ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກລັດຖະບານຍີ່ປຸ່ນ ຢາກຕໍ່ເວລາສະໄໝ ປະຊຸມຂອງສະພາ


ທ່ານ Naoto Kan ນາຍັກລັດຖະມົນຕີຍີ່ປຸ່ນ ທີ່ກອງປະຊຸມຄະນະ ລັດຖະບານ ຢູ່ບ້ານພັກທາງການຂອງທ່ານ ທີ່ກຸງໂຕກຽວ,
ວັນທີ 22 ມິຖຸນາ 2011
ທ່ານ Naoto Kan ນາຍັກລັດຖະມົນຕີຍີ່ປຸ່ນ ທີ່ກອງປະຊຸມຄະນະ ລັດຖະບານ ຢູ່ບ້ານພັກທາງການຂອງທ່ານ ທີ່ກຸງໂຕກຽວ, ວັນທີ 22 ມິຖຸນາ 2011
























ຄະນະ​ນໍາພາ​ພັກ​ລັດຖະບານ​ປົກຄອງປະ​ເທດ​ໃນ​ປັດຈຸບັນ​ກ່າວ​ວ່າເຂົາ​ເຈົ້າ​ຈະ​ພະຍາຍາມ​ຕໍ່​ເວລາ​ສະ​ໄໝ​ການ​ປະຊຸມ​ຂອງ​ລັດຖະສະພາອອກ​ໄປ​ຮອດ​ທ້າຍ​ເດືອນ​ສິງຫາ ເພື່ອອໍານວຍ​ໂອກາດໃຫ້ພວກ​ສະມາຊິກ​ສະພາ​ຮັບ​ຜ່ານ​ຮ່າງ​ກົດໝາຍ​ທີ່​ສໍາຄັນໆ ກ່ອນ​ກໍານົດ​ເວລາ​ທີ່ຄາດ​ກັນ​ວ່າ​ນາຍົກລັດຖະມົນຕີ ນາ​ໂອ​ໂຕະ​ກັນ ລາ​ອອກ​ຈາກຕໍາ​ແໜ່​ງ​ໄປ​ນັ້ນ.

ທ່ານ​ກັນ​ຍັງ​ບໍ່​ທັນ​ໄດ້​ວາງ​ກໍານົດ​ເວລາ​ທີ່​ທ່ານ​ຈະລາ​ອອກ​ນັ້ນ​ເທື່ອ ຊຶ່ງທ່ານ​ໄດ້​ປະກາດ​ໃຫ້
ຮູ້ມາ​ກ່ອນຕໍ່​ກອງ​ປະຊຸມ​ຂອງ​ພັກ​ໃນ​ຕົ້ນ​ເດືອນ​ນີ້. ​ແຕ່ສື່​ມວນ​ຊົນ​ຍີ່ປຸ່ນອ້າງ​ຄໍາ​ເວົ້າ​ຂອງ​ບັນ
ດາ​ເຈົ້າ​ໜ້າ​ທີ່​ພັກ​ປະຊາທິປັດ​ຂອງ​ຍີ່ປຸ່ນວ່າ ນາຍົກລັດຖະມົນຕີຢາກ​ດໍາລົງ​ຕໍາ​ແໜ່​ງຢູ່​ຕໍ່​ໄປ
ເພື່ອ​ຢາກ​ເຫັນ​ງົບປະມານ​ເພີ່ມຄັ້ງທີ​ສອງ​ກວມ​ເອົາ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ບູລະນະສ້າງສາ​ປະ
ເທດຄືນ​ໃໝ່​ຫລັງ​ຈາກ​ແຜ່ນດິນ​ໄຫວ​ແລ້ວ​ແລະ​ຮ່າງ​ກົດໝາຍ​ທີ່​ພົວພັນ​ກັບ​ເລື້ອງ​ນີ້.

ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ພວກ​ພັກ​ຝ່າຍ​ຄ້ານ​ຈະ​ຮ່ວມ​ມື​ກັບ​ການ​ຕໍ່​ວາລະ​ປະຊຸມ​ຂອງ​ສະ
ພາ​ອອກ​ໄປ​ຕື່ມ​ອີກ 70 ມື້​ນັ້ນ​ຫລື​ບໍ ຊຶ່ງ​ໄດ້​ຕົກລົງ​ໃນ​ການ​ພົບ​ປະກັນ​ໃນ​ຄືນ​ວັນ​ອັງຄານ​
ວານ​ນີ້ ​ແລະ​ປະກາດ​ໃຫ້​ຮູ້​ໃນ​ວັນ​ພຸດ​ມື້​ນີ້. ພວກ​ພັກ​ຝ່າຍ​ຄ້ານ​ມີ​ສຽງ​ຂ້າງ​ຫລາຍ​ຢູ່​ໃນ​ສະ
ພາ​ສູງ ​ແລະ​ສາມາດ​ຂັດຂວາງຮ່າງ​ກົດໝາຍ​ໃດໆ​ກໍ​ໄດ້.

XS
SM
MD
LG