ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍົກ ລມຕ ຍີ່ປຸ່ນ ຖືກເລືອກອີກຕື່ມສະໄໝນຶ່ງ


ນາຍົກລັດຖະມົນຕີຍີ່ປຸ່ນທ່ານ Naoto Kan ໄດ້ລອດພົ້ນ
ຈາກການທ້າທາຍຕໍ່ການນຳພາຂອງທ່ານ ແລະໄດ້ຖືກ
ເລືອກອີກຄັ້ງນຶ່ງໃນວັນອັງຄານມື້ນີ້ ໃຫ້ເປັນປະທານຂອງ
ພັກປະຊາທິປະໄຕ ອັນເປັນພັກລັດຖະບານທີ່ປົກຄອງປະ
ເທດຢູ່ໃນເວລານີ້.

ທ່ານ Kan ໄດ້ຊະນະຜູ້ທ້າທາຍທ່ານ ຄືທ່ານ Ichiro
Ozawa ນັກໄກ່ເກ່ຍ ອຳນາດ ທີ່ມີອາຊີບທາງການເມືອງ
ມາໄດ້ 40 ປີແລ້ວນັ້ນ. ທ່ານ Kan ​ໄດ້​ຮັບຄະ​ແນນ​ສຽງ
ສະໜັບສະໜູນ 721 ສຽງ ຕໍ່ 491 ສຽງ​ຂອງ​ທ່ານ
Ozawa ຊຶ່ງ​ແມ່ນ​ລື່ນ​ກັນຫລາຍ​ກ່ວາທີ່​ໄດ້​ມີ​ການ​ຄາດ​ຄະ​ເນ​ກັນ​ໄວ້.

ໃນ​ການ​ກ່າວທັນທີ ຫລັງ​ຈາກ​ໄດ້​ຖືກ​ເລືອກ​ຄືນ​ໃໝ່ນັ້ນ ທ່ານ Kan ​ໄດ້​ຮຽກຮ້ອງ​ໃຫ້​ມີຄວາມ​ສາມັກຄີ​ກັນ ​ແລະເວົ້າວ່າ ທ່ານ​ຈະ​ຮັກສາ​ຄໍາ​ໝັ້ນ​ສັນຍາ​ຂອງ​ທ່ານ​ ທີ່​ວ່າ​ຈະ​ຊ່ວຍ
ເຫລືອ​ປະຊາຊົນ​ຍີ່ປຸ່ນ​ນັ້ນ.

ການໄດ້ຮັບໄຊຊະນະຂອງທ່ານ Kan ແມ່ນໝາຍຄວາມວ່າ ຍີ່ປຸ່ນໄດ້ລອດພົ້ນຈາກ
ການປ່ຽນຜູ້ນຳອີກຄັ້ງນຶ່ງ ຂະນະທີ່ປະເທດຊາດພວມຮັບມືກັບຄ່າເງິນເຢັນທີ່ຖີບໂຕສູງ
ຂຶ້ນ ແລະເສດຖະກິດເສື່ອມຖອຍ.

ຜູ້ນຳຂອງຍີ່ປຸ່ນຫາກໍເຂົ້າຮັບຕຳແໜ່ງໄດ້ 3 ເດືອນທໍ່ນັ້ນ. ທ່ານ Ozawa ໄດ້ຕຳໜິຕິ
ຕຽນທ່ານວ່າ ບໍ່ສາມາດເຮັດໃຫ້ເສດຖະກິດທີ່ພວມຫຼຸດຖອຍຂອງຍີ່ປຸ່ນຂະຫຍາຍໂຕໄດ້.

XS
SM
MD
LG