ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ Ichiro Ozawa ພົ້ນ ຂໍ້ຫາຍັກຍອກ ເງິນຫາລາຍໄດ້


ທ່ານ Ichiro Ozawa ຈາກພັກປະຊາທິປະໄຕຍີ່ປຸ່ນ ທີ່ຖືກຟ້ອງຮ້ອງ
ໃນຂໍ້ຫາ ຍັກຍອກເງິນ. (AP Photo/Shizuo Kambayashi)
ທ່ານ Ichiro Ozawa ຈາກພັກປະຊາທິປະໄຕຍີ່ປຸ່ນ ທີ່ຖືກຟ້ອງຮ້ອງ ໃນຂໍ້ຫາ ຍັກຍອກເງິນ. (AP Photo/Shizuo Kambayashi)

ທ່ານ Ichiro Ozawa ນັກ​ການ
​ເມືອງທີ່​ມີ​ອິດ​ທິພົນ​ ຖືກ​ຕັດ​ສິນ
ໃຫ້​ພົ້ນຜິດ ​ໃນ​ວັນ​ພະຫັດ​ມື້​ນີ້
ຈາກ​ຂໍ້​ຫາລະ​ເມີດ​ກົດໝາຍ​ຫາ
​ລາຍ​ໄດ້ ຊຶ່ງເປັນການປູທາງສໍາ
ລັບການ​ຕໍ່ສູ້ກັນ ທີ່​ສາມາດເປັນ
​ໄປ​ໄດ້ຢູ່ພາຍໃນພັກລັດຖະບານ
​ທີ່​ປົກຄອງ​ປະ​ເທດ​ຢູ່​ໃນເວ​ລາ​ນີ້.

ສານ​ເຂດກຸງ​ໂຕ​ກຽວກ່າວ​ວ່າ ບໍ່ພົບ​ເຫັນ​ຫລັກ​ຖານ​ໃດໆທີ່​ບອກ​ວ່າ ທ່ານ Ozawa ປອມ​ແປງ​ລາຍ​ງານ​ຕ່າງໆ​ເພື່ອ​ເຊຶ່ອງ​ເງິນ​ກູ້​ຢືມ ​ຈໍານວນຫ້າ​ລ້ານໂດ​ລາ ທີ່​ທ່ານ​ໄດ້ໃຫ້​ແກ່​ພະ​ແນ​ກການ​ຫາ​ລາຍ​ໄດ້​ທາງ​ການ​ເມືອງຂອງ​ທ່ານ ​ເພື່ອໃຫ້​ຄວາມສະດວກໃນການ​ຕົກລົງ​ເລຶ່ອງທີ່​ດິນ​ໃນ​ປີ 2004 ນັ້ນ. ທ່ານ ​ໂອຊາ​ວາ ສະ​ແດງ​ຄວາມ​ຍິນ​ດີ​ຮັບ​ເອົາ​ການ​ຕັດສິນ​ພົ້ນ​ໂທດ​ໃນ​ການ​ກ່າວ​ພຽງ​ສັ້ນໆວ່າ ພັກ​ລັດຖະບານ ​ແມ່ນ​ມີເຫດ​ມີີ​ຜົນແລະມີ​ຄວາມຍຸຕິ​ທໍາ.

ການ​ຕັດສິນ​ພົ້ນ​ໂທດ​ຄັ້ງ​ນີ້ ໝາຍ​ເຖິງວ່າພັກ​ປະຊາທິປະ​ໄຕຂອງ​ຍີ່ປຸ່ນ​ທີ່​ປົກຄອງ​ປະ​ເທດ​ຢູ່​ໃນ​ເວລາ​ນີ້ ອາດ​ເອົາ​ບາດ​ກ້າວ​ເພີ່ມ​ຕື່ມ​ເພື່ອ​ຕັດ​ສິດ​ການ​ເປັນ​ສະມາຊິກ​ຂອງ​ຜູ້​ມີ​ອິດ​ທິພົນ​ໃນ​ການ​ແບ່ງປັນ​ອຳນາດ​ອາຍຸ 69 ປີ ​ທີ່​ຖືກ​ບັງຄັບ​ໃຫ້​ສະຫລະ​ຕໍາ​ແໜ່​ງ ຫົວໜ້າພັກ​ປະຊາທິປະ​ໄຕ​ຍີ່ປຸ່ນລຸນ​ຫລັງ​ການ​ຟ້ອງ​ຮ້ອງ​ຂອງ​ທ່ານ​ນັ້ນ.

ທ່ານ​ໂອຊາ​ວາ ທີ່​ຍັງ​ສາມາດ​ຮັກສາແກນ​ນໍາ​ຂອງ​ພວກ​ສະ​ໜັບສະ​ໜຸນທີ່​ຈົງຮັກ​ພັກດີ​ໄດ້​ເປັນ​ຜູ້​ໂຈມ​ຕີ​ນາຍົກລັດຖະມົນຕີ Yoshihiko Noda ຊຶ່ງເປັນ​ສະມາຊິກ​ຄົນ​ນຶ່ງ​ຂອງພັກປະຊາທິປະ​ໄຕ​ຍີ່ປຸ່ນ​ຄື​ກັນນັ້ນ. ທ່ານໂອຊາ​ວາໄດ້​ ຄັດຄ້ານຕໍ່​ແຜນການ​ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ​ຂອງ​ທ່ານ ​ໂນ​ດາ ​ເພື່ອ​ຂື້ນ​ພາສີໃນ​ການ​ຂາຍ​ສິນຄ້າສອງ​ເທົ່າ​ຕົວ ​ເພື່ອ​ແກ້​ໄຂ​ບັນຫາ​ໜີ້ສິນ​ຈໍານວນ​ມະຫາ ສານ​ຂອງ​ລັດຖະບານ​ນັ້ນ.

ທ່ານ Tomohiko Taniguchi ​ອະດີດ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຍີ່ປຸ່ນ ກ່າວ​ວ່າ ການ​ຕັດສິນ​ຂອງ​ສານຄັ້ງ​ນີ້ ອາດ​ໝາຍ​ເຖິງ​ການ​ສູນ​ເສຍ​ຄັ້ງ​ຍິ່ງ ​ໃຫຍ່​ບັ້ນ​ນຶ່ງ​ສໍາລັບ​ທ່ານ ​ໂນ​ດາ. ທ່ານ​ອະດີດ​ໂຄສົກ​ທ່ານ​ນີ້ ​ໄດ້​ບອກ​ວີ​ໂອ​ເອວ່າ​ບັດ​ນີ້​ມັນ​ຈະ​ລໍາບາກ​ຫລາຍຂຶ້ນ​ເພື່ອ​ໃຫ້​ໄດ້​ຮັບ​ການ​ສະໜັບສະໜຸນ​ສໍາລັບ​ມາດ​ຕະການ​ຕ່າງໆ​ດ້ານ​ງົບປະມານ​ຂອງ​ທ່ານ​ ຊຶ່ງ​ຖືກ​ຄັດຄ້ານ​ໂດຍ ສະມາຊິກຂອງ​ພັກ​ປະຊາທິປະ​ໄຕ​ຍີ່​ປຸ່ນ​ແລະ​ສະມາຊິກ​ສະພາ​ພັກຝ່າຍ​ຄ້ານ​ຫລາຍ​ຄົນນັ້ນ.

XS
SM
MD
LG