ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ຍີ່ປຸ່ນແຕ່ງຕັ້ງ ລັດຖະມົນຕີ ຕ່າງປະເທດຄົນໃໝ່


ທ່ານ Takeaki Matsumoto ທີ່ຖືກແຕ່ງຕັ້ງເປັນລັດຖະມົນຕີການ ຕ່າງປະເທດຄົນໃໝ່ຂອງຍີ່ປຸ່ນ.
ທ່ານ Takeaki Matsumoto ທີ່ຖືກແຕ່ງຕັ້ງເປັນລັດຖະມົນຕີການ ຕ່າງປະເທດຄົນໃໝ່ຂອງຍີ່ປຸ່ນ.


















ທາຍາດ​ຂອງ​ມື້​ລາງ​ນາຍົກລັດຖະມົນຕີຄົນທໍາ​ອິດ​ຂອງ​ຍີ່ປຸ່ນ​ ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ລັດຖະ
ມົນຕີ​ການ​ຕ່າງປະ​ເທດຄົນ​ໃໝ່​ຂອງ​ຍີ່ປຸ່ນ.

ທ່ານ Yuko Edano ຫົວ​ໜ້າຫ້ອງການ​ຄນະ​ນະ​ລັດຖະບານ​ຍີ່ປຸ່ນກ່າວ​ຕໍ່​ບັນດາ​ນັກ​ຂ່າວ​
ໃນ​ວັນ​ພຸດ​ມື້​ນີ້​ວ່າ ນາຍົກລັດຖະມົນຕີ Naoto Kan ໄດ້​ເລື່ອນ​ຊັ້ນ​ທ່ານ Takeaki Mat-
sumoto ຈາກ​ຕໍາ​ແໜ່​ງຮອງ​ລັດຖະມົນຕີ​ຕ່າງປະ​ເທດ ຂຶ້ນ​ມາ​ແທນ​ທ່ານ Seiji Maehara
ທີ່​ໄດ້​ລາ​ອອກ​ໃນ​ວັນ​ອາທິດ​ແລ້ວ​ນີ້ ຫລັງ​ຈາກ​ຍອມຮັບ​ວ່າ ທ່ານໄດ້​ຮັບ​ເງິນ​ບໍລິຈາກ​ດ້ານ​
ການ​ເມືອງ​ທີ່​ຜິດ​ກົດໝາຍ​ຈໍານວນ 3 ພັນ​ໂດ​ລາ ​ຈາກ​ຊາວ​ຕ່າງປະ​ເທດ​ຄົນ​ນຶ່ງ ບໍ່ແມ່ນ
610 ໂດລາ​ ຕາມທີ່ມີໃນລາຍງານຂ່າວກ່ອນໜ້ານີ້.

ທ່ານ Matsumoto ຊຶ່ງ​ເປັນ​ເຫລນ​ຂອງ​ມື້​ລາງ​ທ່ານ Hirofumi Ito ທີ່​ໄດ້​ເປັນ​ນາຍົກລັດ
ຖະມຸນຕີຄົນ​ທໍາ​ອິດ​ຂອງ​ຍີ່ປຸ່ນໃນ​ປີ 1885 ​ເປັນອະດີດນາຍ​ທະນາຄານ ​ແລະ​ເວລາ​ນີ້​ກໍາ
ລັງ​ເປັນ​ຜູ້​ແທນ​ລາດ​ສະ​ດອນ ​ເຂົ້າຮັບຕຳແໜ່ງເປັນສະໄໝທີ 4 ໃນ​ສະພາ​ຕໍ່າຂອງຍີ່ປຸ່ນ.
ທ່ານ​ເປັນຜູ້​ຮັບຊ່ວງຕໍ່ ບັນຫາ​ທ້າ​ທາຍ​ຕ່າງໆ​ທາງ​ການ​ທູດ​ມາຈຳນວນນຶ່ງ ຮວມທັງ​ບັນ
ຫາ​ຂັດ​ແຍ້​ງດ້ານ​ເຂດ​ນໍ້າ​ແດນ​ດິນ ​ທີ່​ຂົມ​ຂື່ນກັບ​ຈີນ​ແລະ​ຣັດ​ເຊຍ.

XS
SM
MD
LG