ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີຍີ່ປຸ່ນ ຊັບຊ້ອນ ຄະນະລັດຖະບານ


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Noato Kan ໄດ້ເປີດເຜີຍຄະ ນະລັດຖະບານຊຸດໃໝ່ຂອງທ່ານ ໃນວັນສຸກມື້ນີ້ ຂະນະທີ່ທ່ານມີ ຈຸດປະສົງແນໃສ່ ຈະສືບຕໍ່ໂຄງ ການ ເພື່ອເຮັດໃຫ້ເສດຖະກິດ ທີ່ຊັກຊ້າຂອງຍີ່ປຸ່ນ ຟື້ນໂຕຄືນ.

ທ່ານ Kan ໄດ້ປະກາດໃນວັນສຸກມື້ນີ້ວ່າ ລັດຖະມົນຕີຂົນສົ່ງ ທ່ານ Seiji Maehara ຈະເຂົ້າຮັບໜ້າທີ່ ເປັນລັດຖະມົນຕີ ການຕ່າງປະເທດ ແທນທ່ານ Katsuya Okada. ສ່ວນທ່ານ Okada ຈະໄປກຳຕຳແໜ່ງ ຜູ້ນຳໝາຍເລກ 2 ຂອງພັກລັດຖະບານຄືພັກ ປະຊາທິປະໄຕຍີ່ປຸ່ນ.

ທ່ານ Maehara ເຂົ້າກຳຕຳແໜ່ງລັດຖະມົນຕີການຕ່າງປະເທດ ທ່າມກາງທີ່ມີການຜິດ ຂ້ອງຕ້ອງຖຽງ ທາງດ້ານການທູດກັບຈີນ ພົວພັນກັບໝູ່ເກາະ ທີ່ມີການຂັດແຍ້ງ ໃນເຂດ ທະເລຈີນ ຕາເວັນອອກ. ນອກນັ້ນ ທ່ານຍັງຈະໄດ້ຮັບມື ກັບການຍົກຍ້າຍ ຖານທັບທະ ຫານມາຣີນສະຫະລັດ ທີ່ເປັນບັນຫາຖົກຖຽງໂຕ້ແຍ້ງ ຢູ່ເກາະໂອກີນາວາ.

ລັດຖະມົນຕີການເງິນ ທ່ານ Yoshihiko Noda ແມ່ນນຶ່ງໃນບັນດາລັດຖະມົນຕີ ທີ່ຍັງຮັກ ສາຕຳແໜ່ງເດີມ ຈາກຄະນະລັດຖະບານ ຊຸດກ່ອນ.

ການຊັບຊ້ອນທີ່ວ່ານີ້ ໄດ້ມີການປະກາດໃຫ້ຊາບ ບໍ່ເທົ່າໃດຊົ່ວໂມງຫຼັງຈາກຄະນະລັດຖະ ບານ ຂອງຍີ່ປຸ່ນທັງໝົດ ໄດ້ພາກັນລາອອກ.

XS
SM
MD
LG