ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການແຂ່ງຂັນ ເອົາຕຳແໜ່ງ ນາຍົກຄົນໃໝ່ຂອງຍີ່ປຸ່ນ ເລີ່ມຂຶ້ນແລ້ວ


ອະດີດລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ທ່ານ Seiji Maehara
ອະດີດລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ທ່ານ Seiji Maehara

ພັກລັດຖະບານທີ່ປົກຄອງປະເທດຂອງຍີ່ປຸ່ນເລີ່ມການໂຄສະນາຫາສຽງເປັນເວລາ 2 ມື້ເພື່ອ
ເລືອກເອົາຜູ້ສືບທອດຕຳແໜ່ງແທນນາຍົກລັດຖະມົນຕີ Naoto Kan ທີ່ໄດ້ປະກາດລາອອກ
ໃນມື້ວັນສຸກວານນີ້.

ສະມາຊິກ 5 ຄົນຂອງພັກປະຊາທິປະໄຕຍີ່ປຸ່ນໄດ້ປະກາດສະມັກເຂົ້າແຂ່ງຂັນໃນວັນເສົາມື້ນີ້. ອະດີດລັດຖະມົນຕີການຕ່າງປະເທດ ທ່ານ Seiji Maehara ແລະລັດຖະມົນຕີເສດຖະກິດ
ທ່ານ Banri Kaieda ແມ່ນມີຄະແນນສຽງນຳໜ້າໝູ່.

ຫຼັງຈາກບຸກຄົນທັງ 5 ຈັດກອງປະຊຸມຖະແຫຼງຂ່າວແລະໂຕ້ວາທີກັນໃນວັນເສົາມື້ນີ້ແລະວັນ
ອາທິດມື້ອື່ນແລ້ວສະມາຊິກສະພາແຫ່ງຊາດ 398 ຄົນຂອງພັກປະຊາທິປະໄຕຍີ່ປຸ່ນກໍຈະລົງ
ຄະແນນສຽງໃນມື້ວັນຈັນຈະມາ ເພື່ອເລືອກເອົາປະທານຄົນໃໝ່ຂອງພັກ ແລະອາດຈະເປັນ
ໃນມື້ວັນອັງຄານ ສະມາຊິກສະພາແຫ່ງຊາດຂອງພັກ ຊຶ່ງເກືອບເປັນທີ່ແນ່ນອນແລ້ວວ່າຈະ
ໃຫ້ການອະນຸມັດຕໍ່ຜູ້ທີ່ຊະນະ ເປັນນາຍົກລັດຖະມົນຕີຄົນທີ 6 ຂອງຍີ່ປຸ່ນພາຍໃນໄລຍະເວ
ລາ 5 ປີ.

XS
SM
MD
LG