ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະແນນນິຍົມຂອງ ນາຍົກລັດຖະມົນຍີ່ປຸ່ນ ຕົກ


ນາຍົກລັດຖະມົນຕີຍີ່ປຸ່ນທ່ານ Naoto Kan ຂະນະທີ່ໄປຮ່ວມການໂຮມຊຸມທີ່ກຸງໂຕກຽວເພື່ອຮຽກຮ້ອງໃຫ້ຣັດເຊຍ ສົ່ງຄືນໝູ່ເກາະ ທີ່ມີການຂັດແຍ້ງ (7 ກຸມພາ 2011)
ນາຍົກລັດຖະມົນຕີຍີ່ປຸ່ນທ່ານ Naoto Kan ຂະນະທີ່ໄປຮ່ວມການໂຮມຊຸມທີ່ກຸງໂຕກຽວເພື່ອຮຽກຮ້ອງໃຫ້ຣັດເຊຍ ສົ່ງຄືນໝູ່ເກາະ ທີ່ມີການຂັດແຍ້ງ (7 ກຸມພາ 2011)

ການຢັ່ງຫາງສຽງປະຊາຊົນຄັ້ງໃໝ່ ສະແດງໃຫ້ເຫັນວ່າ
ຄະແນນນິຍົມຂອງນາຍົກລັດຖະມົນຕີຍີ່ປຸ່ນໄດ້ຕົກຮວບ
ລົງສູ່ລະດັບຕໍ່າສຸດອີກເທື່ອໃໝ່.

ອົງການຂ່າວກຽວໂດ ໄດ້ພິມເຜີຍແຜ່ການຢັ່ງຫາງສຽງ
ປະຊາຊົນໃນທົ່ວປະເທດ ທີ່ສະແດງໃຫ້ເຫັນວ່າບໍ່ຮອດ
20% ຂອງພວກທີ່ຕອບຄຳຖາມໄດ້ໃຫ້ການສະໜັບສະ
ໜຸນຕໍ່ການປະຕິບັດງານຂອງລັດຖະບານທ່ານ Naoto
Kan.

ຄະແນນດັ່ງກ່າວນີ້ແມ່ນປະມານ 12% ຕໍ່າກວ່າເມື່ອນຶ່ງ
ເດືອນກ່ອນ ເວລາທ່ານ Kan ຊັບຊ້ອນຄະນະລັດຖະ
ບານຂອງທ່ານ.

ອົງການຂ່າວກຽວໂດເວົ້າວ່າ ເທື່ອທີ່ແລ້ວທີ່ຄະແນນນິຍົມຂອງລັດຖະບານໄດ້ຫຼຸດລົງຕໍ່າ
ກວ່າ 20% ແມ່ນບໍ່ດົນ ກ່ອນທີ່ອະດີດນາຍົກລັດຖະມົນຕີ Yukio Hatoyama ໄດ້ລາ
ອອກຈາກຕຳແໜ່ງໃນເດືອນມິຖຸນາປີກາຍ.

XS
SM
MD
LG