ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍິ່ປຸ່ນຈະໃຫ້ເງິນກູ້ຢືມ 60 ພັນລ້ານໂດລາ ແກ່ IMF (ເບິ່ງວີດີໂອ)


ສຳນັກງານໃຫຍ່ ອົງການກອງທຶນສາກົນຫຼື IMF ທີ່ກຸງວໍຊິງຕັນ
ສຳນັກງານໃຫຍ່ ອົງການກອງທຶນສາກົນຫຼື IMF ທີ່ກຸງວໍຊິງຕັນ

ຍີ່​ປຸ່​ນ ກ່າ​ວວ່າ​ຕົນ​ຈະ​ໃຫ້​ເງິນ​ກູ້​ຢືມ 60 ພັນ​ລ້ານ​ໂດ​ລາ ​ແກ່​ກອງທຶນສາກົນຫລື IMF ​
ເພື່ອ​ຊ່ວຍ​ສົ່ງ​ເສີມຄວາມ​ພະຍາຍາມ​ໃນ​ການ​ຍັບ​ຍັ້ງ ​ວິ​ກິດ​ການໝີ້ສີນຂອງຢູ​ໂຣບ​.

ລັດ​ຖະ​ມົນຕີ​ການ​ເງິນຍີ່ປຸ່ນ ທ່ານ Jun Azumi ​ໄດ້​ເປິດ​ເຜີຍ​ແຜນ ການ​ດັ່ງກ່າວໃນ​ວັນ
ອັງຄານມື້​ນີ້ ​ໃນ​ລະຫວ່າງ​ກອງ​ປະ​ຊຸມຖະ​ແຫລ​ງ ຂ່າວທີ່ໂຕ​ກຽວ ຊຶ່ງ​ເຮັດ​ໃຫ້ຍີ່​ປຸ່​ນເປັນ​
ປະ​ເທດ​ທໍາ​ອິດ ​ທີ່ບໍ່​ແມ່ນ​ປະ​ເທດໃນຢູ​ໂຣບ ທີ່​ໄດ້​ສະໜອງ​ຊັບ​ພະ​ຍາກ​ອນ​ເພີ້​ມ​ເຕີມ​
ແກ່ IMF. ຜ່ານ​ມາ ​ບັນດາ​ກຸ່ມປະ​ເທດໃນ​ເຂ​ດຢູ​ໂຣ ​ໄດ້​ຮັບປາກ​ຈະໃຫ້ທຶນ​ໄປ​ແລ້ວ
200 ພັນ​ລ້ານ​ໂດ​ລາ.

ທ່ານນາງ Christine Lagarde ຜູ້ອໍານວຍການກອງທຶນສາກົນ, April 12, 2012.
ທ່ານນາງ Christine Lagarde ຜູ້ອໍານວຍການກອງທຶນສາກົນ, April 12, 2012.

ຜູ້​ອໍານວຍ​ການ IMF ທ່ານ​ນາງ Christine
Lagarde ​ໄດ້​ສະ​ແດງ​ຄວາມປິ​ຕິຍິນ​ດີນໍາ
ຄໍາ​ປະກາດ​ຂອງຍີ່​ປຸ່​ນ ເວົ້າວ່າ “​ເປັນ​ບາດ
​ກ້າວ​ຄືບໜ້າ​ທີ່​ສໍາຄັນ” ​ໃນ​ການ​ຊ່ວຍ​ IMF
“ປ້ອງ​ກັນ​ແລະ​ຕໍ່ສູ້​ກັບ​ວິ​ກິດ​ການ” ​ແລະ​ສົ່ງ
​ເສີມສະຖຽນລະ​ພາບ​ຂອງ​ເສດຖະກິດ​ໂລກ​.

ຫ້ອງການ​ເງິນທຶນສາກົນ ທີ່​ກຸງວໍ​ຊິງ​ຕັນ ​
ໄດ້ປະກາດ​ໃນ​ເດືອນ​ມັງກອນ ວ່າ ຕົນ​ຕ້ອງ
ການ​ປະມານ​ເງິນ​ທຶນ​ເພີ່ມ​ຕື່ມ 600 ພັນ​ລ້ານ​ໂດ​ລາ​ ເພື່ອ​ຊ່ວຍ​ເຫລືອ​ບັນດາ​ປະ​ເທດ​
ຢູ​ໂຮບ ເປັນກໍາ​ແພງ​ປ້ອງ​ກັນ​ວິ​ກິດ​ການ​ໜີ້​ສີນ ​ທີ່​ໄດ້​ກະທົບ​ປະ​ເທດ​ແກ່ ກຣິສ ​ໄອແລນ
ແລະ​ປອກຕຸຍ​ກາລນັ້ນ ​ແຕ່ພຽງເມື່ອອາທິດ​ແລ້ວ​ນີ້ ທ່ານ​ນາງ Lagarde ກ່າວ​ວ່າ ​ບໍ່​ມີ
​ຄວາມ​ຈໍາ​ເປັນ​ທີ່​ຈະຕ້ອງການ​ເງິນ ​ຫລາຍ​ເທົ່າ​ທີ່ຄິດກັນໃນ​ເບື້ອງ​ຕົ້ນ.

ການ​ປະກາດ​ຂອງ​ຍີ່​ປຸ່​ນ ​ແກ່ IMF ​ໄດ້​ມີ​ຂື້ນ​ນື່ງມື້​ກ່ອນ​ກອງ​ປະ​ຊຸມທີ່ວໍ​ຊິງ​ຕັນ​ ຂອງ IMF ​
ແລະ World Bank ຫລື​ທະນາຄານ​ໂລກ ພ້ອມ​ກັບ​ ກອງ​ປະຊຸ​ມສຸດ​ຍອດຂອງ​ບັນດາ
ລັດຖະມົນ​ຕິ​ການ​ເງິນ​ຈາກກຸ່ມ 20 ເສດຖະກິດ​ທີ່ໃຫຍ່ທີ່​ສຸດຂອງ​ໂລກ.

ເບິ່ງວີດີໂອລາຍງານ ຫົວໜ້າ IMF ທ່ານ​ນາງ Christine Lagarde ​ກ່າວວ່າ
ເສດຖະກິດໂລກກໍາລັງດີຂຶ້ນ:

XS
SM
MD
LG