ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນມີແຜນ ຈະສັບຊ້ອນ ລັດຖະບານ


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda (ຊ້າຍ) ຈັບມື
ກັບປະທານາທິບໍດີ ບາຣັກ ໂອບາມາ.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda (ຊ້າຍ) ຈັບມື ກັບປະທານາທິບໍດີ ບາຣັກ ໂອບາມາ.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda ກ່າວ​ວ່າ ທ່ານ​ຈະ​ສັບ​ຊ້ອນ​ຄະນະ​ລັດ
ຖະບານ​ຂອງ​ທ່ານ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ໃຫ້​ໄດ້​ຮັບ​ການ​ສະໜັບ
ສະໜຸນ​ຈາກ​ຝ່າຍ​ຄ້ານ​ ສໍາລັບແຜນການ​ຂອງ​ທ່ານ​ທີ່​ຈະ​ຂຶ້ນ​ພາສີສິນຄ້າ​ຂາຍ ຂຶ້ນ​ເປັນ​ 2 ​
ເທົ່ານັ້ນ.

ທ່ານ​ໂນ​ດະ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ທ່ານ​ຍັງ​ບໍ່ທັນໄດ້​ຕັດສິນ​ໃຈ​ກ່ຽວ
​ກັບ​ລາຍ​ລະອຽດ​ຂອງ​ເລື້ອງ​ການຈັດ​ແຈງ​ໃໝ່​ນີ້ເທື່ອ ​ແຕ່​ພວກ​ນັກວິ​ເຄາະ​ເຫດການ​ກ່າວ​ວ່າ
ຄາ​ດກັນ​ວ່າ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ Naoki Tanaka ​ແລະ​ລັດຖະມົນຕີ​ຂົນ​ສົ່ງ
ທ່ານ Takeshi Maeda ຈະ​ຖືກສັບຊ້ອນ ຫຼັງ​ຈາກ​ທັງ​ສອງ​ທ່ານຖືກ​ສະພາສູງ​ທີ່​ຄອບ​ງໍາ
​ໂດຍ​ພັກ​ຝ່າຍ​ຄ້ານຕໍາ​ໜິຕິຕຽນ​ໃນ​ເດືອນ​ເມສາ​ຜ່ານ​ມາ​ນັ້ນ.

ການ​ຕັດສິນ​ໃຈ​ດັ່ງກ່າວຂອງ​ທ່ານ​ໂນ​ດະ ​ມີ​ຂຶ້ນ ​ຫຼັງ​ຈາກ​ການ​ພົບ​ປະກັນ​ກັບທ່ານ Ichiro
Ozawa ​ຜູ້​ໄກ່​ເກ່ຍທີ່​ມີ​ອິດ​ທິພົນ​ ໃນ​ພັກ​ປະຊາທິປັດ​ຂອງ​ທ່ານ​ໂນ​ດະ ຕົກ​ຢູ່​ສະພາບ​ການ
ທີ່​ບໍ່​ໄປ​ບໍ່​ມາ​. ທ່ານ Ozawa ຄັດຄ້ານ​ຕໍ່​ການ​ຂຶ້ນ​ພາສີສິນຄ້າ​ຂາຍ​ນັ້ນ.

ທ່ານ​ໂນ​ດະ ຊຶ່ງ​ເຄີຍ​ເປັນລັດຖະມົນຕີ​ການ​ເງິນ ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາວ່າ ຈະ​ນໍາ​ເອົາ​ແຜນ
ການຂຶ້ນ​ພາສີ​ສິນຄ້າ​ຂາຍ​ນີ້​ ຂຶ້ນ​ໄປ​ລົງມະຕິກັນ​ໃນສະພາ​ຊຸດ​ປັດຈຸບັນ ທີ່​ຈະ​ໝົດ​ສະ​ໄໝ​ລົງ​
ໃນ​ວັນ​ທີ 21 ​ເດືອນ​ມິຖຸນາ​ນີ້.

ຖ້າ​ບໍ່​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​ພວກ​ຜູ້​ແທນສະພາທີ່​ຈົງ​ຮັກ​ພັກດີ​ ຕໍ່​ທ່ານ Ozawa
ນັ້ນ ທ່ານ​ໂນ​ດະກໍຈະ​ຕ້ອງ​ການການ​ຊ່ອຍ​ເຫຼືອ​ຈາກ​ບັນດາສະມາຊິກ​ພັກ​ເສລີ​ປະຊາທິປັດ​
ຝ່າຍ​ຄ້ານ ​ເພື່ອ​ຊຸກຍູ້​ໃຫ້​ເລື້ອງຂຶ້ນ​ພາສີ​ສິນຄ້າຂາຍ​ນີ້​ ຜ່ານສະພາ​ແຫ່ງ​ຊາດ​ນັ້ນ.

XS
SM
MD
LG