ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມີການປ່ຽນແປງທີ່ສໍາຄັນ ໃນຄະນະລັດຖະ​ບານຂອງຍີ່ປຸ່ນ ທ່າມກາງສຽງຄັດຄ້ານ ໃນການພົວພັນຂອງພັກ ແລະໂບດແຫ່ງຄວາມສາມັກຄີ


ທ່ານຟູມິໂອະ ກິຊິດະ, ນາຍົກລັດຖະມົນຕີຂອງຍີ່ປຸ່ນ ຢູ່ທີ່ຢູ່ທີ່ທໍານຽບນາຍົກລັດຖະມົນຕີໃນນະຄອນຫຼວງໂຕກຽວ, ວັນທີ 8 ກໍລະກົດ 2022.
ທ່ານຟູມິໂອະ ກິຊິດະ, ນາຍົກລັດຖະມົນຕີຂອງຍີ່ປຸ່ນ ຢູ່ທີ່ຢູ່ທີ່ທໍານຽບນາຍົກລັດຖະມົນຕີໃນນະຄອນຫຼວງໂຕກຽວ, ວັນທີ 8 ກໍລະກົດ 2022.

ນາຍົກລັດຖະມົນຕີຂອງຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ໄດ້ມີການປັບປຸງຄະນະລັດຖະບານຂອງທ່ານໃນວັນພຸດມື້ນີ້ ໂດຍໄດ້ສັບ​ປ່ຽນລັດຖະມົນຕີຈໍານວນນຶ່ງທີ່ພົວພັນກັບໂບດແຫ່ງຄວາມສາມັກຄີ ຫຼື Unification Church ລຸນຫຼັງທີ່ມີກະແສຕໍ່ຕ້ານລັດຖະບານທີ່ຮຸນແຮງເພີ້ມຂຶ້ນກ່ຽວກັບຄວາມສໍາພັນຂອງພັກລັດ ຖະບານແລະກຸ່ມສາ​ສະ​ໜາ​ດັ່ງ​ກ່າວ ທີ່ສົ່ງຜົນເຮັດໃຫ້ສຽງສະໜັບສະໜຸນຂອງປະຊາຊົນທົ່ວໄປຫຼຸດລົງ, ອີງຕາມລາຍງານຈາກອົງການຂ່າວຣອຍເຕີ.

ທ່ານ ກິຊິດະ ໄດ້ປະກາດຄະນະລັດຖະບານຊຸດໃໝ່ຂອງທ່ານ ເຊິ່ງເປັນການປ່ຽນແປງທີ່ເກີດຂຶ້ນໄວກວ່າທີ່ນັກວິເຄາະໄດ້ຄາດການເອົາໄວ້, ໂດຍເນັ້ນຢໍ້າເຖິງ ຄວາມສໍາພັນຂອງ​ສະ​ມາ​ຊິກສະພາ ກັບຄະນະໂບດ ເຊິ່ງໄດ້ກາຍມາເປັນຄວາມ​ເຊື່ອມ​ເສຍ​ຫຼາຍ​ຂຶ້ນ ລຸນຫຼັງທີ່ທ່ານເຂົ້າກໍາອໍານາດ ບໍ່ເຖິງນຶ່ງປີ.

ສະມາຊິກໃນຄະນະລັດຖະ​ບານທີ່ສໍາຄັນບາງຄົນ ເຊັ່ນວ່າ ລັດຖະມົນຕີກະຊວງການຕ່າງປະເທດ ແລະລັດຖະມົນຕີກະຊວງການເງິນແມ່ນຍັງຄົງດໍາລົງຕໍາແໜ່ງຂອງພວກທ່ານທັງສອງຕໍ່ໄປ. ແຕ່ລັດຖະມົນຕີທິ່ມີຊື່ສຽງຄົນອື່ນໆ ແມ່ນໄດ້ຖືກ​ປົດອອກທັງໝົດ ລວມທັງນ້ອງຊາຍ ຂອງອະດີດນາຍົກລັດຖະມົນຕີທີ່ຖືກລອບສັງຫານ ທ່ານຊິນໂຊະ ອາເບະ ຄືທ່ານໂນບູໂອະ ກິຊິ ເຊິ່ງຖືກປົດ​ອອກ​ຈາກ ຕໍາແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດ.

ຜູ້ຕ້ອງຫາທີ່ສັງຫານທ່ານອາເບະ ກ່າວວ່າ ແມ່ຂອງລາວ ແມ່ນສະມາຊິກຂອງໂບດແຫ່ງຄວາມສາມັກຄີ ໄດ້ລົ້ມລະລາຍ ຍ້ອນການບໍລິຈາກໃຫ້ໂບດ, ແລະກໍຕໍາໜິທ່ານອາເບະ ທີ່ໃຫ້ການສະໜັບສະໜຸນກຸ່ມດັ່ງກ່າວ.

ໃນການສໍາຫຼວດຄວາມຄິດເຫັນຄັ້ງຫຼ້າສຸດພົບວ່າ ການສະໜັບສະໜຸນຂອງທ່ານກິຊິດະ ຫລຸດລົງມາຈາກ 59 ເປີເຊັນເປັນ 46 ເປີເຊັນໃນເວລາພຽງແຕ່ສາມອາທິດແລ້ວນີ້, ສະຖານີໂທລະພາບສາ​ທາ​ລະ​ນະ NHK ເປີດເຜີຍໃນວັນຈັນແລ້ວນີ້ວ່າ ເປັນຄະແນນທີ່ຕໍ່າທີ່ສຸດ ນັບຕັ້ງແຕ່ທ່ານເຂົ້າມາດໍາລົງຕໍາແໜ່ງນາ ຍົກລັດຖະມົນຕີ.

ທ່ານຊິເກໂນບຸ ທາມູຣະ (Shigenobu Tamura), ເຊິ່ງເປັນນັກວິຈານ ທາງດ້ານການເມືອງ ທີ່ເຄີຍເຮັດວຽກ ໃຫ້ພັກເສລີປະຊາທິປັດ ຫຼື LDP ກ່າວວ່າ “ການຕໍາໜິວິຈານກ່ຽວກັບໂບດແຫ່ງຄວາມສາມັກຄີ ໄດ້ສົ່ງຜົນເຮັດໃຫ້ການສະໜັບສະໜຸນລັດຖະບານ ຂອງມະຫາຊົນຫຼຸດລົງຢ່າງຫຼວງຫຼາຍ ແລະເພື່ອຍຸຕິການຫຼຸດລົງຂອງການສະໜັບສະໜຸນດັ່ງກ່າວນັ້ນ ຄືເຫດຜົນອັນສໍາຄັນທີ່ເຮັດໃຫ້ມີການປັບປຸງຄະນະລັດຖະບານ ແລະ​ທ່າ​ທີ​ຕ່າງໆຂອງພັກ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG