ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະສະໜັບສະໜຸນໃນການຟື້ນຟູປະເທດຢູເຄຣນຄືນໃໝ່ ຢູ່ທີ່ກອງປະຊຸມໃນນະຄອນຫຼວງໂຕກຽວໃນວັນຈັນມື້ນີ້, ເຊິ່ງໄດ້ນຳເອົາບັນດາຜູ້ນຳລັດຖະບານ ແລະບັນດານັກທຸລະກິດຫຼາຍຮ້ອຍຄົນຈາກທັງສອງປະເທດເຂົ້າຮ່ວມ.
ທ່ານ ກິຊິດະ ກ່າວວ່າ "ສົງຄາມຢູ່ໃນຢູເຄຣນ ຍັງຄົງດຳເນີນຢູ່ໃນເວລານີ້ ແລະສະຖານະການບໍ່ແມ່ນເລື້ອງງ່າຍເລີຍ. ແນວໃດກໍ່ຕາມ, ການສົ່ງເສີມການຟື້ນຟູເສດຖະກິດຄືນໃໝ່ ບໍ່ພຽງແຕ່ເປັນການລົງທຶນສໍາລັບອະນາຄົດຂອງຢູເຄຣນເທົ່ານັ້ນ, ແຕ່ຍັງເປັນການລົງທຶນຢູ່ໃນຍີ່ປຸ່ນ ແລະໃນທົ່ວໂລກອີກດ້ວຍ."
ທ່ານ ກິຊິດະ ຍັງໄດ້ໃຫ້ຄຳໝັ້ນທີ່ຈະຜ່ອນຜັນການຄວບຄຸມວີຊາ ພ້ອມທັງປະກາດວ່າ ອົງການການຄ້າພາຍນອກຂອງຍີ່ປຸ່ນ ຫຼື Japan External Trade Organization ຈະເປີດສໍານັກງານຂອງຕົນຢູ່ນະຄອນຫຼວງກີຢິບ.
ນາຍົກລັດຖະມົນຕີຢູເຄຣນ ທ່ານເດນິສ ຊະມາຍຮາລ ກ່າວວ່າ ທັງສອງປະເທດໄດ້ລົງນາມໃນຂໍ້ຕົກລົງຮ່ວມມືຫຼາຍກວ່າ 50 ສະບັບ, ໃນນັ້ນລວມມີ “ສົນທິສັນຍາລະຫວ່າງລັດຖະບານກ່ຽວກັບການຫຼີກລ່ຽງການເກັບພາສີຫຼາຍຂັ້ນ, ເຊິ່ງມີຄວາມສຳຄັນທີ່ສຸດສຳລັບບັນດາບໍລິສັດຕ່າງໆຂອງຍີ່ປຸ່ນ ທີ່ກໍາລັງວາງແຜນກ່ຽວກັບໂຄງການໃໝ່ຢູ່ໃນ ຢູເຄຣນ.”
"ໂດຍການລວມກັນໃນອໍານາດຂອງພວກເຮົາ, ພວກເຮົາສາມາດປ່ຽນສິ່ງທ້າທາຍນີ້ໃຫ້ເປັນໂອກາດ ສໍາລັບການເຕີບໃຫຍ່ຂະຫຍາຍໂຕ ແລະຄວາມຈະເລີນຮຸ່ງເຮືອງໃນອະນາຄົດ," ທ່ານ ຊະມານຮາລ ກ່າວໃນສື່ສັງຄົມ X, ເຊິ່ງໃນເມື່ອກ່ອນເອີ້ນວ່າ Twitter. ທ່ານກ່າວຕື່ມວ່າ "ປະສົບການຂອງຍີ່ປຸ່ນໃນການຟື້ນຟູປະເທດຄືນໃຫມ່ (ຈາກສົງຄາມໂລກຄັ້ງທີສອງ) ແລະລະບົບເສດຖະກິດທີ່ມະຫັດສະຈັນຂອງພວກເຂົາເຈົ້ານັ້ນ ໄດ້ກາຍມາເປັນແຮງບັນດານໃຈໃຫ້ແກ່ພວກເຮົາ."
ຟໍຣັມສະແດງຄວາມຄິດເຫັນ