ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ເລື່ອນເວລາໃນການສົ່ງຈະຫຼວດລຸ້ນໃໝ່​ຂຶ້ນສູ່ອະວະກາດ ເນື່ອງຈາກສະພາບອາກາດທີ່ບໍ່ດີ

ແຟ້ມຮູບ-ລູກຈະຫຼວດ H-IIA ທີ່ບັນທຸກເຄື່ອງລົງຈອດເທິງດວງຈັນຂອງອົງການອະວະກາດແຫ່ງຊາດ ຖືກປ່ອຍອອກຈາກສູນກາງອະວະກາດໃນເກາະ ທາເນກາຊິມະ, ປະເທດເທດຍີ່ປຸ່ນ, ວັນທີ 7 ກັນຍາ 2023. ຍີ່ປຸ່ນ ປະກາດໃນວັນທີ 13 ກຸມພາ 2024 ວ່າຕົນເລື່ອນການຍິງຈະຫຼວດ H3 ທີ່ຖືກກໍານົດໄວ້ໃນອາທິດນີ້. (Kyodo/via REUTERS)

ອົງການ​ອະວະກາດ​ຂອງ​ຍີ່ປຸ່ນ, ​ໃນ​ວັນ​ອັງຄານ​ມື້​ນີ້ ​ໄດ້​ເລື່ອນ​ເວລາໃນ​ການສົ່ງ​ຈະ​ຫຼວດ​ລຸ້ນ​ໃໝ່ ທີ່​ໄດ້​ວາງ​ແຜນ​ໄວ້​ໃນ​ອາທິດ​ນີ້ຂອງຕົນ ​ເນື່ອງ​ຈາກ​ສະພາບ​ອາກາດ​ທີ່ບໍ່ດີ, ລຸນຫຼັງ​ຄວາມ​ພະຍາຍາມສອງຄັ້ງໃນກ່ອນໜ້ານັ້ນ​ ບໍ່ປະສົບຜົນສໍາເລັດ.

ຈະຫຼວດ H3 ມີ​ກຳນົດ​ຈະຖື​ກ​ສົ່ງ ​ຂຶ້ນ​ຈາກ​ເກາະ ທາເນກະຊິມະ (Tanegashima) ທີ່ຕັ້ງຢູ່ທາງທິດໃຕ້ ໃນ​ວັນ​ພະຫັດ.

ໂດຍ​ຖື​ວ່າ​ເປັນຍານອະວະກາດ​ລຳ​ໃໝ່​ທີ່​ມີ​ຄວາມ​ຄ່ອງ​ຕົວ ​ແລະ​ຄຸ້ມ​ຄ່າ, ​ເຊິ່ງມັນ​ໄດ້ນຳ​ເອົາ​ດາວ​ທຽມ​ນ້ອຍ 2 ດວງໄປພ້ອມ​ໃນ​ລະຫວ່າງ​ການ​ປະຕິບັດ​ພາລະກິດ ​ເພື່ອ​ພິສູດ​ວ່າ​ມັນ​ສາມາດບິນ​ເຂົ້າ​ສູ່​ວົງ​ໂຄຈອນໄດ້.

"ເນື່ອງຈາກສະພາບອາກາດໃນມື້ນັ້ນຄາດວ່າຈະຮ້າຍແຮງຂຶ້ນ, ພວກເຮົາຈຶ່ງຕັດສິນໃຈເລື່ອນການສົ່ງອອກໄປ", ອີງຕາມການກ່າວຂອງອົງການສໍາຫຼວດອະວະກາດຍີ່ປຸ່ນ ຫຼື JAXA, ນອກຈາກນັ້ນ ຈະມີການປະກາດໃນເວລາໃໝ່ "ຖ້າມີການຕັດສິນໃຈແລ້ວ."

ຍີ່ປຸ່ນ ປະສົບຜົນສຳເລັດໃນການນຳ​ເອົາຍານອະວະກາດ SLIM ຂອງຕົນທີ່ມີຊື່ຫຼິ້ນວ່າ "Sniper Moon" ລົງຈອດຢູ່ເທິງໜ້າດວງຈັນ ໃນເດືອນແລ້ວນີ້, ເຖິງແມ່ນວ່າ ແຜງພະລັງງານແສງອາທິດຂອງຍານອະວະກາດຈະປະເຊີນກັບການດໍາເນີນງານທີ່ຜິດພາດກໍຕາມ.

ກ່ອນ​ໜ້າ​ນັ້ນ, ປະ​ເທດແຫ່ງ​ນີ້ ​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ​ທາງ​ອະວະກາດມາແລ້ວ​ຫຼາຍ​ຄັ້ງ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG