ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໄດ້ວາງພວກງມາລາ ທີ່ອະນຸສາວະລີ
ໄວ້ອາໄລຫຼາຍແຫ່ງ ໃນວັນຈັນວານນີ້ ກ່ອນໜ້າການພົບປະກັນກັບປະທານາທິບໍດີສະ ຫະລັດ ທ່ານບາຣັກ ໂອບາມາ ທີ່ອະນຸສາວະລີ ຢູ່ອ່າວ Pearl Harbor ເພື່ອໄວ້ອາໄລ
ໃຫ້ທະຫານ 2 ພັນ 4 ຮ້ອຍຄົນ ທີ່ເສຍຊີວິດ ຍ້ອນການໂຈມຕີຂອງຍີ່ປຸ່ນ ໃນປີ 1941.
ທ່ານ Abe ຈະແມ່ນນາຍົກລັດຖະມົນຕີຍີ່ປຸ່ນ ຜູ້ທຳອິດ ທີ່ຈະໄດ້ໄປຢ້ຽມຢາມອະນຸສາ
ວະລີ ດັ່ງກ່າວ ແຕ່ວ່າເຈົ້າໜ້າທີ່ຂອງທ່ານ ໄດ້ລະບຸຢ່າງຈະແຈ້ງວ່າ ຈຸດປະສົງ ຂອງການ
ໄປຢ້ຽມຢາມນີ້ ບໍ່ແມ່ນການໄປຂໍຂະມາໂທດກ່ຽວກັບການໂຈມຕີທີ່ແກ່ດຶງສະຫະລັດ
ເຂົ້າສູ່ສົງຄາມໂລກຄັ້ງທີ II ແຕ່ທ່ານ Abe ກັບຢາກຈະສະແດງໃຫ້ເຫັນເຖິງສາຍພົວພັນ
ລະຫວ່າງສະຫະລັດ ກັບ ຍີ່ປຸ່ນ ໄດ້ເຕີບໃຫຍ່ວິວັດທະນາການມາ ແບບໃດ ນັບຕັ້ງແຕ່
ສົງຄາມສິ້ນສຸດລົງ.
“ພວກເຮົາ ບໍ່ສົມຄວນຢ່າງຍິ່ງທີ່ຈະລື້ມຄືນຄວາມຊົ່ວຮ້າຍຂອງສົງຄາມ” ນັ້ນຄືຄຳເວົ້າຂອງທ່ານ Abe ໄດ້ບອກກັບພວກນັກຂ່າວ ກ່ອນທີ່ຈະເດີນທາງອອກຈາກຍີ່ປຸ່ນ.
ທ່ານຍັງໄດ້ກ່າວອີກຕື່ມວ່າ “ຮວມກັນກັບປະທານາທິບໍດີສະຫະລັດ ທ່ານ ໂອບາມາ ແລ້ວ ຂ້າພະເຈົ້າຢາກຈະບອກໃຫ້ທັງໂລກຮູ້ ນີ້ແມ່ນການປະຕິຍານຕົນ ເພື່ອອະນາ ຄົດແລະເພື່ອສາຍສຳພັນທີ່ມີຄວາມໝາຍແລະມີຄຸນຄ່າ.”
ຮວມທັງພວກທີ່ຖືກຝັງຢູ່ທີ່ນັ້ນ ກໍແມ່ນອະດີດສະມາຊິກສະພາສູງຈາກລັດຮາວາຍ ທ່ານ Daniel Inouye ທີ່ໄດ້ທຳການສູ້ລົບຢູ່ໃນສົງຄາມ ແລະພໍ່ແມ່ຂອງທ່ານກໍ ແມ່ນພວກຄົນເຂົ້າເມືອງຈາກຍີ່ປຸ່ນ. ທ່ານ Abe ໄດ້ວາງພວງມາລາ ເປັນພິເສດທີ່ ຂຸມຝັງສົບທ່ານ
Inouye.
ນາຍົກລັດຖະມົນຕີ ຍັງໄດ້ຢ້ຽມຢາມ ແລະວາງພວງມາລາທີ່ອະນຸສາວະລີ Ehime Maru ສຳຫຼັບ9 ຄົນທີ່ເສຍຊີວິດ ໃນປີ 2001 ຕອນທີ່ເຮືອດຳນ້ຳຂອງກອງທັບເຮືອສະຫະລັດ ໄດ້ຕຳກັນກັບເຮືອດຳນ້ຳຍີ່ປຸ່ນ.
ນາຍົກລັດຖະມົນຕີ ຄົນຫຼ້າສຸດທີ່ໄດ້ໄປຢ້ຽມຢາມ ອ່າວ Pearl Harbor ແມ່ນທ່ານ Shigeru Yoshida ຜູ້ຊຶ່ງໄດ້ຢ້ຽມຢາມເປັນເວລາສັ້ນໆ ໃນປີ 1951. ນັ້ນແມ່ນກ່ອນທີ່ ອະນຸສາວະລີທີ່ລະລຶກຢູ່ USS Arizona ໄດ້ສ້າງຂຶ້ນ ເພື່ອເປັນກຽດໃຫ້ແກ່ບັນດາທະຫານ ທີ່ໄດ້ສະຫລະຊີບ ໃນສະຖານທີ່ດັ່ງກ່າວ ຕອນທີ່ຍີ່ປຸ່ນ ໂຈມຕີນັ້ນ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