ປຸ່ນ.