ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກໃໝ່ຍີ່ປຸ່ນ ປະກາດລາຍຊື່ ຄະນະລັດຖະບານ


ນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນ ທ່ານ Yoshihiko Noda (ແຖວໜ້າ-ກາງ) ແລະສ່ວນນຶ່ງຂອງຄະນະລັດ ຖະບານທ່ານ ຢືນຖ່າຍຮູບຮ່ວມກັນຫຼັງຈາກການປະຊຸມຄະນະລັດຖະບານເທື່ອທຳອິດ (2 ກັນຍາ 2011)
ນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນ ທ່ານ Yoshihiko Noda (ແຖວໜ້າ-ກາງ) ແລະສ່ວນນຶ່ງຂອງຄະນະລັດ ຖະບານທ່ານ ຢືນຖ່າຍຮູບຮ່ວມກັນຫຼັງຈາກການປະຊຸມຄະນະລັດຖະບານເທື່ອທຳອິດ (2 ກັນຍາ 2011)

ນາຍົກລັດຖະມົນຕີທີ່ຫາກໍຖືກແຕ່ງຕັ້ງເມື່ອໄວໆມານີ້ຂອງຍີ່ປຸ່ນໄດ້ປະກາດກ່ຽວກັບການຕັ້ງ
ລັດຖະບານຊຸດໃໝ່ ທີ່ແນໃສ່ເພື່ອນຳພາປະເທດຊາດຜ່ານຜ່າການຟື້ນໂຕຄືນຂອງເສດຖະກິດ
ທີ່ຍັງບອບບາງແລະສັ່ນຄອນ ລຸນຫຼັງທີ່ໄດ້ເກີດແຜ່ນດິນໄຫວ.

ໃນວັນສຸກມື້ນີ້ ທ່ານ Yoshihiko Noda ໄດ້ແຕ່ງຕັ້ງທ່ານ Jun Azumi ນັກຂ່າວທີ່ໄດ້ກາຍ
ເປັນຫົວໜ້າຮັບຜິດຊອບກ່ຽວກັບກິດການສະພາຂອງພັກປະຊາທິປະໄຕຍີ່ປຸ່ນ ຊຶ່ງເປັນພັກລັດ
ຖະບານ ທີ່ປົກຄອງປະເທດໃນເວລານີ້ ໃຫ້ເປັນລັດຖະມົນຕີການເງິນ ຄົນໃໝ່ຂອງປະເທດ.
ທ່ານ Koichiro Gemba ຊຶ່ງເປັນລັດຖະມົນຕີຍຸດທະສາດແຫ່ງຊາດ ຈະໄດ້ເປັນລັດຖະມົນ
ຕີການຕ່າງປະເທດຄົນໃໝ່ຂອງຍີ່ປຸ່ນ.

ທ່ານ Azumi ແລະທ່ານ Gemba ຊຶ່ງຕ່າງກໍມີອາຍຸ 50 ປີນັ້ນ ແມ່ນມີອາຍຸຂ້ອນຂ້າງໜຸ່ມ
ຖ້າສົມທຽບໃສ່ຄະນະລັດຖະມົນຕີຊຸດກ່ອນທີ່ຄອບງຳໂດຍພວກນັກການເມືອງທີ່ມີປະສົບພະ
ການນັ້ນ. ບຸກຄົນທັງສອງຕ່າງກໍເປັນພັນທະມິດທີ່ໃກ້ຊິດຂອງທ່ານ Noda.

ທ່ານ Noda ໄດ້ຮັບການຢືນຢັນຈາກສະພາແຫ່ງຊາດ ໃຫ້ເປັນນາຍົກລັດຖະມົນຕີຄົນໃໝ່
ຂອງຍີ່ປຸ່ນໃນມື້ວັນອັງຄານຜ່ານມາ. ທ່ານໄດ້ສືບທອດຕຳແໜ່ງຕໍ່ຈາກທ່ານ Naoto Kan
ທີ່ໄດ້ລາອອກໃນສັບປະດາແລ້ວທ່າມກາງການບໍ່ພໍໃຈເປັນຢ່າງແຮງຂອງປະຊາຊົນກ່ຽວກັບ
ການຮັບມືຂອງລັດຖະບານທ່ານ ຕໍ່ໄພແຜ່ນດິນໄຫວແລະວິກິດການທີ່ໂຮງໄຟຟ້ານິວເຄລຍ
Fukushima.

XS
SM
MD
LG