ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກລັດຖະບານຍີ່ປຸ່ນເລືອກ ເອົາທ່ານ Yoshihiko Noda ເປັນຜູ້ນໍາພັກຄົນໃໝ່


ລັດຖະມົນຕີການເງິນ Yoshihiko Noda ຖືກເລືອກ
ໃຫ້ເປັນຜູ້ນໍາຄົນໃໝ່ຂອງພັກປະຊາທິປັດຍີ່ປຸ່ນ,
ວັນທີ 29 ສິງຫາ 2011
ລັດຖະມົນຕີການເງິນ Yoshihiko Noda ຖືກເລືອກ ໃຫ້ເປັນຜູ້ນໍາຄົນໃໝ່ຂອງພັກປະຊາທິປັດຍີ່ປຸ່ນ, ວັນທີ 29 ສິງຫາ 2011






















ພັກ​ການ​ເມືອງ​ທີ່​ປົກຄອງ​ປະ​ເທດ​ຍີ່ປຸ່ນ​ໃນ​ປັດຈຸບັນ​ ໄດ້​ເລືອກ​ເອົາ​ທ່ານ Yoshihiko
Noda ລັດຖະມົນຕີ​ການ​ເງິນ​ເປັນ​ຜູ້​ນໍາ​ຄົນ​ໃໝ່​ຂອງ​ຕົນ ຊຶ່ງ​ໝາຍ​ຄວາມ​ວ່າ ທ່ານ​ໂນ​ດະ
ຊຶ່ງ​ມີຫົວ​ປະ​ຫຍັດ​ມັດທະຍັດໃນ​ດ້ານ​ງົບປະມານ​ ຈະໄດ້​ເປັນ​ນາຍົກລັດຖະມົນຕີຄົນທີ 6
ຂອງ​ຍີ່ປຸ່ນ ​ໃນ​ຮອບ 5 ຜ່ານ​ມາ​ນີ້ຢ່າງ​ແນ່ນອນ.

ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ຂອງ​ພັກ​ປະຊາທິປັດ​ຍີ່ປຸ່ນ​ໄດ້​ເລືອກ​ເອົາ​ທ່ານ Noda
ແທນ​ ທ່ານ Banri Kaieda ລັດຖະມົນຕີ​ການ​ຄ້າ​ແລະ​ອຸດສາຫະກໍາ​ ໃນ​ການ​ແຂ່ງຂັນ
ທີ່​ຍັງ​ເຫລືອ​ພຽງ​ສອງ​ຄົນ​ໃນ​ວັນ​ຈັນ​ມື້​ນີ້. ຄາດ​ວ່າ​ສະພາ​ແຫ່ງ​ຊາດ​ຈະ​ເລືອກ​ຕັ້ງທ່າ​ນ​
ໃຫ້​ເປັນ​າຍົກລັດຖະມົນຕີຄົນ​ໃໝ່ ​ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້.

ທ່ານ Noda ​ໄດ້​ຮັບ​ຮູ້​ໃນ​ທັນທີ​ ການ​ທ້າ​ທາຍ​ຕ່າງໆ​ທີ່​ທ່ານ​ຈະ​ປະ​ເຊີນ ນັບຕັ້ງ​ແຕ່​ການ
ແກ້​ໄຂ​ເສດຖະກິດ​ທີ່ມີບັນຫາ​ໃຫ້​ຖືກຕ້ອງ​ ໄປ​ຫາການສະ​ສາງ​ມ້ຽນ​ມັດ ​ຫລັງ​ຈາກ​ໄພພິບັດ​
ໂຮງ​ໄຟຟ້າ​ນີວ​ເຄລຍ Fukushima ນັ້ນ.

ຄາດ​ກັນ​ວ່າ ທ່ານ Noda ຈະ​ພະຍາຍາມ​ຈັດ​ຕັ້ງ​ຄະນະ​ລັດຖະບານ​ປະສົມ​ຂຶ້ນ​ກັບ​ພັກ​ເສລີ
ປະຊາ​ທີ​ປັດ​ຝ່າຍ​ຄ້ານ ​ແລະ​ພັກ​ທີ 3 ແຕ່​ກໍ​ຍັງ​ບໍ່​ທັນ​ເປັນ​ທີ່ຈະ​ແຈ້ງ​ເທື່ອ​ວ່າ ພັກ​ເສລີ​ປະຊາ
ທິປັດ​ ຫລື LDP ຈະ​ໃຫ້ການ​ຮ່ວມ​ມື​ນໍາ​ຫລື​ບໍ.

ທ່ານ Naoto Kan ນາຍົກລັດຖະມົນຕີທີ່ຈະ​ພົ້ນ​ຈາກ​ຕໍາ​ແໜ່​ງ​ ໄດ້​ລາ​ອອກ​ໃນ​ວັນ​ສຸກ​ຜ່ານ
ມາ ​ໃນ​ການປະຕິບັດ​ຕາມ​ຄໍາ​ໝັ້ນ​ສັນຍາ​ທີ່ທ່ານ​ໄດ້​ໃຫ້​ໄວ້​ໃນ​ຕົ້ນ​ປີ​ນີ້.

ລະດັບ​ຄວາມ​ນິຍົມ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ທ່ານ​ກັນ​ນັ້ນ ​ໄດ້​ຕົກລົງ​ຢ່າງ​ຫລວງຫລາຍ​ທ່າມກາງ
ຄວາມ​ເຫລືອ​ອົກ​ເຫລືອ​ໃຈ​ຢ່າງ​ກວ້າງຂວາງກ່ຽວ​ກັບ​ການ​ຮັບ​ມື​ຂອງ​ລັດຖະບານ​ຂອງທ່ານ
ກັບ​ໄພພິບັດ​ໂຮງ​ໄຟຟ້າ​ນີວ​ເຄລຍ Fukushima Daichi ນັ້ນ.

XS
SM
MD
LG