ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໓ ມີນາ ໒໐໒໓

ນາຍົກຍີ່ປຸ່ນລາອອກ ຈາກການເປັນ ຜູ້ນຳຂອງພັກ


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Naoto Kan ກົ້ມຫົວສະແດງຄວາມເຄົາລົບ ໃນລະຫວ່າງກອງປະຊຸມນັກຂ່າວ ທີ່ກຸງໂຕກຽວ (26 ສິງຫາ 2011)

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Naoto Kan ໄດ້ປະກາດລາອອກຈາກການເປັນປະທານ
ພັກປະຊາທິປະໄຕຍີ່ປຸ່ນໃນວັນສຸກມື້ນີ້ ຊຶ່ງຍັງຜົນເຮັດໃຫ້ສິດທິໃນການດຳລົງຕຳແໜ່ງເປັນ
ຜູ້ນຳປະເທດຂອງທ່ານສິ້ນສຸດລົງ.

ທ່ານ Kan ໄດ້ຮັບຄວາມກົດດັນໃຫ້ລາອອກຍ້ອນມີຄວາມບໍ່ພໍໃຈຢ່າງແຜ່ກວ້າງ ກ່ຽວກັບ
ການຮັບມືຂອງລັດຖະບານທ່ານ ກັບໄພແຜ່ນດິນໄຫວແລະຟອງຍັກສຸນາ ມິໃນວັນທີ 11
ມີນາຜ່ານມາ.

ລຸນຫຼັງທີ່ໄດ້ລອດພົ້ນ ຈາກການລົງມະຕິບໍ່ໄວ້ວາງໃຈໃນເດືອນມິຖຸນາຜ່ານມາ ທ່ານ Kan
ເວົ້າວ່າ ທ່ານຈະລາອອກຖ້າຫາກມີການຮັບຜ່ານເອົາຮ່າງກົດໝາຍທີ່ສຳຄັນ 3 ສະບັບ ຄື
ງົບປະມານສະບັບທີ 2 ງົບປະມານກ່ຽວກັບເລື່ອງການເງິນແລະຮ່າງກົດໝາຍສົ່ງເສີມການ ນຳໃຊ້ພະລັງງານທີ່ໃຊ້ຄືນໃໝ່ໄດ້. ຮ່າງກົດໝາຍສຸດທ້າຍ 2 ສະບັບໄດ້ມີການຮັບຮອງເອົາ
ໃນວັນສຸກມື້ນີ້.

ເປັນທີ່ຄາດກັນວ່າທ່ານ Kan ຈະລາອອກຢ່າງເປັນທາງການຈາກຕຳແໜ່ງຕ່າງໆ ໃນພັກ ຂອງທ່ານແລະໃນລັດຖະບານເວລາພັກປະຊາທິປະໄຕຍີ່ປຸ່ນເລືອກເອົາປະທານຄົນໃໝ່ໃນ
ມື້ວັນຈັນຈະມານີ້.

ຫຼັງຈາກນັ້ນບັນດາສະມາຊິກສະພາແຫ່ງຊາດ ຂອງຍີ່ປຸ່ນກໍຈະລົງຄະແນນສຽງເລືອກເອົາ
ຜູ້ນຳຂອງພັກ ເປັນນາຍົກລັດຖະມົນຕີ ຊຶ່ງອາດຈະມີຂຶ້ນໃນມື້ວັນອັງຄານຈະມານີ້.

XS
SM
MD
LG