ເຮືອລາດຕະເວນຂອງຍີ່ປຸ່ນລຳນຶ່ງ ໄດ້ຖືກໄລ່ລ່າໂດຍເຮືອຫາປາທີ່ຕິດອາວຸດ
ຊຶ່ງເຊື່ອກັນວ່າເປັນຂອງເກົາຫຼີເໜືອ ພາໃຫ້ໂຕກຽວ ຍື່ນການປະທ້ວງຢ່າງເປັນ
ທາງການ ຕໍ່ພຽງຢາງ.
ຫົວໜ້າກອງເລຂາຄະນະລັດຖະບານຍີ່ປຸ່ນ ທ່ານ Yoshihide Suga ກ່າວຕໍ່
ພວກນັກຂ່າວໃນວັນພະຫັດມື້ນີ້ວ່າ ເຫດການດັ່ງກ່າວເກີດຂຶ້ນໃນວັນສຸກແລ້ວ
ຢູ່ໃນບໍລິເວນນ່ານນ້ຳຂອງເຂດເສດຖະກິດພິເສດ ທາງພາກເໜືອຂອງປະເທດ
ຍີ່ປຸ່ນ. ທ່ານ Suga ກ່າວວ່າ ເຮືອຫາປາລຳນັ້ນ ໄດ້ແນປືນໃສ່ເຮືອລາດຕະເວນ
ຂອງຍີ່ປຸ່ນ ຊຶ່ງໄດ້ບັງຄັບໃຫ້ເຮືອລາດຕະເວນຕ້ອງໄດ້ຫລົບໜີໄປ.
ບໍ່ມີຜູ້ໃດໄດ້ຮັບບາດເຈັບຈາກເຫດການໃນຄັ້ງນີ້. ທ່ານ Suga ເວົ້າວ່າ ລັດຖະ
ບານ ໄດ້ຍື່ນປະທ້ວງຕໍ່ສະຖານທູດເກົາຫຼີເໜືອ ຢູ່ນະຄອນຫຼວງປັກກິ່ງ.
ອົງການຂ່າວຂອງຍີ່ປຸ່ນ ລາຍງານວ່າເຂດນ່ານນ້ຳດັ່ງກ່າວ ແມ່ນບ່ອນທີ່ອຸດົມ
ສົມບູນໄປດ້ວຍປາໝຶກ ທີ່ເຮືອຂອງເກົາຫລີເໜືອມັກແລ່ນເຂົ້າໄປຫາປາແບບ
ຜິດກົດໝາຍນັ້ນ.