ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກລັດຖະມົນຕີຍີ່ປຸ່ນ ຈະບໍ່ລາອອກ


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Naoto Kan
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Naoto Kan

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Naoto Kan ກ່າວວ່າ
ທ່ານຈະບໍ່ລາອອກ ຫຼັງຈາກລາຍງານຂ່າວໜັງສືພິມສະ
ບັບນຶ່ງອ້າງວ່າ ຫ້ອງການຂອງທ່ານ ໄດ້ຮັບເງິນບໍລິຈາກ
ສຳລັບການໂຄສະນາຫາສຽງ ແບບຜິດກົດໝາຍ ຈາກ
ຊາວຕ່າງປະເທດຄົນນຶ່ງ.

ລາຍງານຂ່າວ ທີ່ພິມເຜີຍແຜ່ໂດຍໜັງສືພິມ Asahi ສະ
ບັບທີ່ອອກໃນວັນສຸກມື້ນີ້ແຈ້ງວ່າ ທ່ານ Kan ໄດ້ຮັບເງິນ
ໃນຈຳນວນຫຼາຍກວ່າ 12,000 ໂດລາ ຈາກຊາວເກົາຫຼີ
ໃຕ້ຄົນນຶ່ງທີ່ອາໄສຢູ່ປະເທດຍີ່ປຸ່ນ ໃນລະຫວ່າງປີ 2006
ຫາ 2009 ຊຶ່ງເປັນການລະເມີດຕໍ່ກົດໝາຍ ວ່າດ້ວຍທຶນ
ສຳລັບການເລືອກຕັ້ງ.

ທ່ານ Kan ກ່າວຕໍ່ຄະນະກຳມາທິການຂອງສະພາແຫ່ງ
ຊາດໃນວັນສຸກມື້ນີ້ວ່າທ່ານເຊື່ອວ່າຜູ້ບໍລິຈາກເງິນດັ່ງກ່າວ
ເປັນຄົນຍີ່ປຸ່ນຍ້ອນບຸກຄົນຜູ້ນັ້ນມີຊື່ເປັນພາສາຍີ່ປຸ່ນ. ທ່ານເວົ້າວ່າ ຖ້າລາຍງານຂ່າວຂອງ
ໜັງສືພິມ Asahi ຫາກເປັນຄວາມຈິງຖ້າຍິນດີທີ່ຈະສົ່ງຄືນເງິນຈຳນວນດັ່ງກ່າວຢ່າງຄົບ
ຖ້ວນ.

ລັດຖະມົນຕີການຕ່າງປະເທດຄົນກ່ອນຂອງທ່ານ Kan ຄືທ່ານ Seiji Maehara ໄດ້ລາ
ອອກຢ່າງກະທັນຫັນ ໃນມື້ວັນອາທິດຜ່ານມາ ຍ້ອນເກີດເຫດການທີ່ຄ້າຍຄືກັນນີ້.

ມີຊາວເກົາຫຼີຈຳນວນຫຼາຍຮ້ອຍພັນຄົນອາໄສຢູ່ທີ່ປະເທດຍີ່ປຸ່ນ ຊຶ່ງສ່ວນໃຫຍ່ຂອງຊາວເກົາ
ຫຼີໃຕ້ເຫຼົ່ານີ້ແມ່ນສືບເຊື້ອສາຍມາ ຈາກພວກທີ່ຖືກນຳມາແຕ່ແຫຼມເກົາຫຼີ ໃນລະຫວ່າງການ
ຢຶດຄອງສະໄໝອານານິຄົມຂອງຍີ່ປຸ່ນ ກ່ອນແລະລະ ຫວ່າງສົງຄາມໂລກຄັ້ງທີ 2. ຊາວເກົາ
ຫຼີເຫຼົ່ານີ້ມີຊື່ເປັນພາສາຍີ່ປຸ່ນ ແຕ່ບໍ່ໄດ້ເປັນພົນລະເມືອງຍີ່ປຸ່ນ.

XS
SM
MD
LG