ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຍີ່​ປຸ່ນ ປະ​ທ້ວງ​ຈີນ ທີ່​ຄຸມ​ຂັງ​ປະ​ຊາ​ຊົນ​ຂອງ​ຕົນ ແລະ​ເຄື່ອນ​ໄຫວ​ທາງ​ທະ​ເລ


ແຟ້ມ - ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ ທ່ານ​ໂຢ​ຊິ​ມາ​ຊະ ຮາ​ຢາ​ຊິ.
ແຟ້ມ - ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ ທ່ານ​ໂຢ​ຊິ​ມາ​ຊະ ຮາ​ຢາ​ຊິ.

ລັ​ດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ ໄດ້​ປະ​ທ້ວງ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຈີນ ຕໍ່​ການ​ຄຸມ​ຂັງ​ຊາວ​ຍີ່​ປຸ່ນ​ຄົນ​ນຶ່ງ​ທີ່​ປັກ​ກິ່ງ ແລະ​ໄດ້​ສະ​ແດງ “ຄວາມ​ເປັນ​ຫ່ວງ ​ຢ່າງ​ແຮງ” ກ່ຽວ​ກັບ​ການ​ເພີ້ມ​ ການ​ເຄື່ອນ​ໄຫວ​ທາງ​ທະຫານ​ຂອງ​ຈີນ ຢູ່​ໃກ້​ກັບ​ໄຕ້​ຫວັນ ແລະ​ອ້ອມ​ແອ້ມ​ປະ​ເທດ​ຍີ່​ປຸ່ນ ອີງ​ຕາມ​ລາຍ​ງານ​ຂອ​ງ​ອົງ​ການ​ຂ່າວ​ເອ​ພີ.

ທ່ານ​ໂຢ​ຊິ​ມາ​ຊະ ຮາ​ຢາ​ຊິ (Yoshimasa Hayashi) ພວມ​ຢູ່​ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ປະ​ເທດ​ຈີນ​ເປັນ​ເວ​ລາ 2 ມື້ ​ແມ່ນນັກ​ການ​ທູດ​ຍີ່​ປຸ່ນ​ຄົນ​ທຳ​ອິດທີ່​ໄດ້​ໄປ​ຢ້ຽມ​ຢາມ​ຈີນ​ໃນ​ຮອບ​ສາມ​ປີກວ່າໆ ໃນ​ຂະ​ນະ​ທີ່ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ປະ​ເທດ​ທັງ​ສອງ​ເພີ້ມ​ທະ​ວີ​ຂຶ້ນ.

ໃນ​ລະ​ຫວ່າງ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ​ຈິນ ກັງ ນັ້ນ ທ່ານ​ຮາ​ຢາ​ຊິ ທວງ​ໃຫ້​ປ່ອຍ​ໂດຍ​ໄວ ​ພະ​ນັກ​ງານ​ບໍ​ລິ​ສັດ​ເພ​ຊັດ​ສະ​ກຳ​ຂອງ​ຍີ່​ປຸ່ນ ທີ່​ຖືກ​ຄຸມ​ຂັງ​ຢູ່​ນະ​ຄອນ​ປັກ​ກິ່ງ​ເມື່ອ​ເດືອນ​ແລ້ວ​ໃນ​ອັນ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນກ່າວ​ວ່າ ຖືກສົງ​ໄສເປັນ​ສອດ​ແນມ.

ທ່ານ​ຈິນ ກັງ ໃນ​ຂະ​ນະ​ດຽວ​ກັນ ກໍ​ເຕືອນ​ຍີ່​ປຸ່ນ​ ໃນ​ການ​ພົວ​ພັນ​ ກັບ​ບັນ​ຫາ​ໄຕ້​ຫວັນ ຊຶ່ງ​ເປັນ​ປະ​ເທດ​ເກາະ​ດອນ​ປົກ​ຄອງ​ຕົນ​ເອງ ທີ່​ຈີນ​ກ່າວອ້າງວ່າ ​ເປັນດິນ​ແດນຂອງ​ຕົນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG