ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໑ ຕຸລາ ໒໐໒໓

ຍີ່ປຸ່ນ ຊັບຊ້ອນ ຄະນະລັດຖະບານ ຄັ້ງໃໝ່


ນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda ຖະແຫຼງໃນລະຫວ່າງ ກອງປະຊຸມສຳພາດຂ່າວ ທີ່ກຸງໂຕກຽວ (13 ມັງກອນ 2013)

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda ​ໄດ້​ຊັບຊ້ອນ​ຄະນະ​ລັດຖະບານ​ຂອງ​
ທ່ານ​ໃນ​ວັນ​ສຸກ​ມື້ນີ້​ ໃນ​ຄວາມ​ພະຍາຍາມ​ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ສະໜັບສະໜຸນຈາກ​ທຸກໆ
ກຸ່ມ​ພາຍ​ໃນ​ພັກ ຕໍ່​ແຜນການ​ທີ່​ຈະ​ຂຶ້ນພາສີ​ການ​ຂາຍ​ສິນຄ້າ​ຢູ່​ໃນ​ປະ​ເທດ​ຍີ່ປຸ່ນ.

ທ່ານ Noda ​ໄດ້ຊັບປ່ຽນ​ລັດຖະມົນຕີ 5 ທ່ານ​ຢູ່​ໃນ​ຄະນະ​ລັດຖະບານ​ ແຕ່​ຢູ່​ໃນ 12 ກະ
ຊວງ​ບໍ່​ມີ​ການ​ປ່ຽນ​ແປງ​ໃດໆ ຮວມທັງ​ກະຊວງ​ການ​ເງິນ​ແລະ​ກະຊວງ​ການ​ຕ່າງປະ​ເທດ.

ທ່ານ Naoki Tanaka ຈະ​ເຂົ້າຮັບ​ຕຳ​ແໜ່​ງ​ແທນ​ທ່ານ Yasuo Ichikawa ​ເປັນ​ລັດຖະ
ມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດໃນ​ຂະນະ​ທີ່​ທ່ານ Jin Matsubara ​ເຂົ້າຮັບ​ຕຳ​ແໜ່​ງ​ເປັນ​
ລັດຖະມົນຕີ​ກິດຈະການ​ຜູ້​ບໍລິ​ໂພ​ກ ​ແທນ​ທ່ານ Kenji Yamaoka. ລັດຖະມົນຕີ​ທັງ​ສອງ
ທ່ານ​ນີ້​ໄດ້​ຖືກ​ຕິຕຽນ​ໂດຍ​ພັກ​ຝ່າຍ​ຄ້ານ​ວ່າ​ໃຫ້​ຄວາມ​ເຫັນ​ທີ່​ບໍ່​ເໝາະ​ສົມ.

ນອກ​ນັ້ນ​ແລ້ວ​ທ່ານ Noda ຍັງ​ໄດ້​ແຕ່ງຕັ້ງ​ໃຫ້​ທ່ານ Katsuya Okada ອະດີດລັດຖະ
ມົນຕີ​ການ​ຕ່າງປະ​ເທດ ທີ່​ໄດ້​ຮັບ​ການ​ເຄົາລົບ​ນັບຖື​ຢ່າງ​ກວ້າງຂວາງ​ເປັນຮອງ​ນາຍົກລັດ
ຖະມົນຕີນຳດ້ວຍ. ​ເປັນ​ທີ່​ຄາດ​ກັນ​ວ່າ ນັກ​ການ​ເມືອງ​ອະ​ວຸ​ໂສ​ທ່ານນີ້ຈະ​ເປັນ​ຜູ້ນຳ​ພາ​ໃນ
ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງ​ລັດຖະບານ ເພື່ອ​ຫຼຸດຜ່ອນ​ການ​ຂາດ​ດຸນ​ງົບປະມານ
ໃນ​ຈຳນວນ​ມະຫາສານ​ຂອງ​ຍີ່ປຸ່ນ​ໂດຍ​ທຳ​ການ​ປະຕິ​ຮູບ​ລະບົບ​ຄໍ້າປະກັນ​ສັງຄົມ​ແລະ​ພາ
ສີ​ຂອງ​ປະ​ເທດ.

ໂດຍ​ສະ​ເພາະ​ແລ້ວນັ້ນທ່ານ Noda ​ແມ່ນ​ພວມ​ພະຍາຍາມ​ຫາ​ທາງ​ເພື່ອ​ໃຫ້​ພັກຝ່າຍ​ຄ້ານ
ໃຫ້​ການ​ສະໜັບສະໜຸນ​ ຕໍ່​ແຜນການ​ທີ່ປະຊາຊົນ​ບໍ່​ນິຍົມ ​ຊຶ່ງຈະເພີ່ມພາສີການ​ຂາຍ​ສິນຄ້າ​
ບໍລິ​ໂພ​ກຂຶ້ນສອງ​ເທົ່າ​ເປັນ 10% ພາຍ​ໃນ​ປີ 2015. ທ່ານ​ໃຫ້​ຄຳ​ໝັ້ນສັນຍາ​ວ່າຈະ​ຍື່ນ​ຂໍ້
ສະ​ເໜີ​ດັ່ງກ່າວ​ໃນ​ລະຫວ່າງ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ທີ່​ກຳລັງ​ດຳ​ເນີນ​ຢູ່​ໃນ​ເວລາ​ນີ້.

XS
SM
MD
LG