ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຝ່າຍຄ້ານໃນຢີ່ປຸ່ນ ຮຽກຮ້ອງໃຫ້ ລັດຖະມຸນຕີຕ່າງປະເທດ ລາອອກ


ທ່ານ Seiji Maehara ລັດຖະມຸນຕີການຕ່າງປະເທດຍີ່ປຸ່ນ.
ທ່ານ Seiji Maehara ລັດຖະມຸນຕີການຕ່າງປະເທດຍີ່ປຸ່ນ.

















ບັນດາ​ພັກ​ການ​ເມືອງ​ຝ່າຍ​ຄ້ານໃນ​ຍີ່ປຸ່ນພາກັນ​ຮຽກຮ້ອງ​ໃນ​ວັນ​ອາທິດມື້​ນີ້​ ໃຫ້​ລັດຖະມຸນຕີ
ການ​ຕ່າງປະ​ເທດ Seiji Maehara ລາ​ອອກ​ຈາກ​ຕໍາ​ແໜ່​ງ​ໃນ​ຂໍ້​ຫາ​ຮັບ​ເອົາ​ເງິນ​ບໍລິຈາກ​ການ
ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ຈາກ​ຄົນ​ຕ່າງປະ​ເທດ.

ກົດໝາຍ​ຍີ່ປຸ່ນ​ຫ້າມ​ຊາວ​ຕ່າງປະ​ເທດ​ບໍລິຈາກ​ເງິນ​ ໃຫ້​ແກ່​ການໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​
ຂອງຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຍີ່ປຸຸ່ນຄົນ​ໃດ​ກໍ​ຕາມ. ທ່ານ Maehara ​ໄດ້​ເປີດ​ເຜີຍ​ໃນ​ວັນ​ສຸກ​
ຜ່ານ​ມາ​ນີ້​ວ່າ ໜ່ວຍ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ທ່ານ​ໄດ້​ຮັບ​ເງິນ​ບໍລິຈາກ​ຈໍານວນ 610
ໂດ​ລາ​ໃນປີ 2008 ຈາກ​ແມ່ຍິງ​ເກົາຫລີ​ຄົນ​ນຶ່ງ​ ຊຶ່ງ​ທ່ານ​ໄດ້​ຮູ້ຈັກ​ມາ​ເປັນເວລາ​ຫລາຍ​ປີ ຊຶ່ງ​
ແມ່ຍິງ​ຄົນ​ນີ້​ມີ​ຮ້ານ​ອາຫານ​ຂາຍ​ຊີ້ນ​ປີ້ງ ຫລື barbecue ​ໃນ​ເມືອງ Kyoto.

ທ່ານ Maehara ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ຊະ​ຕາ​ກໍາ​ຂອງ​ທ່ານ​ຈະແມ່ນ​ນາຍົກລັດຖະມົນ
ຕີ Naoto Kan ຈະ​ເປັນ​ຜູ້​ຕັດສິນ ​ແລະ​ວ່າທ່ານ​ຍັງ​ດໍາລົງ​ຕໍາ​ແໜ່​ງຢູ່​ຕໍ່​ໄປ.

ທ່ານ Maehara ກ່າວອີກ​ວ່າ ທ່ານ​ບໍ່​ໄດ້​ຮູ້​ເລື້ອງ​ຫຍັງກ່ຽວ​ກັບ​ເງິນ​ບໍລິຈາກ​ນີ້ ​ແຕ່​ທ່ານກໍຂໍ​ຮັບຜິດຊອບ​ ​ແລະ​ໄດ້ຂໍ​ຂະ​ມາ​ໂທດ​ໃນ​ການ​ຮັບ​ເອົາເງິນ​ນີ້ ​ແລະ​ກ່າວຕື່ມ​ວ່າ ທ່ານ​ຈະ​ສົ່ງ​ເງິນ​ນີ້​ຄືນ​ໃຫ້​ເຈົ້າ​ຂອງ.

XS
SM
MD
LG