ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈະຫຼວດຂອງບໍລິສັດເອກະຊົນຂອງຍີ່ປຸ່ນ ລະເບີດຂຶ້ນ ບໍ່ດົນຫຼັງຈາກທີ່ໄດ້ຍິງຂຶ້ນ


ພວກຜູ້ໄປຊົມການຍິງຈະຫຼວດ ພາກັນແນມເຫັນຄວັນ ຝຸ່ງຂຶ້ນສູ່ທ້ອງຟ້າ ຢູ່ດ້ານຫຼັງພູພາຍຫຼັງຈາກຈະຫຼວດຂະໜາດນ້ອຍຜະລິດໂດຍ ບໍລິສັດເລີ້ມຕົນໃໝ່ Space One ທີ່ມີຫ້ອງການຕັ້ງຢູ່ໃນນະຄອນຫຼວງໂຕກຽວ ໄດ້ລະເບີດຂຶ້ນບໍ່ດົນຫຼັງຈາກໄດ້ຍິງຂຶນ, ຢູ່ທີ່ Spaceport Kili ໃນເຂດຄູຊີໂມໂຕະ, ແຂວງວາກະຢາມະ, ວັນທີ 13 ມີນາ 2024.
ພວກຜູ້ໄປຊົມການຍິງຈະຫຼວດ ພາກັນແນມເຫັນຄວັນ ຝຸ່ງຂຶ້ນສູ່ທ້ອງຟ້າ ຢູ່ດ້ານຫຼັງພູພາຍຫຼັງຈາກຈະຫຼວດຂະໜາດນ້ອຍຜະລິດໂດຍ ບໍລິສັດເລີ້ມຕົນໃໝ່ Space One ທີ່ມີຫ້ອງການຕັ້ງຢູ່ໃນນະຄອນຫຼວງໂຕກຽວ ໄດ້ລະເບີດຂຶ້ນບໍ່ດົນຫຼັງຈາກໄດ້ຍິງຂຶນ, ຢູ່ທີ່ Spaceport Kili ໃນເຂດຄູຊີໂມໂຕະ, ແຂວງວາກະຢາມະ, ວັນທີ 13 ມີນາ 2024.

ຈະຫຼວດທີ່ຜະລິດໂດຍບໍລິສັດຂອງຍີ່ປຸ່ນ ໄດ້ລະເບີດບໍ່ດົນຫຼັງຈາກທີ່ຍິງຂຶ້ນ ໃນວັນພຸດມື້ນີ້, ດ້ວຍສະຖານີໂທລະພາບ NHK ຂອງລັດ​ຖະ​ບານ ຍີ່ປຸ່ນ ໄດ້ສະແດງວິ​ດີ​ໂອຂອງ​ຄວາມລົ້ມແຫຼວທີ່ລຸກເປັນໄຟ​ນັ້ນ, ອີງຕາມລາຍງານ ຂອງອົງການຂ່າວເອແອັຟພີ.

ບໍລິສັດເລີ້ມຕົ້ນໃໝ່ຊື່ວ່າ Space One ທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ ໂຕກຽວ ໄດ້ຕັ້ງເປົ້າໝາຍທີ່ຈະກາຍເປັນບໍລິສັດເອກະຊົນແຫ່ງທຳອິດຂອງຍີ່ປຸ່ນ ທີ່ສົ່ງດາວທຽມຂຶ້ນສູ່ວົງໂຄຈອນໄດ້ສຳເລັດ.

ຈະຫຼວດ Kairos ທີ່ບັນຈຸດ້ວຍເຊື້ອໄຟແຂງ ສູງ 18 ແມັດຂອງບໍລິສັດ ໄດ້ຖືກ ຍິງຂຶ້ນຈາກຖານສົ່ງຈະຫຼວດຂອງບໍລິສັດເລີ້ມຕົນໃໝ່ເອງ ໃນ​ແຂວງ ວາກະຢາມະ ທາງພາກຕາເວັນຕົກຂອງຍີ່ປຸ່ນ ທີ່ບັນທຸກດາວທຽວທົດລອງຂະ ໜາດນ້ອຍຂອງລັດຖະບານ.

