ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານນາໂອໂຕກັນ ກ່າວຕໍ່ພວກສະມາຊິກຄະນະລັດຖະບານຂອງ
ທ່ານ ໃຫ້ຕຽມພ້ອມຍື່ນໃບລາອອກຈາກຕໍາແໜ່ງຂອງພວກເຂົາເຈົ້າໃນວັນອັງຄານສັບປະ
ດາໜ້ານີ້.
ບັນດາເຈົ້າໜ້າທີ່ກ່າວວ່າ ທ່ານກັນໄດ້ກ່າວຖ້ອຍຖະແຫລງດັ່ງກ່າວທີ່ກອງປະຊຸມຄະນະລັດ
ຖະບານໃນວັນອັງຄານມື້ນີ້ ໂດຍຢືນຢັນເຖິງເຈດຕະນາຂອງທ່ານທີ່ຈະລາອອກຈາກຕໍາ
ແໜ່ງກ່ອນເວລາພັກປະຊາທິປັດ ຍີ່ປຸ່ນຂອງທ່ານຈະຄັດເລືອກເອົາຜູ້ນໍາພັກຄົນໃໝ່ໃນວັນ
ຈັນໜ້ານີ້. ຫຼັງຈາກນັ້ນພັກປະຊາທິປັດຍີ່ປຸ່ນ ທີ່ຄອບງໍາສຽງສ່ວນຫລາຍໃນສະພາຕໍ່າຈະ
ເລືອກເອົາຜູນໍາຄົນໃໝ່ຂຶ້ນມາເປັນນາຍົກລັດຖະມົນຕີ ໃນມື້ຕໍ່ມາ.
ທ່ານກັນກ່າວວ່າ ທ່ານຈະລາອອກຈາກຕໍາແໜ່ງໃນເວລາໃດທີ່ສະພາຕໍ່າຮັບຜ່ານຮ່າງກົດ
ໝາຍວ່າດ້ວຍພະລັງງານທີ່ໝູນໃຊ້ຄືນໄດ້ເທົ່ານັ້ນ ຊຶ່ງຄາດວ່າ ຈະມີຂຶ້ນໃນວັນສຸກສັບປະດາ
ນີ້. ການລາອອກຈາກຕໍາແໜ່ງທີ່ວາງແຜນໄວ້ຂອງທ່ານຈະຈັດໃຫ້ມີການແຂ່ງຂັນກັນລະ
ຫວ່າງພວກບຸກຄົນຊັ້ນນໍາໃນພັກຫລາຍຄົນ ເພື່ອຂຶ້ນເປັນນາຍົກລັດຖະມົນຕີຄົນທີ 6 ຂອງ
ຍີ່ປຸ່ນໃນຮອບ 5 ປີ.