ສື່ມວນຊົນຍີ່ປຸ່ນກ່າວວ່າ ທ່ານ Yukio Edano ຫົວໜ້າຫ້ອງການຄະນະລັດຖະບານ ຈະ
ດໍາລົງຕໍາແໜ່ງລັດຖະມຸນຕີການຕ່າງປະເທດຊົ່ວຄາວຕື່ມອີກຕໍາແໜ່ງນຶ່ງ ແທນທ່ານ
Seiji Maehara ທີ່ໄດ້ລາອອກໄປຢ່າງກະທັນຫັນໃນວັນອາທິດ ວານນີ້.
ທ່ານ Maehara ໄດ້ຍອມຮັບວ່າ ໄດ້ຮັບເອົາບໍລິຈາກເງິນຊ່ອຍເຫລືອໃນການໂຄສະນາຫາ
ສຽງເລືອກຕັ້ງ ຢ່າງຜິດກົດໝາຍໃນປີ 2008 ຈາກຄົນເກົາຫລີໃຕ້ຄົນນຶ່ງ. ການລາອອກຂອງ
ທ່ານມີຂຶ້ນ ຫລັງຈາກດໍາລົງຕໍາແໜ່ງລັດຖະມຸນຕີຕ່າງປະເທດ ມາໄດ້ພຽງ 6 ເດືອນເທົ່ານັ້ນ.
ໃນການຂໍຂະມາໂທດຕໍ່ປະຊາຊົນຍີ່ປຸ່ນໃນວັນອາທິດວານນີ້ ທ່ານ Maehara ໄວ 48 ປີ
ກ່າວວ່າ ທ່ານມີຄວາມເສຍໃຈທີ່ສຸດທີ່ໄດ້ກໍ່ໃຫ້ເກີດຄວາມບໍ່ໄວ້ວາງໃຈຂຶ້ນມາ ເຖິງແມ່ນທ່ານ
ໄດ້ໃຫ້ອັນທີ່ທ່ານເອີ້ນວ່າ ຄໍາໝັ້ນສັນຍາວ່າຈະພະຍາຍາມເຮັດໃຫ້ການເມືອງຂາວສະອາດ ນັ້ນກໍຕາມ.
ກ່ອນນີ້ ໄດ້ມີການມອງເຫັນກັນວ່າ ທ່ານ Maehara ເປັນບຸກຄົນຊັ້ນນໍາທີ່ຈະໄດ້ຂຶ້ນດໍາລົງ
ຕໍາແໜ່ງແທນນາຍົກລັດຖະມຸນຕີ Naoto Kan ທີ່ໄດ້ປະເຊີນກັບບັນຫານັ້ນ.
ການຍອມຮັບຂອງທ່ານໄດ້ຖືກມອງເຫັນກັນຢ່າງກວ້າງຂວາງວ່າ ເປັນການບ່ອນທໍາລາຍຄໍາ
ໝັ້ນສັນຍາຂອງນາຍົກລັດຖະມຸນຕີ Kan ທີ່ຈະກໍາຈັດຫລືຖອນຮາກການເມືອງເງິນໃຫ້ໜົດ
ໄປ ຫລັງຈາກມີຂ່າວນອງນັນກ່ຽວກັບການຫາເງິນທາງການເມືອງໂດຍທ່ານ Ichiro Ozawa ສະມາຊິກພັກປະຊາທິປັດຂອງລັດຖະບານ ທີ່ປົກຄອງປະເທດໃນປັດຈຸບັນນີ້.