ແຕ່ບໍ່ພໍເທົ່າໃດວິນາທີ ຫຼັງຈາກທີ່ໄດ້ທະຍານຂຶ້ນ ຈະຫຼວດດັ່ງກ່າວກໍໄດ້ລະເບີດ ລຸກເປັນກ້ອນໄຟ ພ້ອມດ້ວຍຄວັນດຳແຜ່ກະຈາຍໄປທົ່ວບໍລິເວນຖານຍິງ.

ຊິ້ນສ່ວນຕ່າງໆຂອງຈະຫຼວດກໍໄໝ້ເປັນໄຟ ທີ່ເຫັນໄດ້ວ່າກຳລັງຕົກລົງມາສູ່ພື້ນ ດິນບໍລິເວນອ້ອມແອ້ມເນີນພູ ໃນຂະນະທີ່ຫົວສີດນ້ຳທີ່ຝັງຢູ່ພື້ນດິນ ກໍໄດ້ເລີ້ມ​ສີດນ້ຳອອກມາເພື່ອດັບໄຟ.

“ການສົ່ງຈະຫຼວດ Kairos ຄັ້ງທຳອິດຂອງບໍລິສັດ Space One ໄດ້ຖືກດຳ ເນີນການ ແຕ່ພວກເຮົາໄດ້ເອົາມາດຕະການເພື່ອຍົກເລີກການບິນນັ້ນ” ບໍລິສັດ Space One ໄດ້ກ່າວໃນຖະແຫລງການສະບັບນຶ່ງ ໂດຍຖະແຫລງການກ່າວ ຕື່ມວ່າ “ລາຍລະອຽດຕ່າງໆ ແມ່ນກຳລັງຢູ່ໃນການສືບສວນສອບສວນ.”

ຄວາມລົ້ມແຫຼວນັ້ນ ເປັນຂີດໝາຍຂອງຄວາມເສຍຫາຍໃນຄວາມພະຍາຍາມ ຂອງຍີ່ປຸ່ນ ທີ່ຈະເຂົ້າຮ່ວມໃນຕະຫຼາດການສົ່ງດາວທຽມຂຶ້ນອະວະກາດ ທີ່ມີທ່າ ແຮງຈະໄດ້ຮັບຜົນກຳໄລຢ່າງງາມ.

ລັດຖະບານຍີ່ປຸ່ນ ຢາກ​ທີ່​ຈະປະເມີນຜົນເບິ່ງວ່າ ຕົນຈະສາມາດສົ່ງດາວທຽມຂະ ໜາດນ້ອຍແບບຊົ່ວຄາວໄດ້ຢ່າງວ່ອງ​ໄວຫຼືບໍ່, ເວ​ລ​າ​ທີ່ ແລະຖ້າຫາກວ່າ ພວກດາວທຽມສອດແນມທີ່ມີຢູ່ແລ້ວຂອງຕົນ ເກີດປະຕິບັດງານບໍ່ໄດ້.

ຈະຫຼວດ Kairos ໄດ້ຖືກ​ຕັ້ງຄວາມຫວັງໄວ້​ວ່າຈະນຳເອົາດາວທຽມຂຶ້ນສູ່ວົງໂຄ ຈອນປະມານ 51 ນາທີຫຼັງຈາກການຍິງຂຶ້ນ.

A rocket made by a Japanese company exploded just after launch on Wednesday, with public broadcaster NHK showing footage of the fiery failure.

Tokyo-based startup Space One had been aiming to become the first Japanese private firm to successfully place a satellite into orbit.

Its 18-meter solid-fuel Kairos rocket blasted off from the startup's own launch pad in Wakayama prefecture in western Japan, carrying a small government test satellite.

But seconds after the launch, the rocket erupted into a ball of flame, with black smoke filling the launch pad area.

Burning debris was seen falling onto the surrounding mountain slopes as sprinklers began spraying water.

"The launch of the first Kairos rocket was executed, but we took a measure to abort the flight," Space One said in a statement, adding that "details are being investigated".

The failure marks a blow to Japan's efforts to enter the potentially lucrative satellite-launch market.

The government wants to assess if it can quickly launch temporary, small satellites when and if its existing spy satellites malfunction.

Kairos had been hoped to put the satellite into orbit around 51 minutes after launch.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG