ຫຼານສາວກົກຂອງເຈົ້າຈັກກະພັດ ອາກິິຮິໂຕະ ຂອງ ຍີ່ປຸ່ນ ກຳລັງຈະເຂົ້າພິທີວິວາ.
ເຈົ້າຍິງ ມາໂກະ ແລະ ຄູ່ໝັ້ນຂອງເພິ່ນ ທ້າວ ເຄອິ ໂຄມູໂຣະ ໄດ້ປະກາດການໝັ້ນຂອງ
ພວກເພິ່ນ ຜ່ານກອງປະຊຸມຖະແຫຼງຂ່າວທີ່ອອກອາກາດທາງໂທລະພາບໃນວັນອາທິດ
ວານນີ້.
ທັງສອງທ່ານແມ່ນເພື່ອນຮ່ວມຫ້ອງຮຽນດຽວກັນ ທີ່ມະຫາວິທະຍາໄລ International
Christian ແລະສຳເຮັດປະລິນຍາຈາກໂຮງຮຽນດັ່ງກ່າວ.
ເຈົ້າຍິງ ມາໂກະ ທີ່ມີອາຍຸໄດ້ 25 ພັນສາກ່າວວ່າ ເພິ່ນໄດ້ຕົກຂຸມຮັກກັບຄູ່ໝັ້ນຂອງເພິ່ນ
ດ້ວຍ “ຮອຍຍິ້ມທີ່ງາມຄືດວງຕາເວັນ” ຄວາມສື່ສັດຂອງລາວ ແລະ ຄວາມໃຈກວ້າງຂອງ
ລາວ.
ທ້າວ ໂຄມູໂຣະ ເຊິ່ງມີອາຍຸ 25 ປີເຊັ່ນກັນ ກ່າວວ່າ ເຈົ້າຍິງ ມາໂກະ ແຍງລາວຢ່າງງຽບໆ
“ຄືກັບດວງເດືອນ.”
ເຈົ້າຍິງ ມາໂກະ ຈະສູນເສຍຖານະກະສັດຂອງເພິ່ນ ເມື່ອເພິ່ນແຕ່ງງານກັບທ້າວ
ໂຄມູໂຣະ ທີ່ເປັນສາມັນຊົນ. ເຈົ້າຍິງບໍ່ເຄີຍຢູ່ໃນຖັນແຖວທີ່ຈະຂຶ້ນຄອງພະລາດຊະບັນ
ລັງ ຍ້ອນກົດລະບຽບຂອງວັງ ທີ່ແຕ່ງຕັ້ງແຕ່ຜູ້ຊາຍເທົ່ານັ້ນ.
ເຈົ້າຍິງ ມາໂກະ ກ່າວວ່າ “ຂ້າພະເຈົ້າຮູ້ມາຕັ້ງແຕ່ຍັງນ້ອຍ ວ່າ ຂ້າພະເຈົ້າຈະສູນເສຍສະ
ຖານະກະສັດ ເມື່ອຂ້າພະເຈົ້າແຕ່ງງານ. ຂ້າພະເຈົ້າໄດ້ຮັກແລະຖະໜອມຊີວິດຂອງຂ້າ
ພະເຈົ້າມາ.”
ບັນດາເຈົ້າໜ້າທີ່ພະລາຊະວັງກ່າວວ່າ ເຈົ້າຍິງ ມາໂກະ ຄາດວ່າຈະແຕ່ງງານກັບທ້າວ
ໂຄມູໂຣະ ປີໜ້າ.
ຄາດວ່າ ພໍ່ປູ່ຂອງເຈົ້າຍິງ, ຄືເຈົ້າຈັກກະພັດ ອາກິຮິໂຕະ ຈະລົງຈາກພະລາດຊະບັນລັງ
ໃນປີໜ້າ. ລູກຊາຍກົກຂອງພະອົງ ເຊິ່ງແມ່ນອົງມົງກຸດ ນາຣູຮິໂຕະ ຈະເປັນຜູ້ສືບທອດ
ພະລາດຊະບັນລັງແທນ.